ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂັ້ນຫົວໜ້າ-ຮອງຫົວໜ້າພະແນກປະຈຳປີ 2024

          ໃນວັນທີ 30 ຕຸລາ 2024 ຢູ່ທີ່ ຫ້ອງປະຊຸມພະແນກພະລັງງານແລະບໍ່ແຮ່ແຂວງ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂັ້ນຫົວໜ້າ-ຮອງຫົວໜ້າພະແນກ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ລັດຕະນະບັນເລີງ ໄກສອນ ຮອງຫົວໜ້າພະແນກພາຍໃນແຂວງ, ມິຄະນະຮັບຜິດຊອບການປະເມີນຜົນການປະເມີນຂັ້ນແຂວງເຂົ້າຮ່ວມ (ມີຕາງຫນ້າພະແນກພາຍໃນແຂວງ, ຕາງຫນ້າຄະນະຈັດຕັ້ງແຂວງ ແລະຕາງຫນ້າ ຄະນະກວດກາລັດແຂວງ) ມີຄະນະພັກ ຄະນະນຳຂອງພະແນກ, ມີຫົວຫນ້າຂະແຫນງແລະ ຮອງຫົວຫນ້າຂະແຫນງພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງລວມທັງໝົດ 25 ທ່ານ ຍີງ 05 ທ່ານ.

          ໃນກອງປະຊຸມ ທ່ານ ບຸນລ້ວນ ລີໄຊຍະລາດ ຫົວຫນ້າພະແນກ ໄດ້ຂື້ນລາຍງານການເຄື່ອນໄຫວວຽກງານຂອງພະແນກ ປະຈຳປີ2024. ຈາກນັ້ນ ຄະນະນຳພະແນກ ກໍ່ໄດ້ຂື້ນຜ່ານໃບເກັບກ່ຽວຜົນງານຂອງຕົນ 1 ປີຜ່ານມາ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ແລກປ່ຽນ, ປະກອບຄຳເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງການປະເມີນການປະຕິບັດວຽກງານຂັ້ນຫົວໜ້າ-ຮອງຫົວໜ້າພະແນກໃຫ້ສົມບູນ.

           ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມແລກປ່ຽນຄໍາເຫັນຈາກ ທ່ານ ລັດຕະນະບັນເລີງ ໄກສອນ ຮອງຫົວຫນ້າພະແນກພາຍໃນແຂວງ ບາງຕອນ ທ່ານໄດ້ກ່າວວ່າ: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂັ້ນຫົວໜ້າ-ຮອງຫົວຫນ້າພະແນກນີ້ແມ່ນວຽກປົກກະຕິວຽກໜື່ງ ແມ່ນການຕີລາຄາການການຈັດຕັ້ງປະຕິບັດວຽກງານປະຈຳປີຂອງ ພະນັກງານ-ລັດຖະກອນ ໃນການຈັດຕັ້ງປະຕິບັດວຽກງານຜົນງານ 1 ປີຜ່ານມາ ເພື່ອຕີດຕາມ, ຊຸກຍູ້ ສົ່ງເສີມຈຸດດີແກ້ໄຂ້ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ຕາມຕຳແໜ່ງງານ ເພື່ອໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍທີວາງໄວ້ ແລະ ຈົ່ງສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ເຝິກຝົນ-ຫຼໍ່ຫຼອມ ເອົາໃຈໃສ່ ຊີ້ນຳ – ນໍາພາສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ດ້ວຍການຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ນະໂຍບາຍຕ່າງໆ ຂອງພັກ ແລະ ລັດຖະບານວາງອອກຢ່າງເປັນປົກກະຕິ.
ພາບ ແລະ ຂ່າວ: ພບ ແຂວງສະຫວັນນະເຂດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506