
ໃນວັນທີ 02 ພຶດສະພາ 2025 ທີ່ຫ້ອງປະຊຸມໂຮງແຮມດອນຈັນພາເລດ ໄດ້ມີພິທີເຊັນສັນຍາຮ່ວມມືສ້າງຕັ້ງຫ້ອງວິໄຈ-ທົດສອບແຮ່ທາດ ແລະຜະລິດຕະພັນແຮ່ທາດລະຫວ່າງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດ ຊານຕົງຈ້າວຈີນ ສຳຫຼວດທໍລະນີສາດ, ສປ ຈີນ. ລົງນາມຝ່າຍ ສປປລາວ ໂດຍ ທ່ານ ປອ. ອານຸສັກ ພົງສະຫວັດ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ເຊິນ ຊູເຈ ອຳນວຍການບໍລິສັດ ບໍລິສັດ ຊານຕົງຈ້າວຈີນ ສຳຫຼວດທໍລະນີສາດ, ສປ ຈີນ ຕາງໜ້າຝ່າຍ ສປ ຈີນ. ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍານນຳ ແລະ ພະນັກງານຂອງທັງສອງຝ່າຍ.

ຈຸດປະສົງໃນການຮ່ວມມືໃນຄັ້ງນີ້ເພື່ອເປັນການຜັນຂະຫຍາຍຍຸດທະສາດການຮ່ວມມືແບບຮອບດ້ານ, ໝັ້ນຄົງ ແລະ ຍາວນານ ບົນພື້ນຖານການສ້າງຄູ່ຮ່ວມສະຕາກໍາລະຫວ່າງສອງຊາດ ລາວ-ຈີນ ແລະ ອີງໃສ່ແຜນພັດທະນາວຽກງານບໍ່ແຮ່ ຂອງຂະແໜງ ພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະ, ຍຸດທະສາດຮອດປີ 2030, ວິໄສທັດ ຮອດປີ 2040 ໂດຍສະເພາະການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ໃນນັ້ນ ເປົ້າໝາຍ ແລະ ຄາດໝາຍສູ້ຊົນ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຄື: ການພົວພັນປະສານງານ ແລະ ຮ່ວມມື ອົງການຈັດຕັ້ງສາກົນ, ລັດວິສາຫະກິດຕ່າງປະເທດ (ສປ ຈີນ) ເພື່ອຍາດແຍ່ງແຫຼ່ງທຶນເຂົ້າໃນການກໍ່ສ້າງສູນວິໄຈແຮ່ທາດ ແລະ ທົດສອບ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ມີມາດຕະຖານ ແລະ ຖືກຕ້ອງຕາມເຕັກນິກໃນການສຶກສາຄົ້ນຄວ້າ, ວິໄຈ-ທົດສອບ ແລະ ຢັ້ງຢືນ ເພື່ອສ້າງບຸຄະລາກອນໃຫ້ ສະຖາບັນຄົ້ນຄວ້າພະລັງງານແລະບໍ່ແຮ່ ໃຫ້ມີຄວາມສາມາດ ແລະ ທັກສະ ໃນການນຳໃຊ້ເຄື່ອງວິໃຈແລະທົດສອບແຮ່ທາດ ແລະ ໂລຫະຄຳ 99.9999% – ສ້າງໃຫ້ການບໍລິການວຽກງານວິໃຈ ແລະ ທົດສອບ ແຮ່ທາດ ແລະ ໂລຫະຄຳ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມເຂັ້ມແຂງ ແລະ ໜ້າເຊື່ອຖື ໃນລະດັບສາກົນ ໂດຍມີການຮ່ວມມືກັບ ບໍລິສັດ ຊົນຕົງ ຈ້າວຈິນ ເພື່ອຍົກລະດັບຄວາມເປັນມາດຕະຖານສາກົນ – ຮ່ວມກັນ ຂະຫຍາຍວຽກງານບໍລິການ ກວດແລະຢັ້ງຢືນຄຸນະພາບໂລຫະຄຳ ໃນລະດັບມາດຕະຖານສາກົນ ເພື່ອອຳນວຍຄວາມສະດວດໃຫ້ກັບ ນິຕິບຸຄົນ ພື້ນຖານ ວຽກງານຮ່ວມມື ໃນໄລຍະ 5 ປີນີ້, ໃນຊ່ວງໄລຍະ 2 ປີທຳອິດຈະເນັ້ນໃສ່ ດ້ານສ້າງບຸກຄະລາກອນໃຫ້ມີຄວາມສາມາດໃນລະດັບມືອາຊີບ, ສ້າງກົນໄກການຄຸ້ມຄອງຫ້ອງວິໃຈໃຫ້ໄດ້ມາດຕະຖານສາກົນ ແລະ ຄວາມປອດໄພໃຫ້ເປັນລະບົບ ຄົບຊຸດ.
