
ໃນວັນທີ 10 ພຶດສະພາ 2024 ນີ້, ກົມຈັດຕັ້ງ ແລະ ພະນັກງານ, ກອງເລຂາຄະນະປ້ອງກັນພາຍໃນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມວຽກງານປ້ອງກັນພາຍໃນຂຶ້ນຢູ່ຫ້ອງປະຊຸມໃຫຍ່ຊັ້ນ5, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຮັກສາການແທນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກອງເລຂາຄະນະປ້ອງກັນພາຍໃນ ແລະ ທ່ານ ພັອ ສຸວັນ ທອງຈະເລີນ ຫົວໜ້າກົມປ້ອງກັນພາຍໃນ, ກົມໃຫຍ່ສັນຕິບານ (ກົມ 200 ), ກະຊວງປ້ອງກັນຄວາມສະຫງົບ, ມີບັນດາ ທ່ານ ຄະນະປ້ອງກັນພາຍໃນທີ່ມາຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເຜີຍແຜ່ບັນດານິຕິກໍາທີ່ຕິດພັນ ກັບວຽກງານປ້ອງກັນພາຍໃນ, ວຽກງານປ້ອງກັນ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ຮອດດ້ານ ຢູ່ບັນດາສໍານັກງານ, ອົງການ ແລະ ເພື່ອເປັນເສນາທິການ ດ້ານວຽກງານ ວິຊາສະເພາະ ປ້ອງກັນຄວາມສະຫງົບການເມືອງພາຍໃນ ໃຫ້ແກ່ ພັກ-ລັດ ຂັ້ນຕ່າງໆ. ເອກະສານທີ່ນຳເຜີຍແຜ່ປະກອບມີ: ມະຕິວ່າຂອງກົມການເມືອງສູນກາງພັກ, ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການເພີ້ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່; ບາງທິດສະດີພື້ນຖານການປ້ອງກັນພາຍໃນສຳນັກງານ; ຫຼັກການປະສານສົມທົບ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງພະລັງງານ ແລະ ບໍ່ແຮ່; ຂໍ້ຕົກລົງວ່າການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນພາຍໃນສຳນັກງານ, ອົງການ ແລະ ຂໍ້ຕົກລົງວ່າດ້ວຍລະບຽບປ້ອງກັນພາຍໃນ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ.
