ນັກກິລາ ກະຊວງ ພະລັງງານ ແລະ ບໍ່ແຮ່ ສ້າງຜົນງານຍາດໄດ້ເພີ້ມອີກ 1 ຫຼຽນ

          ການແຂ່ງຂັນກິລາປັນຈັກສິລັດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ໃນມື້ນີ້ວັນທີ 8 ທັນວາ 2022 ເຊິ່ງເປັນມື້ທຳອິດ ທັບນັກກິລາ ກະຊວງ ພະລັງງານ ແລະ ບໍ່ແຮ່ ສາມາດຍາດໄດ້ 1 ຫຼຽນຄຳ ເຊິ່ງເປັນຫຼຽນຄຳທໍາອິດ ແລະ ກໍ່ເປັນຫຼຽນທີ 9 ຂອງທັບນັກກິລາກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ຍາດມາໄດ້ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ດຳເນີນການແຂ່ງຂັນມາແຕ່ວັນທີ 2 ທັນວາ ແລະ ຈະສິ້ນສຸດລົງໃນວັນທີ 22 ທັນວາ 2022 ນີ້.
ລາຍງານສົດຈາກແຂວງ ຊຽງຂວາງ
ໂດຍ: ມີລູ່ ຄຳປະເສີດ