ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພ້ອມກຳນົດທິດທາງ ແລະ ຍຸດທະສາດດ້ານ ພະລັງງານ ເພື່ອໃຫ້ ສອດຄ່ອງກັບວິໄສທັດອາຊຽນ

          ພາຍຫຼັງກອງປະຊຸມໄດ້ດຳເນີນມາແຕ່ມາເປັນເວລາສອງວັນເຕັ້ມ, ຕອນແລງວັນທີ 27 ກັນຍາ 2024 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼ່ງຂ່າວຜົນສຳເລັດຢ່າງເປັນທາງການ ໂດຍໃຫ້ກຽດຖະແຫຼ່ງຂ່າວຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ, ປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42. ມີບັນດາ ທ່ານ ລັດຖະມົນຕີພະລັງງານອາຊຽນ, ທ່ານ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
          ທ່ານ ລັດຖະມົນຕີ, ປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ໄດ້ລາຍງານໝາກຜົນອັນພົ້ນເດັ່ນຂອງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (42nd AMEM), ທີ່ຈັດຂຶ້ນໃນລະຫວ່າງວັນທີ 26 ແລະ 27 ກັນຍາ 2024 ບາງຕອນ ທ່ານ ໄດ້ກ່າວວ່າ: ໂດຍການເປັນເຈົ້າພາບຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ເຊິ່ງເຂົ້າຮ່ວມໂດຍບັນດາປະເທດສະມາຊິກອາຊຽນ (AMS), ປະເທດຄູ່ຮ່ວມຍຸດທະສາດ ແລະ ອົງການຈັດຕັ້ງສາກົນ. ຄຽງຄູ່ກັບກອງປະຊຸມ AMEM ຄັ້ງທີ 42, ພວກເຮົາຍັງໄດ້ເປັນປະທານກອງປະຊຸມທີ່ກ່ຽວຂ້ອງຄື: ກອງປະຊຸມຮ່ວມກັບກັບອົງການພະລັງງານສາກົນ (IEA) ແລະ ອົງການພະລັງງານທົດແທນສາກົນ (IRENA), ກອງປະຊຸມ AMEM ບວກສາມ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດລັດຖະມົນຕີພະລັງງານອາຊີຕາເວັນອອກຄັ້ງທີ 18. ໂດຍກອງປະຊຸມຂັ້ນລັດຖະມົນຕີທີ່ກ່າວມານັ້ນໄດ້ມີການກະກຽມຄວາມພ້ອມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຜ່ານກອງປະຊຸມເຈົ້າຫນ້າທີ່ອາວຸໂສພະລັງງານອາຊຽນ ໃນຊ່ວງວັນທີ 24 ແລະ 25 ກັນຍາ 2024 ທີ່ຜ່ານມາ.

          ໃນຂະນະທີ່ອາຊຽນກໍາລັງເຮັດວຽກເພື່ອກ້າວໄປສູ່ຄວາມຍືນຍົງ ຜ່ານຂອບໜ້າວຽກທີ່ໄດ້ກໍານົດ ແລະ ຂໍ້ລິເລີ່ມຕ່າງໆເຊັ່ນ: ການກໍານົດຍຸດທະສາດການຫຼຸດຜ່ອນທາດອາຍຄາບອນ, ພວກເຮົາເຫັນວ່າ ເປັນແຜນວຽກໜຶ່ງທີ່ສຳຄັນ ແລະ ຕ້ອງຈັດຕັ້ງປະຕິບັັດໃຫ້ສອດຄ່ອງກັບໜ້າວຽກໃນຂະແໜງພະລັງງານ, ເພື່ອສົ່ງເສີມຄວາມເປັນເອກະພາບໃຫ້ການຈັດຕັ້ງປະຕິບັດແລະ ມຸ່ງເນັ້ນໄປເຖິງການພັດທະນາພາກພື້ນໃນອານາຄົດ. ໂດຍທີ່ ພວກເຮົາຈະສອດແຊກແຜນຍຸດທະສາດັ່ງກ່າວ ເຂົ້າໃນການຜັນຂະຫຍາຍແຜນການປະຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ໄລຍະທີ 2: 2021-2025 ແລະ ການພັດທະນາຈັດຕັ້ງປະຕິບັດ APAEC ພາຍຫຼັງປີ 2025.
          ຜົນສໍາເລັດທີ່ ພວກເຮົາສາມາດບັນລຸໄດ້ໃນປີນີ້ ຜ່ານການຈັດຕັ້ງປະຕິບັດໂຄງການ ພາຍໃຕ້ແຜນ APAEC ໄລຍະ II, ກວມເອົາ ການພັດທະນາປະສິດທິພາບດ້ານພະລັງງານ, ດ້ານພະລັງງານທົດແທນ, ດ້ານນະໂຍບາຍ ແລະ ແຜນການພະລັງງານ, ເຕັກໂນໂລຊີຖ່ານຫີນສະອາດ, ທໍ່ສົ່ງອາຍແກັສຂ້າມອາຊຽນ ແລະ ພະລັງງານນິວເຄຼຍ. ໝາກຜົນຂອງກອງປະຊຸມ AMEM ຄັ້ງທີ 42 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນປີ 2024 ໃນຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມໂຍງ, ການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ”, ໂດຍສະເພາະ ວຽກ APG ທີ່ໄດ້ປັບປຸງບົດບັນທຶກຄວາມເຂົ້າໃຈ (MoU) ແລະ ເນື້ອໃນຂອບໜ້າວຽກ (ToR) ຂອງອົງການຕ່າງໆ ທີ່ກ່ຽວຂ້ອງຂອງວຽກ APG. ບົດບັນທຶກຄວາມເຂົ້າໃຈສະບັບປັບປຸງແມ່ນຈະເປັນເຄື່ອງມືອັນສຳຄັນ ໃນການຊຸກຍູ້ຂັບເຄື່ອນການຄ້າພະລັງງານໄຟຟ້າຫຼາຍຝ່າຍ, ເພື່ອປັບປຸງຂອດການປະສານງານລະຫວ່າງບັນດາພາກສ່ວນກ່ຽວຂ້ອງ, ແລະ ເພື່ອປັບປຸງການສະໜອງໄຟຟ້າໃຫ້ຍືນຍົງ ແລະ ຮັບປະກັນໄດ້ໃນທົ່ວບັນດາປະເທດສະມາຊິກອາຊຽນ.

          ເພື່ອໃຫ້ວຽກງານການເຊື່ອມໂຍງລະຫວ່າງພາກພື້ນມີຄວາມກ້າວໜ້າ, ພວກເຮົາເປັນເອກະພາບຖືເອົາວຽກ APG ເປັນຈຸດໃຈກາງເພື່ອສ້າງອະນາຄົດດ້ານພະລັງງານທີ່ເຂັ້ມແຂງ ແລະ ຍືນຍົງຂອງອາຊຽນ, ທັງເພື່ອອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍພະລັງງານໄຟຟ້າຂ້າມຊາຍແດນ, ແລະ ເພື່ອສະໜັບສະໜູນວິໄສທັດດ້ານພະລັງງານໄລຍະຍາວຂອງພາກພື້ນ.
          ເພື່ອເຮັດໃຫ້ການສົ່ງໄຟຟ້າ ແລະ ປະຕິບັດວິໄສທັດ ວຽກຕາຂ່າຍໄຟຟ້າອາຊຽນ, ພວກເຮົາໄດ້ຖືສຳຄັນການຍົກລະດັບປັບປຸງລະບົບສາຍສົ່ງຂ້າມຊາຍແດນ ແລະ ການນຳໃຊ້ເຕັກໂນໂລຊີທີ່ກ່ຽວຂ້ອງ ເຊັ່ນ: ການພັດທະນາລະບົບສາຍສົ່ງໃຕ້ທະເລ. ນອກຈາກນັ້ນ, ເພື່ອເຮັດການພັດທະນາບັນດາໂຄງການສາຍສົ່ງເຊື່ອມຕໍ່ລະຫວ່າງພາກພື້ນ ທີ່ກ່າວມານັ້ນ ເກີດຜົນ, ພວກເຮົາເຫັນໄດ້ຄວາມສຳຄັນ ເຖິ່ງຄວາມຕ້ອງການດ້ານທຶນຮອນໃນການລົງທຶນຢ່າງມະຫາສານເພື່ອໃຫ້ວຽກ APG ມີຄວາມກ້າວໜ້າ. ຕິດພັນກັນນັ້ນ, ພວກເຮົາໄດ້ຮັບຊາບການລາຍງານກ່ຽວກັບບັນດາຂໍ້ລິເລີ່ມໃນການສະໜັບສະໜູນໂຄງການຫັນປ່ຽນດ້ານພະລັງງານລະດັບປະເທດ ແລະ ພາກພື້ນ ແລະ ການອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງດ້ານພະລັງງານອາຊຽນ, ລວມທັງການຈັດສັນທຶນສະເພາະໃຫ້ແກ່ວຽກງານ APG ຂອງທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ.

ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506