
ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອພິລະອາດຫານທາງປະຫວັດສາດສຳຄັນຂອງຊາດ, ຂອງພັກ ແລະ ສາກົນ ໂດຍສະເພາະແມ່ນເປັນການເຊື່ອມຊຶມ ແລະ ເຜີຍແຜ່ໃຫ້ພະນັກງານ, ລັດຖະກອນ ແລະ ກຳມະກອນ ຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ. ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆທາງປະຫວັດສາດຂອງຊາດເປັນຕົ້ນແມ່ນ: ວັນກຳມະກອນສາກົນ (01 ພຶດສະພາ 1886) ຄົບຮອບ 138 ປີ; ວັນເກີດ ທ່ານ ກາກມາກ (05 ພຶດສະພາ 1818) ຄົບຮອບ 206 ປີ; ວັນໄຊຊະນະບັ້ນຮົບດຽນບຽນຟູ (07 ພຶດສະພາ 1954) ຄົບຮອບ 70 ປີ; ວັນໄຊຊະນະ ຂອງສະຫະພາບໂຊວຽດເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II (09 ພຶດສະພາ 1945) ຄົບຮອບ 79 ປີ; ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ (18 ພຶດສະພາ 1959) ຄົບຮອບ 65 ປີ; ວັນເກີດ ປະທານ ໂຮ່ຈິມິນ (19 ພຶດສະພາ 1890) ຄົບຮອບ 134 ປີ; ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960) ຄົບຮອບ 64 ປີ ຢ່າງຄຶກຄື້ນໃນຕອນບ່າຍມື້ນີ້ ວັນທີ 7 ມິຖຸນາ 2024 ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງພັດ ອິນທະວົງ, ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ວິລະວອນ ພັນທະວົງ, ກຳມະການປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ຄະນະນໍາ ແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນວາລະທີ່ມີຄວາມໝາຍສຳຄັນນີ້, ຄະນະປະທານກອງປະຊຸມກໍ່ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເລົ່າມູນເຊື້ອວັນສຳຄັນຕ່າງໆ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຊື່ອຊຶມ, ກຳແໜ້ນ ແລະ ຮັບຮູ້ເຖິງປະຫວັດສາດອັນດີເລີດຂອງພັກ, ຂອງຊາດ ກໍ່ຄືຂອງຊົ້ນຊັ້ນຊາວຜູ້ອອກແຮງງານຢູ່ໃນທົ່ວໂລກ. ທ່ານ ຮອງລັດຖະມົນຕີ ສະແດງຄວາມຊົມເຊີຍ ແລະ ຕີລຄາສູງຕໍ່ຄະນະຮັບຜິດຊອບທັງສອງຝ່າຍ ທີ່ໄດ້ຮ່ວມກັນຈັດກອງປະຊຸມປະຖະກະຖາວັນປະຫວັດສາດສຳຄັນຂອງຊາດພາຍໃນເດືອນພຶດສະພາ ເຊິ່ງລວມມີ: ວັນກຳມະກອນສາກົນຄົບຮອບ 138 ປີ, ວັນຄ້າຍວັນເກີດທ່ານກາກມາກ, ວັນໄຊຊະນະບັ້ນຮົບດຽນບຽນຟູ, ວັນໄຊຊະນະຂອງສະຫະພາບໂຊຫວຽດເໜືອຟາດຊິດເຢຍລະມົນໃນສົງຄາມໂລກຄັ້ງທີ II, ວັນຝ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ, ວັນເກີດປະທານໂຫຈີມິນ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ໃຫ້ແກ່ພະນັກງານ, ລັດຖະກອນ ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຮູ້ ແລະ ເຂົ້າໃຈ.

ທ່ານ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ກ່າວວ່າ: ຈຸດປະສົງທີ່ເຮົາໄດ້ມາຮ່ວມຊຸມນຸມກັນມື້ນີ້ ກໍ່ເພື່ອຢາກໃຫ້ພະນັກງານການນຳ, ສະມາຊິກພັກພະນັກງານຫຼັກແຫຼ່ງທຸກສະຫາຍ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ຮ່ຳຮຽນແບບຢ່າງອັນດີງາມຂອງຜູ້ນຳ ຮູ້ເຖິງນ້ຳໃຈຮັກຊາດອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ. ນອກຈາກນັ້ນ ຍັງທົບທວນຄື່ນມູນເຊື້ອອັນອົງອາດກ້າຫານຂອງກອງທັບ ຂອງທ່ານຜູ້ນຳພັກ ແລະ ການຮ່ວມສຳພັນສູ້ຮົບຂອງກອງທັບ ແລະ ປະຊາຊົນຂອງ 3 ຊາດອິນດູຈີນ ໃນການຕໍ່ສູ້ຕ້ານຈັກກະພັກລ່າເມືອງຂຶ້ນໃນເມື່ອກ່ອນ ແລະ ນຳເອົາມູນເຊື້ອມາເສີມຂະຫຍາຍການຮ່ວມມືໃນໄລຍະໃໝ່ໃຫ້ຂະຫຍາຍຕົວ ແລະ ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.

ທ່ານ ກ່າວຕື່ມວ່າ: ວຽກງານໂຄສະນາອົບຮົມ ເປັນວຽກງານທີ່ສຳຄັນທີ່ສຸດໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ຖັນແຖວພະນັກ ງານ ທະຫານຕຳຫຼວດ ແລະ ປວງຊົນລາວທັງຊາດ ເພື່ອເສີມຂະຫຍາຍມູນເຊື້ອນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຊຸກຍູ້ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດຄັ້ງທີ IX ໃນທ້າຍສະໄໝໃຫ້ປະກົດຜົນເປັນຈິງ. ແລະການຈັດຕັ້ງເຜີຍແຜ່ໃນມື້ນີ້ກໍ່ຍັງນັບເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢ່າງຟຟົດຟື້ນ ແລະ ໄດ້ເນື້ອໃນ.

ພາບ ແລະ ຂ່າວ: ວັນໄຊ ສີຊົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506