ກອງປະຊຸມໃຫຍ່ສະມາຊິກແມ່ຍິງ ຄັ້ງທີ IV ຂອງໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່

ຕອນບ່າຍ ວັນທີ 8 ພຶດສະພາ 2024 ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຂອງໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ໂດຍການເປັນປະທານຂອງ ສະຫາຍ ນາງ ອຳວຽງ ເພົ້າວົງໄຊ ປະທານສະຫະພັນ ກົມຄຸ້ມຄອງບໍ່ແຮ່, ໃຫ່ກຽດເຂົ້າຮ່ວມປະຊຸມຄັ້ງນີ້ ມີສະຫາຍ ນາງ ໂຄຕາມິ ຈັນທະມາລິນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານກວດກາ ສະຫະພັນແມ່ຍິງກະຊວງ, ສະຫາຍ ບຸນຍົງ ສີດາວົງ ເລຂາໜ່ວຍພັກກົມຄຸ້ມຄອງບໍ່ແຮ່.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍສະຫະພັນແມ່ຍິງກົມຄຸ້ມຄອງບໍ່ແຮ່ ໄດ້ດໍາເນີນມາເປັນເວລາເຄິ່ງວັນ, ໂດຍການເປັນປະທານຂອງ ສະຫາຍນ. ໂຄຕະມີ ຈັນທະມາລິນ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ປະທານກວດກາ ສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ບຸນຍົງ ສີດາວົງ ເລຂາໜ່ວຍພັກກົມຄຸ້ມຄອງບໍ່ແຮ່; ສະຫາຍ ນ. ອຳວຽງ ເພົ້າວົງໄຊປະທານໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່.

ນອກຈາກນີ້ຍັງມີ ອົງການຈັດຕັ້ງກໍາມະບານ, ຊາວໜຸ່ມ ແລະ ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມ ຈຳນວນ 20 ສະຫາຍ, ຜ່ານການດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນງກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສໍາຄັນ ດັ່ງລຸ່ມນີ້:

1. ຮັບຮອງເອົາບົດລາຍງານການເມືອງ ຂອງໜ່ວຍສະຫະພັນແມ່ຍິງກົມຄຸ້ມຄອງບໍ່ແຮ່ ໃນໄລຍະ 5 ປີຜ່ານມາ (2019-2023), ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສໍາເລັດໃນການນໍາພາຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານຂອງຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ພ້ອມທັງຮັບຮອງເອົາທິດທາງ-ແຜນການໃນຕໍ່ໜ້າ (2024-2028).
2. ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່, ຊຶ່ງໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ຕໍ່ບົດບາດການນໍາພາ,ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ຊຸດເກົ່າ.
3. ກອງປະຊຸມໄດ້ຮັບຟັງ ການປະກອບຄວາມເຫັນຈາກ ສະຫາຍ ບຸນຍົງ ສີດາວົງ, ເລຂາໜ່ວຍພັກ ກົມຄຸ້ມຄອງບໍ່ແຮ່ ຊຶ່ງໄດ້ເປັນການຢັ້ງຢືນເຖິງ ຄວາມເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງ ກໍ່ຄືເອື້ອຍນ້ອງແມ່ຍິງພາຍໃນກົມ ໄດ້ຮັບການເຄື່ອນໄຫວວຽກງານຂອງຕົນ ບົນພື້ນຖານການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດຂອງແມ່ຍິງ.
4. ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ຈໍານວນ 5 ສະຫາຍເພື່ອຄັດເລືອກເອົາ 3 ສະຫາຍ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ນ. ອຳວຽງ ເພົ້າວົງໄຊ ເປັນປະທານໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່
2. ສະຫາຍ ນ. ບົວວັນ ຈັນບຸນມີ ເປັນຮອງປະທານໜ່ວຍ, ທັງເປັນປະທານກວດກາ;
3. ສະຫາຍ ນ. ວິນນາສອນ ພົມມະສຸກ ເປັນຄະນະໜ່ວຍ ສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່.
5. ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ໂຄຕະມີຈັນທະມາລິນ ຮອງປະທານສະຫະພັນແມ່ຍິງກະຊວງພະລັງງານແລະ ບໍ່ແຮ່ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍສະຫະພັນແມ່ຍິງ ກຄບ ທີ່ຍາດມາໄດ້ຕະຫລອດໄລຍະ 5 ປີຜ່ານມາ ແລະ ຮຽກຮ້ອງມາຍັງຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍສະມາຊິກ ແມ່ຍິງທຸກສະຫາຍ ຈົ່ງພ້ອມກັນຮັກສາຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກ ຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ, ມະຕິຂອງກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້. ແນໃສ່ເສີມຂະຫຍາຍບົດບາດການນໍາພາຂອງຄະນະໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ເຮັດໃຫ້ສະມາຊິກແມ່ຍິງ ກົມຄຸ້ມຄອງບໍ່ແຮ່ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນວິທີນໍາພາ.