
ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາເຄິ່ງວັນ, ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍ ກຳມະບານຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກໍ່ໄດ້ອົດລົງໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2024 ຜ່ານມານີ້, ຢູ່ຫ້ອງປະຊຸມໃຫຍ່ພະແນກຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳເປີ້ນ ວໍລະເດດ ປະທານກຳມະບານຮາກຖານພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວເພັດ ອາລຸນ ກຳມະການພັກ ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງກຳມະບານລາວ, ປະທານກຳມະບານ ນະຄອນຫຼວງວຽງຈັນ ແລະ ສະຫາຍ ປອ ເສີມຄຳ ທຸມມະວົງສາ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ; ມີບັນດາ ສະຫາຍ ຄະນະໜ່ວຍພັກ, ຄະນະພະແນກ; ຄະນະບໍລິຫານງານກຳມະບານ ນະຄອນຫຼວງວຽງຈັນ, ຄະນະກຳມະບານຮາກຖານບັນດາພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 39 ສະຫາຍ, ເພດຍິງ 13 ສະຫາຍ; ມີຜູ້ແທນສົມບູນ 29 ສະຫາຍ, ເພດຍິງ 10 ສະຫາຍ; ແຂກຖືກເຊີນ 09 ສະຫາຍ, ເພດຍິງ 03 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕົກລົງເຫັນດີ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ ເຊິ່ງເປັນພື້ນຖານໃຫ້ແກ່ການຊີ້ນຳ-ນຳພາວຽກງານກຳມະບານຮາກຖານຫ້ອງການກະຊວງ ເປັນຕົ້ນແມ່ນ:
1. ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ຄຳເປີ້ນ ວໍລະເດດ ປະທານກຳມະບານຮາກຖານພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ. ໜ່ວຍກຳມະບານຮາກຖານ ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກຮາກຖານພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ມີພາລະບົດບາດເປັນເສນາທິການໃຫ້ໜ່ວຍພັກ ໃນການເຕົ້າໂຮມຄວາມສາມັກຄີພາຍໃນພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ໃຫ້ມີຄວາມປຶກແຜ່ນແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ. ປັດຈຸບັນ ຄະນະໜ່ວຍມີ 03 ສະຫາຍ, ເພດຍິງ 00 ສະຫາຍ; ມີສະມາຊິກທັງໝົດ 32 ສະຫາຍ, ຍິງ 10 ສະຫາຍ ໃນນີ້, ເປັນສະມາຊິກພັກ 26 ສະຫາຍ, ປະກອບມີ 6 ຈຸຊ່ວຍວຽກ.

2. ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານບົດສໍາຫຼວດການນຳພາລວມຂອງຄະນະໜ່ວຍຊຸດທີ III, ພ້ອມກັນນີ້ ຄະນະໜ່ວຍຊຸດທີ III ກໍ່ໄດ້ພ້ອມກັນກ່າວອໍາລາໜ້າທີ່ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະ 5 ປີທີ່ຜ່ານມາ
3. ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍກຳມະບານຮາກຖານພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ຈໍານວນ 05 ສະຫາຍ ເພື່ອຄັດເລືອກເອົາຄະນະກຳມະບານຊຸດໃໝ່ 03 ສະຫາຍ, ຜ່ານການປ່ອນບັດຄັດເລືອກສາມາດ ຄັດເລືອກເອົາຄະນະກຳມະບານຊຸດໃໝ່ 03 ສະຫາຍ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ປາລິສາດ ຂັນທະວົງ ເປັນປະທານກຳມະບານ
2. ສະຫາຍ ຈິນຕະນາ ເດດວົງສອນ ເປັນຮອງປະທານ, ທັງເປັນປະທານກວດກາ
3. ສະຫາຍ ສິນໄຊ ບາຣາມີ ເປັນຮອງປະທານ

ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງສະຫາຍ ດາວເພັດ ອາລຸນ ກຳມະການພັກ ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງກຳມະບານລາວ, ປະທານກຳມະບານ ນະຄອນ ຫຼວງວຽງຈັນ ເຊິ່ງກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍ ກຳມະບານຮາກຖານ ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍມີທັດສະນະຫຼັກໝັ້ນ,ມີຄຸນສົມບັດ, ສິນທໍາປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານກຳມະບານ ຂອງຫ້ອງການໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 5 ເປັນເຈົ້າ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກແໜ້ນ; ນໍາພາໜ່ວຍກຳມະບານຮາກຖານພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ;

ກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍຊຸດໃໝ່ ແລະ ສະມາຊິກກຳມະບານພາຍໃນໜ່ວຍກຳມະບານຮາກຖານ ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການ ຄະນະພັກ-ຄະນະພະແນກ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພາບ-ຂ່າວ: ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງ