ສະມາຊິກສະພາແຫ່ງຊາດ ຊຸດທີ IX ຢ້ຽມຢາມ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ກະຊວງພະລັງງານ ແລະ ບໍ່ແຮ່

           ໂດຍການນຳພາຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ I, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ I, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ລົງພົບປະ, ໂອ້ລົມ ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຄະນະຫ້ອງການ, ຄະນະກົມ, ສະຖາບັນ, ລັດວິສາຫະກິດ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

           ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ກ່າວຕ້ອນຮັບ ພ້ອມທັງລາຍງານຫຍໍ້ສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂ ໃນຕໍ່ໜ້າ. ບາງຕອນ ທ່ານ ໄດ້ກ່າວວ່າ: ພວກຂ້າພະເຈົ້າຕີລາຄາສູງຄວາມສໍາຄັນໃນການລົງມາຢ້ຽມຢາມ ແລະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນໃນມື້ນີ້. ຍ້ອນວ່າ : ດ້ານໜຶ່ງ ກໍແມ່ນໄລຍະ ທີ່ທົ່ວຂະແໜງພະລັງງານ ແລະ ບໍ່ແຮ່ ພວກຂ້າພະເຈົ້າ ຫາກໍ່ສໍາເລັດການສະຫຼຸບ-ປະເມີນຜົນ ການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານພະລັງ ງານ ແລະ ບໍ່ແຮ່ 6 ເດືອນທ້າຍຕົ້ນປີ 2024 ແລະ ກໍານົດແຜນການສືບຕໍ່ປະຕິບັດສໍາລັບ 6 ເດືອນທ້າຍປີ 2024 ຕິດພັນກັບການສ້າງຂະບວນການໃນດ້ານຕ່າງໆເພື່ອກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

          ຫຼັງຈາກໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງຂະແໜງການພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ວາລີ ເວດສະພົງ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສປນວ ຊຸດທີ II ແລະ ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ບາງຕອນ ທ່ານ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ດໍາເນີນແຕ່ວັນທີ 10 ມິຖຸນາ ຫາ 2 ກໍລະກົດ 2024 ລວມ 17 ວັນ ໄດ້ພິຈາລະນາ, ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍອອກເປັນມະຕິ 6 ສະບັບ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 13 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ແລະ ຮ່າງກົດໝາຍວ່າດ້ວຍສະຫະກອນ; ກົດໝາຍປັບປຸງ 11 ສະບັບຄື: 1) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອັດຈໄອວີ/ພະຍາດເອດ, 2) ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 3) ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, 4) ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, 5) ກົດໝາຍວ່າດ້ວຍການທ່ອງທ່ຽວ, 6) ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, 7) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, 8.) ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, 9) ກົດໝາຍວ່າດ້ວຍສະພາແຫ່ງຊາດ, 10) ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, 11) ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ວຽກງານສະພາແຫ່ງຊາດ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ 8. ຫຼັງຈາກນັ້ນ ໄດ້ຮັບຟັງບັນຫາ, ຂໍ້ສະເໜີ, ຄວາມຂັດຂ້ອງໝອງໃຈຈາກນາຍ-ພົນທະຫານ ຊຶ່ງບາງບັນຫາກໍໄດ້ຕອບກັບທີ່, ສ່ວນບັນຫາທີ່ກ່ຽວຂ້ອງກັບຫຼາຍພາກສ່ວນ ກໍຈະນຳໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃນໂອກາດຕໍ່ໄປ.

ຕອນທ້າຍຂອງກອງປະຊຸມ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ I ,ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ I, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຮອບດ້ານທີ່ຂະແໜງການພະລັງງານ ແລະ ບໍ່ແຮ່ ຍາດມາໄດ້ໃນໄລຍະຜ່ານມາ, ຕີລາຄາສູງຕໍ່ການປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະ ເທດຊາດຕະຫຼອດມາ ພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນຳຄະນະພັກ-ຄະນະນຳທຸກຂັ້ນ ຈົ່ງພ້ອມກັນຮັກສາຄວາມສາມັກຄີຮັກແພງເຊິ່ງກັນແລະກັນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ສ້າງເສດຖະກິດກົມກອງ ກໍຄືຄອບຄົວມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.

ພາບ: ມີລູ່ ຄໍາເສີດ
ຂ່າວ: ຄໍາແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506