ໃນຕອນເຊົ້າ ວັນທີ 19 ພະຈີກ 2024 ທີ ໂຮງແຮມ ເດີແກນ 2 ເມືອງວັງວຽງ ແຂວງ ວຽງຈັນ ໄດ້ມີການ ຝຶກອົມຮົມ” ກ່ຽວກັບຄວາມຮູ້ພື້ນຖານການຜະລິດໄຮໂດຣເຈນ ແລະ ອາໂມ ເນຍສີຂຽວ” ໂດຍການເປັນປະທານຂອງ ທ່ານ ປອ ອານຸສັກ ພົງສະຫວັດ, ຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ມີ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ, ວິຊາການ ອ້ອມຂ້າງ ກະຊວງ ພະລັງງານ ແລ ບໍແຮ່ ເຂົ້າຮ່ວມຍ່າງພ້ອມພຽງ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ພະລັງງານໄຮໂດຣເຈນ-ອາໂມເນຍສີຂຽວໃຫ້ເລິກເຊິ່ງຂຶ້ນ ໂດຍສະເພາະແມ່ນຂັ້ນຕອນການຜະລິດ ແລະ ການນໍາໃຊ້ຜະລິດຕະພັນໄຮໂດຣເຈນ-ອາໂມເນຍສີຂຽວເຂົ້າໃນວຽກງານດ້ານຕ່າງໆ ເພື່ອວິເຄາະ ດ້ານເຕັກນິກເສດຖະກິດ, ສັງຄົມ-ສິ່ງແວດລ້ອມ ແລະ ຄວາມເປັນໄປໄດ້ ທີ່ຈະເພີ່ມມູນຄ່າທາງດ້ານ ເສດຖະກິດ ແລະ ກາຍເປັນຜູ້ນໍາໃນລະດັບພູມີພາກໃນການຜະລິດ ໄຮໂດເຈນ ແລະ ອາໂມເນຍ ສີຂຽວທີ່ເປັນມິດຕໍ່ສິ່ງແວດລ້ອມ.
