
ໂຄງການເຂື່ອນໄຟຟ້າໄຊຍະບູລີ ເປັນໜຶ່ງໃນສອງໂຄງການທີ່ຕັ້ງຢູ່ສາຍນ້ຳຂອງ ເຊິ່ງໄຫຼຜ່ານປະເທດ. ເປັນໂຄງການເຂື່ອນໄຟຟ້າພະລັງງານນ້ຳທີ່ມີຂະໜາດໃຫຍ່ສຸດຂອງປະເທດລາວ ມີກຳລັງຕິດຕັ້ງ 1.285 MW ເປັນໂຄງການທີ່ເປັນມິດກັບສິ່ງແວດລ້ອມ ບໍ່ລົບກວນການດຳລົງຊີວິດສັດນ້ຳຕາມທຳມະຊາດໃນບໍລິເວນໂຄງການ.
ດ້ວຍການທຸ້ມເທງົບປະມານມະຫາສານເຖິງ 4.300 ລ້ານໂດລາສະຫະລັດ ໃນການກໍ່ສ້າງ ຄຽງຄູ່ກັບການຮັກສາສິ່ງແວດລ້ອມທຳມະຊາດໃຫ້ດຳລົງຄົງຢູ່ຫຼາຍທີ່ສຸດ ໂຄງການເຂື່ອນໄຟຟ້າໄຊຍະບູລີຈຶ່ງກາຍເປັນຕົ້ນແບບ ໃຫ້ແກ່ບັນດາໂຄງການເຂື່ອນໄຟຟ້າພະລັງງານນ້ຳຕ່າງໆທີ່ກຳລັງຈະໄດ້ຮັບການກໍ່ສ້າງຕາມສາຍນ້ຳຂອງຕອນລຸ່ມແຫ່ງນີ້ ຈະໄດ້ມາດຕະຖານການກໍ່ສ້າງ ຮັກສາສິ່ງແວດລ້ອມ. ເຂື່ອນໄຟຟ້າໄຊຍະບູລີ ເປັນໂຄງການກໍ່ສ້າງແຫ່ງທໍາອິດຕາມລຳແມ່ນໍ້າຂອງຕອນລຸ່ມ ຈາກທັງໝົດທີ່ນອນຢູ່ໃນແຜນການພັດທະນາເຂື່ອນໄຟຟ້າຕາມລຳນ້ຳຂອງໃນ ສປປລາວ.
ເຂື່ອນໄຟຟ້າໃຫຍ່ສຸດພາຍໃນປະເທດແຫ່ງນີ້, ໄດ້ວ່າຈ້າງສະຖາປະນິກ ນັກວິສະວະກອນທີ່ມີຊື່ສຽງຊັ້ນນຳຂອງໂລກ ເພື່ອນໍາໃຊ້ເທັກໂນໂລຊີ ເຂົ້າໃນການອອກແບບ, ທົດສອບ, ວິໃຈ ຂະບວນການຕ່າງໆລະດັບນາໆຊາດ ເພາະມີໜ້າວຽກຂະໜາດໃຫຍ່ ໂດຍເບຕົງເສີມເຫຼັກຫຼາຍກ່ວາ 4 ລ້ານແມັດກ້ອນຖືກນຳໃຊ້ເຂົ້າໃນການຜະລິດເປັນຊິ້ນສ່ວນຕ່າງໆ ຂອງໂຄງການ, ແຮງງານຫຼາຍກ່ວາ 10.000 ຄົນ ຈາກຫຼາຍເຊື້ອຊາດມີສ່ວນຮ່ວມໃນການກໍ່ສ້າງ ຜັດປ໋ຽນກັນເຮັດວຽກຕະຫຼອດ 24 ຊົ່ວໂມງ ກິນເວລາໃນການກໍ່ສ້າງເກືອບ 10 ປີ. ເຂື່ອນໄດ້ອອກແບບໃຫ້ປາທີ່ອາໃສໃນບໍລິເວນໂຄງການສາມາດອົບພະຍົກ ລອຍຂຶ້ນຫຼືລົງຜ່ານໂຄງການໄດ້. ສະນັ້ນ ຈຶ່ງໄດ້ມີການກໍ່ສ້າງຊ່ອງທາງເດີນຂອງປາ ເຊິ່ງທາງໂຄງການເອີ້ນວ່າລະບົບ “Fish Passing Facility”
ລະບົບ “Fish Passing Facility” ທີ່ປະກອບດ້ວຍທາງປາຜ່ານ ຈາກເໜືອນໍ້າລົງຫາທ້າຍນໍ້າ, ມີຊ່ອງເປີດທາງເໜືອນໍ້າຂອງເຂື່ອນ ຜ່ານຊ່ອງທາງປາຜ່ານໃນ Intermediate Block ໂດຍມີຈັກສູບນ້ຳເພື່ອພັດພາປາຈາກດ້ານເທິງລົງສູ່ດ້ານລຸ່ມ ແລະ ໄດ້ຮັບການອອກແບບໃຫ້ມີຄວາມລາດຊັນ ຄວາມກ້ວາງທີ່ເໝາະສົມເພື່ອຫລຸດຜ່ອນການໄຫຼ ຄວາມອົນລະວົນຂອງນ້ຳ ສາມາດຊ່ວຍໃຫ້ປາລອຍຈາກເໜືອນໍ້າລົງສູ່ທ້າຍນ້ຳໄດ້ຢ່າງສະດວກ ແລະ ປອດໄພ. ນອກຈາກທາງປາຜ່ານຈາກເໜືອນ້ຳຫາທ້າຍນ້ຳແລ້ວ ຍັງມີທາງປາຜ່ານຈາກດ້ານລຸ່ມທ້າຍນ້ຳຂຶ້ນຫາຫົວນ້ຳດ້ານເທິງ ເພື່ອຊ່ວຍໃຫ້ປາອົບພະຍົກ ຂຶ້ນສູ່ແຫຼ່ງວາງໄຂ່ຈາກທ້າຍນ້ຳຂຶ້ນເໜືອນ້ຳໄລຍະລະດູຝົນ ໄລຍະເດືອນພຶດສະພາ ໂດຍມີລະບົບອ່າງທາງດ້ານຊ້າຍ ແລະ ດ້ານຂວາຂອງເຂື່ອນ. ນອກນັ້ນ ຍັງມີທາງລໍ້ປາໃນທ້າຍຂອງ ‘Intermediate Block’ ແລະ ຊ່ອງທາງລໍ້ປາໃນທາງເດີນເຮືອ ‘Navigation Lock’ ທີ່ເອີ້ນວ່າ ‘Fish Lift and Fish Lock’ ໂດຍນໍາໃຊ້ເຄື່ອງຈັກສູບນໍ້າເພື່ອຫຼອກລໍ້ປາເຂົ້າສູ່ທາງປາຜ່ານ ລອຍຈາກລຸ່ມຂຶ້ນເທິງ ຕາມຂັ້ນບັນໃດປາ. ຂະນະດຽວກັນນີ້, ກົງຫັນ ກໍ່ໄດ້ຮັບການອອກແບບສະເພາະສໍາລັບໂຄງການດັ່ງກ່າວໃຫ້ມີຊ່ອງຫວ່າງພໍດີ ແລະ ໝຸນຊ້າເພື່ອໃຫ້ປາລອຍຜ່ານໄດ້ຢ່າງປອດໄພ. ນອກຈາກນັ້ນ, ຊ່ອງເດີນຂອງເຮືອ ‘Navigation Lock’ ກໍ່ໄດ້ຮັບການອອກແບບ ກໍ່ສ້າງໃຫ້ປາຜ່ານໄດ້ເຊັ່ນກັນ

ເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ມີໂຄງສ້າງຫຼັກປະກອບດ້ວຍ: Navigation Lock ເຊິ່ງເປັນຊ່ອງທາງສຳລັບການເດີນເຮືອ, ທາງລະບາຍນ້ຳລົ້ນ (Spillway), Intermediate Block ເປັນໂຄງສ້າງຕາມທາງຍາວຂອງສາຍນ້ຳ ເປັນອາຄານສຳລັບຄວບຄຸມນ້ຳສຳລັບໃຫ້ປາຜ່ານໄດ້, Powerhouse ອາຄານສຳລັບການຕິດຕັ້ງເຄື່ອງກຳເນີດກະແສໄຟຟ້າ, ‘Fish Passing Facility’ ທາງປາຜ່ານ. ບັນດາໂຄງສ້າງຫຼັກດັ່ງກ່າວເມື່ອນຳມາປະກອບເຂົ້າກັນຈະກາຍເປັນໂຄງການເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ຕັນແມ່ນ້ຳຂອງ ໂດຍມີຄວາມກ້ວາງທັງໝົດ 820 ແມັດ. ທາງລະບາຍນ້ຳລົ້ນ (Spillway) ໄດ້ຕິດຕັ້ງປະຕູລະບາຍຕະກອນ 4 ບານ ແລະ ປະຕູລະບາຍນ້ຳຈຳນວນ 7 ບານສາມາດລະບາຍນ້ຳໄດ້ສູງສຸດ 47.500 ແມັດກ້ອນຕໍ່ວິນາທີ ໃນລະດັບຄວາມສູງນໍ້າຕົກປະມານ 30 ແມັດລະຫ່່ວາງຫົວນໍ້າ ແລະ ນໍ້າທ້າຍເຂືື່ອນ. ພາຍໃນອາຄານຜະລິດໄຟຟ້າ (powerhouse) ໄດ້ຕິດຕັ້ງເຄື່ອງກຳເນີດໄຟຟ້າທັງໝົດ 8 ເຄື່່ອງ ໃນນັ້ນ ເຄື່ອງປັ່ນໄຟຟ້າ 7 ໜ່ວຍມີກຳລັງຕິດຕັ້ງ 175 ເມກາວັດ ໂດຍ 7 ໜ່ວຍ ຈະຜະລິດໄຟຟ້າສົ່ງໃຫ້ປະເທດໄທ ແລະ ອີກ 1 ໜ່ວຍມີກຳລັງຕິດຕັ້ງ 60 ເມກາວັດຈະຜະລິດໄຟຟ້າເພື່່ອຈຳໜ່າຍຢູ່ພາຍໃນປະເທດ. ທາງເດີນເຮືອ (Navigation Lock) ມີຄວາມກວ້າງ 12 ແມັດ ຍາວ 120 ແມັດ ສາມາດໃຫ້ເຮືອບັນທຸກທີ່ມີນ້ຳໜັກ 500 ໂຕນ ກວ້າງ 10 ແມັດ ຍາວ 50 ແມັດ ຈໍານວນ 2 ລຳຜ່ານໄດ້ໃນເວລາດຽວກັນ. ໄລຍະເວລາທີ່ເຮືອໃຊ້ໃນການເດີນເຮືອປະມານ 1 ຊົ່ວໂມງ. ທາງເດີນເຮືອນີ້ໄດ້ຮັບການອອກແບບກໍ່້ສ້າງໃຫ້ປາຜ່ານໄດ້ເຊັ່ນກັນ.
ເມື່ອສຶກສາປະຫວັດຂອງການກໍ່ສ້າງເຂືືອນໄຟຟ້າທີ່ແມໍນ້ຳຂອງ ຕ້ອງນັບຖອຍຫຼັງໄປພາຍຫຼັງສົງຄາມໂລກຄັ້ງທີ່ສອງ ໃນຊຸມປີ 1950-1960 ອີງຕາມໜັງສື ‘ສໍາພັນໄຟຟ້າລາວ-ໄທ ສາຍໃຍມິດຕະພາບ ທີ່ຍືນຍົງ’ ປະເທດສະມາຊິກໃນລຸ່ມແມ່ນໍ້າຂອງຍັງເຈັບຊໍ້າຈາກສົງຄາມໂລກຄັ້ງທີ 2 ແຕ່ລະປະເທດປະສົບວິກິດຂາດແຄນພະລັງງານຢ່າງໜັກ ໂດຍສະເພາະ ການຊອກຫາແຫຼ່ງພະລັງງານໄຟຟ້າມາຕອບສະໜອງຄວາມຕ້ອງການຂອງການພັດທະນາເປັນສິ່ງທີ່ເປັນໄປໄດ້ຍາກ ດັ່ງນັ້ນຄະນະກຳມາທິການແມ່ນ້ຳຂອງສາກົນເຫັນວ່າ ທິດທາງທີ່ຈະແກ້ໄຂບັນຫາຄວາມຂາດແຄນພະລັງງານໄດ້ ແມ່ນການສ້າງເຂື່ອນໄຟຟ້າພະລັງນໍ້າ ເພາະມີແຫຼ່ງນ້ຳທຳມະຊາດທີ່ອຸດົມສົມບູນໃນຂົງເຂດນີ້. ໄລຍະທຳອິດຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ແນໃສ່ການສ້າງເຂື່ອນຂະໜາດໃຫຍ່ກາງແມ່ນ້ຳຂອງທີ່ເມືອງ ຜາມອງ ຊຶ່ງຕັ້ງຢູ່ທາງ ພາກເໜືອນະຄອນວຽງຈັນ ປະມານ 20 ກິໂລແມັດ ແຕ່ເນື່ອງຈາກໂຄງການດັ່ງກ່າວເປັນໂຄງການຂະໜາດໃຫຍ່ມະຫາສານຕິດອັນດັບ 1 ໃນ 10 ເຂື່ອນທີ່ໃຫຍ່ທີ່ສຸດຂອງໂລກໃນເວລານັ້ນ ຊຶ່ງຕ້ອງໃຊ້ເງິນທຶນກໍ່ສ້າງຈຳນວນມະຫາສານ. ໃນເວລານັ້ນພາຄີສະມາຊິກທັງ 4 ປະເທດຄື: ລາວ ໄທ ກໍາປູເຈຍ ແລະ ຫວຽດນາມ ຍັງຂາດແຄນດ້ານທຶນຮອນ ບຸກຄະລາກອນ ແລະ ບໍ່ມີປະສົບການພຽງພໍໃນການບໍລິຫານໂຄງການຂະໜາດໃຫຍ່ ທັງຍັງຕ້ອງອົບພະຍົກປະຊາຊົນຫຼາຍສິບພັນຄອບຄົວ ແລະ ເສຍພື້ນທີ່ທົ່ງພຽງທີ່ເໝາະແກ່ການປູກຝັງຈຳນວນຫຼາຍ ໂຄງການນີ້ຈິ່ງຍັງບໍ່ເໝາະສົມກັບສະຖານະການໃນເວລານັ້ນ ຄະນະກຳມາທິການແມ່ນ້ຳຂອງສາກົນ ຈິ່ງມີຄວາມເຫັນວ່າປະເທດສະມາຊິກຄວນທົດລອງສ້າງໂຄງການເຂື່ອນ ຂະໜາດກາງຕາມສາຂາແມ່ນ້ຳຂອງໃນປະເທດຕົນກ່ອນ. ລະຫ່ວາງປີ 1968-1971 ສປປລາວ ໄດ້ອະນຸມັດການພັດທະນາໂຄງການເຂື່ອນໄຟຟ້ານ້ຳງື່ມ1 ເຊິ່ງເຂື່ອນຂະໜາດແຫ່ງທຳອິດຂອງປະເທດ. ສ່ວນປະເທດໄທ ໄດ້ກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໂດຍໃສ່ຊື່ໂຄງການເຂື່ອນ ນ້ຳພອງ (ຕໍ່ມາໄດ້ປ່ຽນຊື່ເປັນ ເຂື່ອນອຸບົນຣັດ) ທີແມ່ນ້ຳພອງ ເມືອງພອງຫີບ ແຂວງຂອນແກ່ນ ເປັນເຂື່ອນທີສອງຂອງປະເທດໄທ (ຕໍ່ຈາກເຂື່ອນພູມມິພົນ). ຂະນະທີ່ ຣາຊະອານາຈັກ ກຳປູເຈຍ ແລະ ຫວຽດນາມ ໄດ້ສ້າງໂຄງການເຂື່ອນໄຟຟ້າ ທີ່ປະເທດຂອງຕົນໃນເວລາໄລເລຍກັນ.
ແມ່ນ້ຳຂອງເປັນແມ່ນ້ຳທີ່ໃຫຍ່ອັນດັບທີ 7 ຂອງທະວີບອາຊີ ແລະ ໃຫຍ່ເປັນອັນດັບທີ 12 ຂອງໂລກ ມີຄວາມຍາວ 4.350 ກິໂລແມັດ ມີຕົ້ນກຳເນີດຈາກພູພຽງທິເບດແຫ່ງປະເທດຈີນ ໄຫຼຜ່ານແຂວງ ຢຸນນານຂອງຈີນ, ພະມ້າ, ລາວ, ໄທ ກຳປູເຈຍ ແລະ ຫວຽດນາມ ໂດຍແມ່ນ້ຳຂອງຕອນເທິງ ເຊິ່ງສ່ວນໃຫຍ່ຢູ່ປະເທດຈີນ ມີສັກກະຍາພາບໃນການຜະລິດພະລັງງານໄຟຟ້າໄດ້ 28.930 MW ໃນຂະນະທີ່ແມ່ນໍ້າຂອງຕອນລຸ່ມ ມີສັກກະຍາພາບໃນການຜະລິດພະລັງງານໄຟຟ້າໄດ້ 30.000 MW
ເຂື່ອນໄຟ້ຟ້າໄຊຍະບູລີ ຕັ້ງຢູ່ເຂດພາກເໜືອຂອງປະເທດລາວ ຫ່າງຈາກຕົວເມືອງ ໄຊຍະບູລີ ໄປທາງທິດຕາເວັນອອກປະມານ 15 ກິໂລແມັດ ຫ່າງຈາກຕົວເມືອງຫຼວງພະບາງ ຕອນລຸ່ມປະມານ 80 ກິໂລແມັດ ຫ່າງຈາກປາກແມ່ນໍ້າຂອງທະເລຈີນໃຕ້ ທີ່ປະເທດຫວຽດນາມປະມານ 1.930 ກິໂລແມັດ. ເລີ່ມລົງມືກໍໍ່ສ້າງໃນປີ 2012 ມີ 5 ບໍລິສັດຮ່ວມຖືຮຸ້ນຄື: ບໍລິສັດ CK Power Public Company Limited ຖືຫຸ້ນ 37,5% ; ບໍລິສັດ NATEE SYNERY ຖືຫຸ້ນ 25% ; ບໍລິສັດ ຜະລິດໄຟຟ້າ ຈຳກັດ ມະຫາຊົນ (ໄທ) ຖືຫຸ້ນ 12.5% ; ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື EDL-Gen ຖືຫຸ້ນ 20% ແລະ ບໍລິສັດ PT Construction and Irrigation SOLE ຖືຫຸ້ນ 5%. ໂດຍແມ່ນບໍລິສັດ ຊໍການຊ່າງລາວ ຈຳກັດ ເປັນຜູ້ຮັບເໝົາຫຼັກໃນການກໍ່ສ້າງຕາມການລົງນາມ EPC Contact ໃນວັນທີ 14 ຕຸລາປີ 2011 ແລະ ໄດ້ມີພິທີການລົງນາມສັນຍາຊື້-ຂາຍໄຟຟ້າລະວ່າງ ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ໃນ ເດືອນ ຕຸລາ 2011.
ມາຮອດປັດຈຸບັນ ສປປລາວ ມີແຫຼ່ງຜະລິດພະລັງງານໄຟຟ້ານັບແຕ່ 1 MW ຂຶ້ນໄປ ມີເຖິງ 85 ແຫ່ງ ຄາດວ່າຈະມີເຖິງ 100 ແຫ່ງ ເມື່ອປີ 2030. ບັນດາໂຄງການເຂື່ອນໄຟຟ້າເຫຼົ່ານັ້ນ ນອກຈາກຈະເປັນແຫຼ່ງຜະລິດພະລັງງານໄຟຟ້າເພື່ອສະໜອງພາຍໃນປະເທດ ແລະ ສົ່ງອອກໃຫ້ບັນດາປະເທດໃກ້ຄຽງແລ້ວ ຍັງເປັນໂຄງການລົງທຶນທີ່ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ເມັດເງິນມະຫາສານ. ພ້ອມກັນນີ້, ການພັດທະນາເຂື່ອນໄຟຟ້າ ຍັງເປັນກຸນແຈສຳຄັນທີ່ຈະນຳພາປະເທດຊາດກ້າວຂຶ້ນເປັນປະເທດອຸດສາຫະກຳທີ່ທັນສະໄໝ ຕາມທິດກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ແຫຼ່ງຂໍ້ມູນ : ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ
ຮຽບຮຽງ : ຄຳແສງ ແກ້ວປະເສີດ