ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາໂຄງການກໍ່ສ້າງສູນຕິດຕາມຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ

            ໃນຕອນແລງວັນທີ 10 ເມສາ 2023 ເວລາ 16:00 ໂມງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາໂຄງການກໍ່ສ້າງສູນຕິດຕາມຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ ລະຫວ່າງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກັບ ບໍລິສັດ Power China Kunming Engineering Corporation (KHIDI) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.

           ຈຸດປະສົງ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ, ການຕິດຕາມກວດກາ ບັນດາເຂື່ອນໄຟຟ້າໃຫ້ມີຄວາມປອດໄພ, ການສ້າງສູນຕິດຕາມຄວາມປອດໄພຂອງເຂື່ອນຂອງ ສປປ ລາວ ແມ່ນເຫັນວ່າມີຄວາມຈຳເປັນທີ່ສຸດ ເພື່ອໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເວົ້າລວມ, ເວົ້າສະເພາະແມ່ນ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ມີເຄື່ອງມື ສໍາລັບ ການຄຸ້ມຄອງຄວາມປອດໄພຂອງເຂື່ອນ ທີ່ເປັບບົບຄົບຊຸດ ແລະ ທັນສະໄໝ ເພື່ອນໍາພາການຄຸ້ມຄອງຄວາມປອດໄພຂອງເຂື່ອນໃນທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ການປະບັດພາລະບົດບາດ ແລະ ປະຕິບັດກົດໝາຍຄວາມປອດໄພຂອງເຂື່ອນ ຖືກຈັດຕັ້ງປະຕິບັດ ດ້ວຍຄວາມໜັກແໜ້ນ ແລະ ປະສິດຕິຜົນສູງ, ເຊິ່ງສູນດັ່ງກ່າວນີ້ ຈະປະກອບ ດ້ວຍ: ລະບົບການຄຸ້ມຄອງຖານຂໍ້ມູນ, ລະບົບຕິດຕາມກວດກາ ແລະ ລະບົບແຈ້ງເຕືອນດ້ວຍເຕັກໂນໂລຊີທີ່ທັນສະໄໝ, ສາມາດຕິດຕາມຄວາມປອດໄພຂອງເຂື່ອນແບບ real-time monitoring; ມີສູນທົດສອບດ້ານຊົນລະສາດ (hydraulic model test), ຫໍພິພິຕະພັນມູນເຊື້ອພະລັງງານ ແລະ ບໍ່ແຮ່ ແລະ ສິ່ງປະກອບສ້າງຈໍານວນໜຶ່ງ ທີ່ຈໍາເປັນໃນການຄຸ້ມຄອງວຽກງານພະລັງງານ.

          ປະຈຸບັນ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 91 ແຫ່ງ, ມີກຳລັງຕິດຕັ້ງລວມທັງໝົດ 10.971 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 56.080 ລ້ານກິໂລວັດໂມງ, ໃນນັ້ນເປັນເຂື່ອນໄຟຟ້າ ຈຳນວນ 77 ແຫ່ງ, ໄດ້ປະກອບສ່ວນເປັນກຳລັງແຮງໜັກແໜ້ນ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ຄຽງຄູ່ການພັດທະນາຂະຫຍາຍຕົວທາງດ້ານພະລັງງານດ້ວຍຈັງວະວ່ອງໄວ, ເສດຖະກິດ, ວັດທະນາທໍາ ແລະ ສັງຄົມມີຄວາມສີວິໄລ ການພັດທະນາດ້ານພະລັງງານໄຟຟ້າຈໍາເປັນຕ້ອງໄດ້ມີການຄຸ້ມຄອງທີ່ເໝາະສົມດ້ວຍລະບຽບການ, ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງຄວາມສຽງຂອງເຂື່ອນ, ດ້ານຄວາມປອດໄພເຂື່ອນ,ແຜນຮັບມືສຸກເສີນ ແລະ ຂໍ້ມູນຂ່າວສານໄດ້ຢ່າງທັນການ.

          ດັ່ງນັ້ນ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຮ່ວມກັບ ບໍລິສັດ Power China Kunming Engineering Corporation (KHIDI) ຈຶ່ງຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສ້າງແຜນ, ຊ່ວຍຊອກຫາແຫຼ່ງທຶນຈາກ ສປ ຈີນ ມາກໍ່ສ້າງສູນດັ່ງກ່າວ ແລະ ຄາດວ່າຈະໄດ້ຮັບການສ້າງຕັ້ງຂຶ້ນ ໃນອະນາຄົດອັນໃກ້ນີ້.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ