ພິທີເປີດຫຼັກສູດຄວາມປອດໄພເຂື່ອນ ຄັ້ງທຳອິດ ສໍາລັບຜູ້ຊ່ຽວຊານຮຸ່ນໃໝ່

          ໃນວັນທີ 13 ກຸມພາ 2025 ທີ່ຜ່ານມາ, ຢູ່ທີ່ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ, ໄດ້ຈັດພິທີເປີດຫຼັກສູດວິສະວະກໍາເຂື່ອນຮຸ່ນທໍາອິດຂອງ ສປປ ລາວ ຢ່າງເປັນທາງການ, ໃນພິທີດັ່ງກ່າວໃຫ້ກຽດຕາງໜ້າກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍມີທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ອຸ່ນລາ ສີວັນເພັງ ຮອງອະທິການບໍດີຂອງມະຫາວິທະຍາໄລແຫ່ງຊາດ, ທ່ານ ອາໂນ ວິກກີ ຮອງຜູ້ອໍານວຍການໃຫຍ່ ອົງການເພື່ອການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດ ແລະ ທ່ານ ຈ່ອງ ກາບຼີແຢ ດຸສ ຜູ້ອໍານວຍການປະຈໍາພາກພື້ນຂົງເຂດແມ່ນໍ້າຂອງ ພ້ອມດ້ວຍພະນັກງານຂອງກົມ, ຄູ່ຮ່ວມງານຂອງໂຄງການ, ຄູ່ຮ່ວມພັດທະນາ, ນັກສຶກສາຂອງຄະນະວິສະວະກໍາສາດ ແລະ ພະນັກງານຂອງໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນໂອກາດດັ່ງກ່າວ ທ່ານ ບົວເທບ ມາໄລຄໍາ ໄດ້ກ່າວວ່າ: ໄຟຟ້ານ້ຳຕົກມີບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວເຮົາ ໂດຍເປັນແຫຼ່ງພະລັງງານທີ່ເຊື່ອຖືໄດ້ ແລະ ຍືນຍົງ ສໍາລັບທັງການໃຊ້ພາຍໃນປະເທດ ແລະ ສົ່ງອອກ ແນວໃດກໍຕາມ ດ້ວຍທ່າແຮງອັນຍິ່ງໃຫຍ່ ມາພ້ອມກັບຄວາມຮັບຜິດຊອບທີ່ອັນໃຫຍ່ຫຼວງ ການຮັບປະກັນຄວາມປອດໄພ ປະສິດທິພາບ ແລະ ຄວາມຍືນຍົງຂອງໂຄງສ້າງພື້ນຖານໄຟຟ້ານໍ້າຕົກຂອງພວກເຮົາ ຕ້ອງການວິສະວະກອນ ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານ ທີ່ມີທັກສະສູງ ເຊິ່ງຫຼັກສູດວິສະວະກຳເຂື່ອນໃໝ່ນີ້ ຈະຊ່ວຍຕອບສະໜອງຄວາມຕ້ອງການດັ່ງກ່າວ ໂດຍການສະໜອງຄວາມ ຮູ້ທາງເຕັກນິກວິຊາການ ແລະ ຄວາມຊຳນານທີ່ຈໍາເປັນ ໃຫ້ແກ່ຄົນຮຸ່ນຫຼັງ ໃນການອອກແບບ ກໍ່ສ້າງ ແລະ ບໍາລຸງຮັກສາໂຄງການໄຟຟ້ານ້ຳຕົກ ໃຫ້ໄດ້ມາດຕະຖານສາກົນສູງສຸດ.

         ໂອກາດດຽວກັນນີ້ ທ່ານ ອຸ່ນລາ ສີວັນເພັງ ຮອງອະທິການບໍດີຂອງມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ: ການເປີດໂຕຫຼັກສູດດັ່ງກ່າວ ເປັນ ການພັດທະນາທັກສະ ດ້ານວິສະວະກໍາ ດ້ານຄວາມປອດໄພຂອງເຂື່ອນ ແລະ ການຄຸ້ມຄອງຄວາມສ່ຽງ ສົ່ງເສີມການຮຽນຮູ້ພາກປະຕິບັດຜ່ານຫ້ອງທົດລອງທີ່ທັນສະໄໝ ແລະ ຮ່ວມມືກັບອຸດສາຫະກຳ ເພີ່ມທະວີການຮ່ວມມືລະຫວ່າງຂະແໜງການສຶກສາ ລັດຖະບານ ແລະ ອົງ ການຈັດຕັ້ງສາກົນ ເປົ້າໝາຍຂອງພວກເຮົາ ແມ່ນເພື່ອເຮັດໃຫ້ປະເທດລາວ ເປັນຜູ້ນໍາພາກພື້ນໃນດ້ານຄວາມປອດໄພເຂື່ອນ ໃນປີ 2030 ເຊິ່ງສາ ມາດບັນລຸໄດ້ ໂດຍຜ່ານການຮ່ວມມືຂອງຄະນະວິຊາ ນັກສຶກສາ ແລະ ຄູ່ຮ່ວມງານຂອງພວກເຮົາ ບັນດານັກສຶກສາ ກໍຕ້ອງເປັນຜູ້ບຸກເບີກໃນສາຂາວິຊານີ້ ຄວາມທຸ່ມເທ ແລະ ຄວາມຊ່ຽວຊານຂອງພວກທ່ານ ຈະສ້າງອະນາຄົດສົດໃສຂອງວິສະວະກຳເຂື່ອນໃນ ສປປ ລາວ.

          ທ່ານ ອາໂນ ວິກກີ ໄດ້ສະໜັບສະໜູນຢ່າງເຕັມທີ່ ຕໍ່ໂຄງການລິເລີ່ມນີ້ ວ່າ:ການພັດທະນາວິສະວະກອນຊ່ຽວຊານທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງຂຶ້ນ ເປັນສິ່ງທີ່ສໍາຄັນໃນການຮັບປະກັນຄວາມປອດໄພຂອງເຂື່ອນ ແລະ ສຸດທ້າຍແມ່ນຄວາມປອດໄພຂອງປະຊາຊົນທີ່ດຳລົງຊີວິດຢູ່ເຂດລຸ່ມນ້ຳ ເຖິງບັນດານັກສຶກສາທີ່ຢູ່ໃນເວທີນີ້ ພວກທ່ານແມ່ນອະນາຄົດຂອງການຮ່ວມມືດັ່ງກ່າວນີ້ ຄວາມຄືບໜ້າທີ່ພວກເຮົາສະເຫຼີມສະຫຼອງໃນມື້ນີ້ ຈະດຳເນີນຕໍ່ໄປໄດ້ ເມື່ອມີຈິດໃຈທີ່ສົດໃສ ແລະ ມີຄວາມກະຕື ລືລົ້ນຄືກັບພວກທ່ານທີ່ເປັນຢູ່ໃນຂະນະນີ້ ຂໍໃຫ້ພວກທ່ານມີຄວາມ ຢາກຮູ້ຢາກເຫັນ ກ້າຄິດ ກ້າເຮັດ ແລະ ຢ່າຢຸດໃນການຮຽນຮູ້ ຄວາມຮູ້ທີ່ພວກທ່ານໄດ້ຮັບ ຈະຊ່ວຍພັດທະນາຄວາມປອດໄພຂອງເຂື່ອນໃນ ສປ ປ ລາວ ໃນອະນາຄົດ.

ພາບ-ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ຂໍ້ມູນ: ໜັງສືພິມວຽງຈັນໃໝ່
ສາຍດ່ວນ: 1506