3 ອົງການຈັດຕັ້ງມະຫາຊົນກະຊວງພະລັງງານ ແລະ ບໍ່ແຮ່ ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງຕົນ

ເພື່ອສ້າງຜົນງານ ແລະ ຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກເວົ້າລວມ, ເວົ້າສະເພາະກອງປະຊຸມໃຫຍ່ຄັ້ງທີ IV ຂອງ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ທີ່ຈະເປີດຂຶ້ນໃນທ້າຍປີ 2024 ນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ຄຶກຄື້ນ. ໃນວັນທີ 16 ກໍລະກົດ 2024 ອົງການຈັດຕັ້ງກໍາມະບານ, ແມ່ຍິງ ແລະ ຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມນຳພາຂະບວນການຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ; ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ; ສະຫາຍ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນຄັ້ງນີ້, ນອກຈາກຈະເປັນການສ້າງຂະບວນການເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ,ຂອງຊາດເປັນຕົ້ນແມ່ນ: ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ຄົບຮອບ 115ປີ, ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີ 2024ນີ້ແລ້ວ. ຍັງເປັນການສ້າງຜົນງານ ແລະ ຂະບວນການຂໍ່ານັບຮັບຕ້ອນການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ທີ່ຈະເປີດຂຶ້ນໃນທ້າຍປີ 2024 ຂອງພະນັກງານ, ລັດຖະກອນ ແລະ ກໍາມະກອນ ອ້ອມຂ້າງກະຊວງ ແລະ ບັນດາລັດວິສາຫະກິດທີ່ຂຶ້ນກັບ. ໂດຍມີ ສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນ ຜ່ານເກນ ແລະ ໄດ້ຮັບການບໍລິຈາກເລືອດທັງໝົດ 99 ສະຫາຍ.
ພາບ: ລັດວິສາຫະກິດໄຟຟ້າລາວ
ຂ່າວ: ຄຳແສງ ແກ້ປວະເສີດ
ສາຍດ່ວນ: 1506