ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳພາຍໃນແຂວງ

ໃນວັນທີ່ 12 ມັງກອນ 2022 ນີ້, ເຊິ່ງມື້ທີສອງ ຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II. ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ຕາງໜ້າໃຫ້ອົງການປົກຄອງແຂວງ ສະເໜີຮ່າງຂໍຕົກລົງ ວ່າດ້ວຍການຄຸ້ມຄອງແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳພາຍໃນແຂວງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ເພື່ອພິຈາລະນາ ຮັບຮອງເອົາ. ໃນຮ່າງຂໍ້ຕົກລົງສະບັບນີ້, ໄດ້ກຳນົດບັນດາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ປົກປັກຮັກສາ, ນຳໃຊ້, ການດຳເນີນທຸລະກິດ ກ່ຽວກັບແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳຢູ່ພາຍໃນແຂວງອຸດົມໄຊ. ເພື່ອເຮັດໃຫ້ການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ, ຈຳໜ່າຍ ແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ໃຫ້ເປັນລະບົບ, ຕໍ່ເນື່ອງ, ມີປະສິດທິພາບ, ປະສິດທິຜົນສູງ, ມີຄວາມໂປ່ງໃສ, ຍຸຕິທຳ, ເປີດເຜີຍ ແລະ ສາມາດກວດສອບໄດ້. ຮັບປະກັນການອະນຸຍາດຢ່າງຖືກຕ້ອງ, ສອດຄ່ອງ ຕາມຂັ້ນຕອນ, ຕາມກົດໝາຍ, ລະບຽບການທີ່ໄດ້ກຳນົດໄວ້ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ໃຫ້ໄປຕາມທິດສີຂຽວ, ຍືນຍົງ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງອຸດົມໄຊ ນັບມື້ດີຂຶ້ນເທື່ອລະກ້າວ.

ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງກ່າວຕື່ມວ່າ: ຮ່າງຕົກລົງສະບັບນີ້ ປະກອບມີ: 10 ໝວດ, 43 ມາດຕາ, ບົດບັນຍັດທົ່ວໄປ, ຂອບເຂດການຄຸ້ມຄອງພື້ນຖານການຊອກຄົ້ນ-ສຳຫຼວດ, ການຂຸດຄົ້ນ, ການປຸງແຕ່ງແຮ່ທາດອະໂລຫະ ສຳລັບການກໍ່ສ້າງ ແລະ ອຸດສາຫະກຳ, ຂັ້ນຕອນການອະນຸຍາດການຊອກຄົ້ນ-ສຳຫຼວດ,ການຂຸດຄົ້ນ,ການປຸງແຕ່ງແລະຈຳໜ່າຍ, ສິດ, ໜ້າທີ່ ແລະ ພັນທະ ຂອງຜູ້ທີ່ໄດ້ຮັບອະນຸຍາດ, ຂໍ້ຫ້າມ,ອົງການຄຸ້ມຄອງການຊອກຄົ້ນ-ສຳຫຼວດ, ການຕິດຕາມ, ກວດກາ, ການແກ້ໄຂຂໍ້ຂັດແຍ່ງ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ ທີ່ກ່ຽວຂ້ອງກັບວຽກງານ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຈະແຈ້ງ. ຮັບປະກັນເຮັດໃຫ້ສ້າງຜົນປະໂຫຍດສູງສຸດຕໍ່ປະເທດຊາດເວົ້າລວມ, ເວົ້າສະເພາະຕໍ່ແຂວງ ອຸດົມໄຊ ແລະ ກໍ່ໄດ້ລົງຄະແນນສຽງຮັບຮອງເອົາດ້ວຍແນນສຽງເປັນສ່ວນຫຼາຍ.
ແຫຼ່ງຂໍ້ມູນ: ສະຖານີ-ວິທະຍຸແຂວງ ອຸດົມໄຊ
ຮຽບຮຽງຂ່າວ: ຄຳແສງແກ້ວປະເສີດ