ທ່ານ ລັດ​ຖະ​ມົນ​ຕີ ຕ້ອນ​ຮັບ​ຄະ​ນະ​ເຊື້ອ​ຊາດ​ລາວ​ຢູ່ ສະຫະລັດ ອາ​ເມ​ລິ​ກາ ເຂົ້າ​ຢ້ຽມ​ຂ່ຳ​ນັບ

ເພື່ອ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງພັກເຂົ້າສູ່ລ່ວງເລິກ ໂດຍສະເພາະແມ່ນ ການດຶງດູດ, ຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດຫັນກັບມາສ້າງສາ, ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມສະຫງົບສຸກ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ດັ່ງນັ້ນ, ມາໃນຕອນເຊົ້າວັນທີ 17 ມັງກອນ 2022 ທີ່ຜ່ານມານີ້, ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ຕ້ອນຮັບຄະນະເຊື້ອຊາດລາວຢູ່ຕ່າງປະເທດເຂົ້າຢ້ຽມຂໍ່ານັບ ນຳໂດຍ ທ່ານ ນາງ ສຸພາ ໄຊປຣາສິດ-ເມ ຄົນເຊື້ອຊາດລາວ, ສັນຊາດອາເມລິກາ ທັງເປັນຜູ້ບໍລິຫານລະດັບສູງຮ້ານຊັບພະສິນຄ້າ Walmart ຂອງອາເລິກາ ແລະ ທ່ານ ວຽງໄຊ ວໍລະກຸນ ຄົນເຊື້ອຊາດລາວ, ສັນຊາດອາເມລິກາ ທັງເປັນປະທານບໍລິສັດ Wilaikul International Gold Mine,Co,LTD.

ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະເຊື້ອຊາດລາວຢູ່ຕ່າງປະເທດ ໂດຍສະເພາະແມ່ນຄົນເຊື້ອຊາດລາວ ຢູ່ສະຫະລັດເມລິກາ ໄດ້ເດີນທາງມາຢ້ຽມ ແລະ ເຮັດວຽກຢູ່ ສປປລາວ ໃນຄັ້ງນີ້ ແລະ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍ່ເປັນຂະ   ແໜງການໜຶ່ງ ທີ່ຄະນະຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ເຂົ້າມາພົບປະ ແລະ ປຶກສາຫາລື. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ກ່ຽວກັບຜົນສຳເລັດ ແລະ ທ່າແຮງບົ່ມຊ້ອນຂອງ ສປປລາວ ໃນການພັດທະນາພະລັງງານ ແລະ ບໍ່ແຮ່ ບາງຕອນ ທ່ານ ກ່າວວ່າ: ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍສະເພາະນັບແຕ່ພັກໄດ້ວາງແນວທາງການປ່ຽນແປງໃໝ່ ໃນປີ 1986 ເປັນຕົ້ນມາ, ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ເປັນຂະແໜງການໜຶ່ງທີ່ໄດ້ຮັບຄວາມສົນໃຈເຂົ້າມາລົງທຶນຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ການພັດທະນາພະລັງງານ ແລະ ບໍ່ແຮ່ ໄດ້ຄອຍໆເຕີບໃຫຍ່ຂະຫຍາຍຕົວ ແລະ ມີທ່າອ່ຽງເພີ່ມຂຶ້ນເລືອຍໆ ໂດຍສະເພາະໃນໄລຍະ 10 ປີມານີ້ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ມີການຂະຫຍາຍຕົວດ້ວຍບາດກ້າວທີ່ໜັກແໜ້ນ ແລະ ໝັ້ນທ່ຽງ. ເຮັດໃຫ້ຂະແໜງ ພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງການທີ່ສຳຄັນຕໍ່ການຊຸກຍູ້ໃຫ້ເສດຖະກິດແຫ່ງຊາດຈະເລີນເຕີບໂຕ. ພ້ອມກັນນີ້, ຂະແໜງການພະລັງງານ ແລະ ບໍ່ແຮ່ ຍັງເປັນຂະແໜງການທີ່ຊຸກຍູ້ ແລະ ການຫັນປ່ຽນຢ່າງຕັ້ງໜ້າ ຈາກເສດຖະກິດທໍາມະຊາດ ສູ່ເສດຖະກິດຕະຫຼາດຢູ່ ສປປລາວ. ຮອດທ້າຍປີ 2021 ນີ້, ສປປລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງ​ຕິດຕັ້ງແຕ່ 1 MW ຂຶ້ນ​ໄປ ມີທັງໝົດ 86 ແຫ່ງ  (ພະລັງງານນໍ້າ 73 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ), ລວມກໍາລັງຕິດຕັ້ງ 10.447,93 MW; ຄວາມອາດສາມາດຜະລິດພະລັງງານໄຟຟ້າສູງເຖິງ 54.050,93 GWh/ປີ; ມີລະບົບສາຍສົ່ງມີຄວາມຍາວທັງໝົດ 67.643 km. ໃນນັ້ນ, ແຮງດັນສູງ 500 kV: 674 km; 230 kV: 4.689 km; 115 kV: 7.213 km; ແຮງດັນກາງ 22 kV: 34.626 km ແລະ ແຮງດັນຕໍ່າ 0,4 kV: 20.441 km;ມີສະຖານີທັງໝົດ 84 ແຫ່ງ. ສໍາລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ກໍ່ເປັນອີກວຽກງານໜຶ່ງທີ່ ລັດຖະບານ ສປປລາວ ຖືເປັນວຽກງານບູລິມະສິດ ແລະ ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ປະຈຸບັນບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ມີທັງໝົດ 217 ບໍລິສັດ 316 ກິດຈະການ ໃນນັ້ນ ດ້ານທໍ ລະນີສາດແຮ່ທາດ 96 ບໍລິສັດ 116 ກິດຈະການ ແລະ ດ້ານບໍ່ແຮ່ 121 ບໍລິສັດ 200 ກິດຈະການ.

ຂະນະດຽວກັນນີ້, ທ່ານນາງ ສຸພາ ໄຊປຣາສິດ-ເມ ຄົນເຊື້ອຊາດລາວ, ສັນຊາດອາເມລິກາ ທັງເປັນຜູ້ບໍລິຫານລະດັບສູງຮ້ານຊັບພະສິນຄ້າ Walmart ຂອງອາເລິກາ ກໍ່ໄດ້ຕາງໜ້າໃຫ້ຄະນະເຊື້ອຊາດລາວຢູ່ຕ່າງປະເທດ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ລັດຖະມົນຕີ ພ້ອມຄະນະທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ລາຍງານສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ. ພ້ອມກັນນີ້, ທ່ານ  ຜູ້ບໍລິຫານລະດັບສູງຮ້ານຊັບພະສິນຄ້າ Walmart ຂອງອາເລິກາ ກໍ່ລາຍງານ ທ່ານ ລັດຖະມົນຕີຊາບ ເຖິງຈຸດປະສົງຂອງການເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກງານຂອງຄະນະເຊື້ອຊາດລາວ ຢູ່ຕ່າງປະເທດ ຢູ່ ສປປລາວ ເຊິ່ງເປັນປະເທດບ້ານເກີດເມືອງນອນຄັ້ງນີ້ວ່າ: ເພື່ອປຶກສາຫາລື, ແລກປ່ຽນຄວາມຄິດເຫັນກ່ຽວກັບຄວາມເປັນໄປໄດ້ຂອງການລົງທຶນ ແລະ ດຳເນີນທຸລະກິດຢູ່ ສປປລາວ ທັງເປັນການຍາດແຍ່ງການລົງທຶນຂອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ໂດຍສະເພາະແມ່ນຜູ້ທີ່ມີຄວາມສົນໃຈລົງທຶນ ແລະ ດຳເນີນທຸລະກິດດ້ານຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນ ຕາມແນວທາງນະໂຍບາຍຂອງພັກ, ລັດຖະບານ ສປປລາວ ວາງອອກ.

ສະຫະລັດອາເມລິກາ ເປັນປະເທດໜຶ່ງທີ່ໄດ້ລົງທຶນ ແລະ ຊ່ວຍເຫຼືອ ສປປລາວ ໃນວຽກງານພະລັງງານ ແລະ ບໍແຮ່ ໃນນີ້, ໂຄງການທີ່ພົນເດັ່ນມີ: ໂຄງການ Smart Infrastructure for the Mekong (SIM) ໂດຍຜ່ານ USAID ໄດ້ສະໜັບສະໜູນດ້ານວິຊາການໃນການສຶກສາພະລັງງານທາງເລືອກໃນ ສປປ ລາວ (Assessment of Energy Alternate Study for Lao PDR); ໂຄງການ Clean Power Asia; ການຊ່ວຍເຫຼືອທາງດ້ານວິຊາການເຕັກນິກ ໂດຍຜ່ານ USAID;  ໂຄງການທົດລອງການປະມູນການຜະລິດໄຟຟ້າແສງຕາເວັນ; ໂຄງການສ້າງຄວາມເຂັ້ມແຂງດ້ານວິຊາການດ້ານ Public Participants, Collaboration and Conflict Transformation ໂດຍ USACE; ໂຄງການສຶກສາສະຖານີສາກ ແລະ ອອກແບບລາຄາໄຟຟ້າ ໂດຍ USAID ເຊິ່ງກໍາລັງດໍາເນີນການສຶກສາ ແລະ ຈະສໍາເລັດໃນທ້າຍປີ 2021 ນີ້; ໂຄງການຮ່ວມມືພັດທະນາໂປແກມ Switch Model ຈາກມະຫາວິທະຍາໄລແຄລິຟໍເນຍ; ການຮ່ວມມືດ້ານບຸກຄະລາກອນ ຂອງ ລັດວິສາຫະກິດໄຟຟ້າ ແລະ GE ແລະ ໂຄງການສຶກສາຄວາມເປັນໄປໄດ້ໃນການຊື້ໄຟຈາກ ຟຟລ ກັບ Convalt Energy  ໃນເຂດພາກໃຕ້ໄປຫາຫວຽດນາມ (ຫາດຊັນຫາເປກູ).

ພາບ: ວຽງສະຫວັນ ປຣະດິດ

ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື

ຂ່າວ: ຄໍາແສງ ແກ້ວປະເສີດ