
ວັນທີ 24 ຕຸລາ 2024 ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ນໍາໂດຍ ສະຫາຍ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ນຳເອົາອຸປະກອນຊຸດດອກໄຟເຍືອງທາງ ລະບົບພະລັງງານແສງຕາເວັນ (ໂຊລາເຊວ) ຈໍານວນ 35 ຊຸດ ມາມອບໃຫ້ກອງບັນຊາການທະຫານ ແຂວງ ວຽງຈັນ, ໃຫ້ກຽດຕ້ອນຮັບຄັ້ງນີ້ ໂດຍແມ່ນສະຫາຍ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງ ວຽງຈັນ, ມີສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ບັນສະຫາຍໃນຄະນະພັກ, ອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງ ຕ້ອນຮັບດ້ວຍຄວາມອົບອຸ່ນ.

ໂອກາດນີ້ ສະຫາຍ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ການທີ່ພວກເຮົານໍາເອົາອຸປະກອນໄຟໂຊລາເຊວມາມອບໃຫ້ຄັ້ງນີ້ ພວກເຮົາຮູ້ສືກດີໃຈຫຼາຍ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນຊາດເວົ້າລວມ ເວົ້າສະເພາະແມ່ນກອງບັນຊາການທະຫານ ແຂວງ ວຽງຈັນ, ເພາະວ່າວຽກງານປ້ອງກັນຊາດມັນແມ່ນໜ້າທີ່ຂອງທຸກຄົນໃນທົ່ວປວງຊົນທີ່ຈະຕ້ອງໄດ້ປະກອບສ່ວນຊ່ວຍກັນ, ທັງເປັນກໍາລັງແຮງຊຸກຍູ້, ໃຫ້ນາຍ ແລະ ພົນທະຫານທີ່ກໍາລັງປະຕິບັດໜ້າທີ່ຢູ່ຂົງເຂດທຸລະກັນດານໄດ້ມີໄຟ້ຟ້າ ຊົມໃຊ້ໃນຊີວິດປະຈໍາວັນ ໃຫ້ມີຄວາມສະດວກສະບາຍ ຮັບປະກັນເຮັດສໍາເລັດໜ້າທີ່ຕາມການໄດ້ຮັບມອບໝາຍ.
