
ຕອນເຊົ້າວັນທີ 13 ມິຖຸນາ 2024 ຢູ່ຫໍປະຊຸມສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ ລັດຖະບານ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ທີ່ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກ່ຽວກັບຂໍ້ສະເໜີ ແລະ ຄວາມສົນໃຈຂອງສະມາຊິກສະພາແຫ່ງຊາດ ໃນການຕິດຕາມ, ກວດກາ, ຄຸ້ມຄອງ ແລະ ບໍລິຫານຈັດການໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາວ່າ:

1. ຕໍ່ບັນຫາການດໍາເນີນກິດຈະການໃນເຂດຍອດນໍ້າ, ຕາມສາຍນໍ້າ ທີ່ພາໃຫ້ມີບັນຫານໍ້າຂຸ່ນ ນັ້ນ: ເຫັນວ່າ ການຕີລາຄາ ຂອງ ບັນດາ ທ່ານ ຜູ້ແທນ ກໍ່ເປັນສິ່ງທີ່ຖືກຕ້ອງ. ບັນຫານີ້ ແມ່ນ ພົວພັນ ກັບການບໍ່ປະຕິບັດຕາມຂັ້ນຕອນຂອງລະບຽບການ ແລະ ກົດໝາຍ, ຂໍ້ຈຳກັດໃນການເຂົ້າເຖິ່ງເຂດທີ່ຢູ່ໃນເຂດຫ່າງໄກເຂົ້າເຖິ່ງໄດ້ຍາກ ເພື່ອຕິດຕາມການຈັດຕັ້ງປະຕິບັດເຕັກນິກ, ວຽກລື່ນຄົນ, ການສວຍໃຊ້ການອະນຸຍາດອື່ນມາຂຸດຄົ້ນ, ການບໍ່ເອົາໃຈໃສ່ລາຍງານ, ຄວາມຕື່ນຕົວຂອງປະຊາຊົນໃນການເປັນເຈົ້າການລາຍງານ. ເຖິ່ງ ຢ່າງໃດ ກໍ່ດີ ວຽກນີ້ ກໍ່ບໍ່ໄດ້ຖືກປະປ່ອຍ ຫຼື ບໍ່ແກ້ໄຂ. ໃນປັດຈຸບັນ ທັນທີ ທີ່ ກະຊວງ ພວກເຮົາ ໄດ້ຮັບຂໍ້ມູນ ການສະເໜີ ລາຍງານ ກໍ່ໄດ້ເອົາໃຈໃສ່ລົງຕິດຕາມເຄື່ອນໄຫວ ລົງສູ່ຈຸດບັນຫາ ໃຫ້ໄວ ເທົ່າທີ່ຈະໄວໄດ້. ໄລຍະຊຸມປີ ຜ່ານມານີ້ ສາຍດ່ວນ ກະຊວງ ພະລັງງານ ແລະ ບໍ່ແຮ່ 1506 ກໍ່ໄດ້ມີອັດຕາການນຳໃຊ້ບໍລິການ ທີ່ສູງຂຶ້ນ ເຮັດໃຫ້ ອ້າຍນ້ອງພະນັກງານກົມກວດກາ ຂອງກະຊວງມີວຽກງານທີ່ພົວພັນເພີ່ນຂຶ້ນຈຳນວນຫຼາຍ. ແນ່ນອນວ່າ ຂະແໜງການ ເຮົາ ກໍ່ເອົາໃຈໃສ່ ຢາກແກ້ໄຂບັນຫາ ໃຫ້ໄວ ເຊິ່ງ ກໍ່ຕ້ອງການການຊ່ວຍເຫຼືອ ຈາກຫຼາຍພາກສ່ວນ ແລະ ການລາຍງານສົ່ງຂ່າວສະພາບຜົນກະທົບຕ່າງໆ. ຂ້າພະເຈົ້າ ເຊື່ອໝັ້ນວ່າການປັບປຸງແຜນການແບ່ງຄວາມຮັບຜິດຊອບສ້າງໜ້າວຽກທີ່ຊັດເຈນພາຍໃນຂະແໜງການ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ທັງການສ້າງຄວາມເຂັ້ມແຂງ ໃນວຽກງານຄຳຮ້ອງ-ຄຳສະເໜີ ໃຫ້ແກ່ຂະແໜງການທ້ອງຖິ່ນ ຈະເປັນຕົວຊ່ວຍສຳຄັນໃນການປ້ອງກັນບັນຫາ.

2. ກ່ຽວກັບບັນຫາການຮັບປະກັນໃຫ້ຊຸມຊົນໄດ້ຮັບປະໂຫຍດ ແລະ ໃຫ້ໄດ້ມີສ່ວນຮ່ວມນັ້ນ: ເປັນ ຫົວຂໍ້ ທີ່ຂ້າພະເຈົ້າ ໃນນາມ ລັດຖະມົນຕີ ໄດ້ໃຫ້ຄວາມສຳຄັນ. ດຳລັດທຶນພັດທະນາຊຸມຊົນ ໄດ້ຖືກຮັບຮອງໂດຍ ລັດຖະບານ ໃນ ເດືອນ ສິງຫາ ປີຜ່ານມາ ເຊິ່ງໄດ້ກຳນົດຫຼັກການ ແລະ ກົນໄກໃນການນຳໃຊ້ພັນທະທຶນພັດທະນາຊຸມຊົນ ຂອງໂຄງການ ແລະ ການມີສ່ວນຮ່ວມຂອງພາກລັດ ແລະ ພາກປະຊາຊົນໃນການຕິດຕາມ ແລະ ລາຍງານຜົນຂອງການນຳໃຊ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາຊຸມຊົນ ທີ່ຕິດພັນກັບໂຄງການແຮ່ທາດ, ກະຊວງ ພະລັງງານ ແລະ ບໍ່ແຮ່ ເຮົາ ຍັງຈະໄດ້ລົງເລີກຕິດຕາມ. ນອກນັ້ນ ແລ້ວ ເຫັນວ່າ ການທົບທວນແນວຄິດ ແລະ ວິທີການ ເພື່ອກຳນົດເປັນເງື່ອນໄຂການອະນຸຍາດລົງທຶນໃນກິດຈະການແຮ່ທາດ ທີ່ພົວພັນ ກັບໜ້າທີ່ຂອງໂຄງການໃນການເປັນຫຼັກໃນການພັດທະນາ ເຂດຊຸມຊົນ, ເຂດຈຸດສຸມ, ເຂດທຸກຍາກ ນັ້ນ ເປັນວຽກທີ່ຕ້ອງໄດ້ຮ່ວມກັນປຶກສາຢ່າງລະອຽດ ແລະ ມີການຕີລາຄາ ເພາະເຫັນວ່າພົວພັນ ຫຼັກການ ແລະ ວິທີການລົງທຶນ ເຊິ່ງພົວພັນກັບການພິຈາລະນາຮັບຮອງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດຂອງໂຄງການ.

3. ສຳລັບບັນຫາການແຈ້ງຂໍ້ມູນຕົວະ: ໃນການຄຸ້ມຄອງຂະແໜງພະລັງງານ ນັ້ນ ເຫັນໄດ້ວ່າ ຂໍ້ມູນ ມີຄວາມສຳຄັນ ເຊັ່ນກັນກັບຂະແໜງການອື່ນໆ ໂດຍການຄຸ້ມຄອງນັ້ນ ພົວພັນກັບ ການຢັ້ງຢືນຂໍ້ມູນ ໃນຂັ້ນຕ່າງໆ ຂອງວຽກ ທັງໃນການສຶກສາ, ການປະເມີນຕີລາຄາ, ການຢັ້ງຢືນບົດສຶກສາ, ການຢັ້ງຢືນແຜນ ແລະ ການຕິດຕາມແຜນ ແລະ ລະບົບລາຍງານ. ອີງໃສ່ ທິດນຳຂອງລັດຖະບານ ໃນການຫັນເປັນດິຈິຕອນນັ້ນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຈະໄດ້ລົງເລິກຄົ້ນຄວ້າ ໃນການຫັນຂໍ້ມູນໃຫ້ເປັນລະບົບດິຈິຕອນ ເພື່ອຊ່ວຍໃຫ້ຂໍ້ມູນ ມີຄວາມວ່ອງໄວ, ຊັດເຈນ, ໄດ້ຮັບການປະເມີນ ແລະ ປະມວນຜົນ ເພື່ອຊ່ວຍໃນການຄຸ້ມຄອງຂະແໜງການ. ເຊິ່ງ ວຽກນີ້ ເປັນວຽກທີ່ພົວພັນ ຫຼາຍພາກສ່ວນ ແລະ ຕ້ອງການທຶນໃນການພັດທະນາລະບົບ.
ແຫຼ່ງຂໍ້ມູນ: ກອງເລຂາການນຳກະຊວງ
ຮຽບຮຽງໂດຍ: ຄຳແສງແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506