ທ່ານ ຮອງລັດຖະມົນຕີ ລົງຕິດຕາມ, ຊຸກຍູ້ການປະຕິບັດກິດຈະການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຂອງ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ

          ໃນວັນທີ 11 ສິງຫາ 2024 ນີ້, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເພື່ອຕິດຕາມ ແລະ ຍູ້ຊຸກການຈັດຕັ້ງປະຕິບັດພັນທະດ້ານຕ່າງໆຂອງໂຄງການບໍ່ຄຳວັງຕັດ ໂດຍໄດ້ຮັບຕ້ອນຮັບຈາກ ທ່ານ ບຸ໊ຍ ແອ້ງດຶກ ປະທານສະພາບໍລິຫານ, ຮອງຜູ້ອຳນວຍການໃຫຍ່ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ພ້ອມດ້ວຍຄະນະອຳນວຍການ, ຄະນະພະແນກ ແລະ ພະນັກງານກຳມະກອນທີ່ປະຈຳຢູ່ພາກສະໜາມ.

          ທ່ານ ສີສົມພອນ ຮອງຫົວໜ້າໜ່ວຍງານບໍລິຫານຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ຕາງໜ້າໃຫ້ບໍລິສັດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງໂຄງການ. ໃນບົດລາຍງານ ທ່ານ ໄດ້ຍົກໃຫ້ເຫັນເຖິງຄວາມເປັນມາຂອງໂຄງການ ແລະ ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງໂຄງການໃນໄລຍະ 6 ເດືອນຕົ້ນປີ 2024 ບາງຕອນ ທ່ານ ໄດ້ກ່າວວ່າ: ໃນເມື່ອກ່ອນ ບໍລິສັດຫຸ້ນສ່ວນຫວຽດ-ລາວ ໄດ້ຮັບອະນຸຍາດຈາກລັດຖະບານດຳເນີນການຊອກຄົ້ນສຳຫຼວດແຮ່ຄຳໃນປີ 2006 ມີອາຍຸ 4 ປີ. ຮອດປີ 2009 ບໍລິສັດໄດ້ຮັບອະນຸຍາດຂຸດຄົ້ນໃນເນື້ອທີ່ 300 ເຮັກຕາ. ພາຍຫຼັງອາຍຸສັນຍາໄດ້ສິ້ນສຸດລົງໃນປີ 2010 ໂຄງການດັ່ງກ່າວໄດ້ໂອນຂຶ້ນກັບຫ້ອງວ່າການສູນກາງພັກ. ເລີ່ມແຕ່ປີ 2019 ເປັນຕົ້ນມາ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ຮັບສິດຈາກລັດຖະບານ ເພື່ອດຳເນີນການຂຸດຄົ້ນໃນເນື້ອທີ່ 300 ເຮັກຕາ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໃນເນື້ອທີ່ 1,500 ເຮັກຕາ. ຕໍ່ມາບໍລິສັດໄດ້ຮັບອະນຸຍາດໃຫ້ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດບ້ານ ວັງຕັດໃຫຍ່ ແລະ ບ້ານ ຢຽງດາກ ເມືອງ ຊານໄຊ ແຂວງ ອັດຕະປື ໂດຍມີອາຍຸສັນຍາ 20 ປີ ລວມທັງໄລຍະການກໍ່ສ້າງໂຮງງານ ແລະ ການປິດບໍ່.

          ທ່ານ ກ່າວຕື່ມວ່າ: ມາຮອດປັດຈຸບັນ ບໍລິສັດກຳລັງສືບຕໍ່ດຳເນີນໂຄງການຢ່າງເອົາໃຈໃສ່ ແລະ ມີປະສິດພາບມີປະສິດທິຜົນສູງ ຮັບປະກັນການສ້າງຜົນປະໂຫຍດຕໍ່ປະເທດຊາດທັງທາງກົງ ແລະ ທາງອ້ອມຢ່າງຫຼວງຫຼາຍ. ສະເພາະໄລຍະ 6 ເດືອນຕົ້ນປີ 2024 ນີ້ ບໍລິສັດມີພະນັກງານ-ກຳມະກອນທັງໝົດ 1,000 ຄົນ ໃນນີ້ເປັນຄົນລາວ ກວມເອົາ 80 ກວ່າ% ແລະ ຄົນຕ່າງປະເທດ 10 ກວ່າ%.

ທ່ານ ບຸ໋ຍ ແອ້ງດຶກ ຮອງຜູ້ອຳນວຍການໃຫຍ່ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ສະເໜີໃຫ້ ລັດຖະບານ ໂດຍສະເພາະຕໍ່ ທ່ານ ຮອງລັດຖະມົນຕີ ໃຫ້ສືບຕໍ່ຊີ້ນຳ, ອຳນວຍຄວາມສະດວກ ບໍລິສັດ ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການສຳເລັດຕາມແຜນການທີ່ວາງໄວ້. ພ້ອມກັນນີ້ກໍ່ສະເໜີຊ່ວຍແກ້ໄຂບັນຫາການລັກລອບຂຸດແຮ່ ແລະ ການຖ່າງປ່າເຮັດໄຮ່ ຂອງປະຊາຊົນ ເນື່ອງຈາກມີຄວາມສ່ຽງຈະເກີດອຸປະຕິເຫດ, ຊ່ວຍປະສານງານໃຫ້ບໍລິສັດສາມາດດຶງຕາຂ່າຍໄຟຟ້າແຮງສູງ 115 ເມກາວັດ ເພື່ອສະໜອງໃຫ້ໂຄງການ.

ພາຍຫຼັງຮັບຟັງການລາຍງານຂອງບໍລິສັດແລ້ວ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະອຳນວຍການ ແລະ ຄະນະນຳບໍລິສັດຫຼາຍບັນຫາ ເປັນຕົ້ນ ໃຫ້ບໍລິສັດເອົາໃຈໃສ່ປະຕິບັດວຽກງານປົກປັກຮັກສາສິ່ງແວດລ້ອມ, ການປ່ອຍນໍ້າເປື້ອນ, ການກໍ່ສ້າງອ່າງລ້າງແຮ່ໃຫ້ຮັບປະກັນຄຸນນະພາບບໍ່ໃຫ້ເກີດມີນໍ້າເປື້ອນໄຫຼຊຶມອອກສູ່ນໍ້າທຳມະຊາດ, ການຮັກສາຄວາມປອດໄພທາງແຮງງານ, ການຊ່ວຍເຫຼືອສັງຄົມ ໃນນີ້ໃຫ້ເອົາໃຈໃສ່ຝຶກອົບຮົມສ້າງສີມືແຮງງານ ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນການພັດທະນາໂຄງການຮ່ວມກັນ ແລະ ບັນຫາອື່ນໆ. ສຳລັບຂໍ້ສະເໜີຂອງບໍລິສັດນັ້ນ ທ່ານ ຮອງລັດຖະມົນຕີ ຮັບເອົາຈະນຳໄປຄົ້ນຄວ້າ,ພິຈາລະນາ ແລະ ລາຍງານຂັ້ນເທິງ ເພື່ອແກ້ໄຂໂດຍດ່ວນ.

ຫຼັງຈາກນັ້ນ, ທ່ານ ຮອງຜູ້ອຳນວຍການໃຫຍ່ ກໍ່ໄດ້ນຳພາ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ລົງຢ້ຽມຢາມຢູ່ພາກສະໜາມ ເພື່ອຕິດຕາມການຈັດຕັ້ງປະຕິບັດວຽກງານຕົວຈິງຂອງໂຄງການຕື່ມອີກ.
ພາບ ແລະ ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506