ທ່ານຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ພົບປະ ແລະ ຢ້ຽມຢາມ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ, ສປ ຈີນ

          ວັນທີ 21 ພຶດສະພາ 2024 ທີ່ ສປ ຈີນ, ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ພ້ອມດ້ວຍຄະນະ ພົບປະ ແລະ ຢ້ຽມຢາມ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລີນ, ສປ ຈີນ ຕ້ອນຮັບໂດຍທ່ານ ສຈ Wang Dunqiu, ອະທິການບໍດີ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ ສປ ຈີນ. ເພື່ອປຶກສາຫາລື ແຜນການ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ຕາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຂອງໂຄງການຮ່ວມມືດ້ານເຕັກນິກວິຊາການ ດ້ານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ, ພບ ສປປ ລາວ ແລະ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ, ສປ ຈີນ.

ຈຸດປະສົງ ຂອງ ການມາຢ້ຽມຢາມ ແລະ ປຶກສາຫາລື ກັບ ທ່ານ ສາດສະດາຈານ Wang Dunqiu ອະທິການບໍດີ ໃນຄັ້ງນີ້ກໍເພື່ອ:
1. ເພີ້ມທະວີສາຍພົວພັນພິເສດ ການຮ່ວມມື ທາງດ້ານວິຊາການ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ແລະ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ ເວົ້າສະເພາະ, ເວົ້າລວມ ກໍຄື ການຮ່ວມມື ລະຫວ່າງ ສອງຊາດ ລາວ-ຈີນ ທີ່ມີມູນເຊື້້ອມາແຕ່ດົນນານ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ;
2. ເພື່ອປຶກສາຫາລື ແລະ ແລກປ່ຽນແຜນການໃນການຈັດຕັ້ງປະຕິບັດວຽກງານ ຕາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ຂອງ ໂຄງການຮ່ວມມືທາງດ້ານເຕັກນິກວິຊາການ ດ້ານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ, ສປ ຈີນ ແລະ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຕາມຂອບເຂດຂອງການຮ່ວມມື ທີ່ໄດ້ເຊັນນຳກັນໃນປີຜ່ານມາ.

ໂດຍປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຂອງໂຄງການຮ່ວມມືເຕັກນິກວິຊາການ ດ້ານທໍລະນີສາດ ແລະ ແຮ່ທາດ ລະຫວ່າງ ກົມທໍລະນີສາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ, ສປ ຈີນ ແລະ ການເຊື້ອເຊີນຂອງມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ, ສປ ຈີນ. ການມາຢ້ຽມຢາມໃນຄັ້ງນີ້, ຊຶ່ງຖືວ່າເປັນສ່ວນໜຶ່ງໃນການປະກອບສ່ວນ ເຮັດໃຫ້ສາຍພົວພັນ, ຄວາມສາມັກຄີ ແລະ ການຮ່ວມມື ທາງດ້ານວິຊາການ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ມະຫາວິທະຍາໄລເຕັກໂນໂລຊີກຸ້ຍລິນ, ພ້ອມທັງເປັນການປະກອບສ່ວນເຂົ້າໃນວຽກງານການຮ່ວມມື ຂອງ ສອງຊາດ ລາວ-ຈີນ ທີ່ ເປັນຄູ່ຮ່ວມໂຊກຊາຕາດຽວກັນ ແລະ ນະໂຍຍາຍໜຶ່ງແຫລວທາງ ນຶ່ງເສັ້ນທາງ ຂອງ ປະທານ ສີຊິນເຜີງ.

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
Website: www.mem.la
ສາຍດ່ວນ: 1506