ສົ່ງເສີມການນຳໃຊ້ລະບົບອົບແຫ້ງພະລັງງານແສງຕາເວັນ ສຳລັບແປຮູບຜະລິດຕະພັນກະສິກຳ ແລະ ສິນຄ້າ ODOP ໃນ ສປປ ລາວ

          ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023, ທີ່ຫ້ອງປະຊຸມ ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເປີດ “ໂຄງການພັດທະນາ ແລະ ສົ່ງເສີມການນຳໃຊ້ລະບົບອົບແຫ້ງພະລັງງານແສງຕາເວັນ ສຳລັບແປຮູບຜະລິດຕະພັນກະສິກຳ ແລະ ສິນຄ້າ ODOP”, ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວຽງ ແກ້ວບຸບຜາ, ຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍບັນດາກົມກອງທີ່ກ່ຽວຂ້ອງ ແລະ ນັກວິຊາການເຂົ້າຮ່ວມ 20 ທ່ານ,

          ທ່ານປະທານຍັງໄດ້ກ່າວມີຄຳເຫັນວ່າ: ຈຸດປະສົງຂອງກອງປະຊຸມ ໃນມື້ນີ້ ແມ່ນເພື່ອແຈ້ງໃຫ້ບັນດາທ່ານທີ່ມີສ່ວນກ່ຽວຂ້ອງໄດ້ຮັບຮູ້ເຖີງການລິເລິມຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພາຍຫຼັງທີ່ໂຄງການໄດ້ຖືກຮັບຮອງ ແລະ ອະນຸມັດໃນການສະໜັບສະໜູນທາງດ້ານງົບປະມານຈາກກອງທຶນການຮ່ວມມືແມ່ຂອງ-ເກົາຫຼີ, ຊຶ່ງມີສະຖາບັນແມ່ນໍ້າຂອງເປັນອົງການບໍລິຫານ. ໂຄງການນີ້ຈະຈັດຕັ້ງປະຕິບັດຢູ່ 2 ປີ ເລີ່ມແຕ່ເດືອນມັງກອນ 2023 ຫາ ເດືອນທັນວາ 2024, ໂດຍສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ເປັນໜ່ວຍງານຫຼັກໃນການຈັດຕັ້ງປະຕິບັດ ແລະ ມີທີ່ປຶກສາຈາກພາຍໃນ ແລະຕ່າງປະເທດ.

          ເພື່ອພັດທະນາ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີ ເຄື່ອງອົບແຫ້ງພະລັງງານແສງຕາເວັນ ເພື່ອຍົກສູງຄຸນນະພາບຂອງຜົນຜະລິດກະສີກຳ ແລະ ຜະລິດຕະພັນອົບແຫ້ງຄຸນນະພາບສູງ ດ້ວຍການໝູນໃຊ້ບົດຮຽນ ແລະ ປະສົບການຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ບົດຮຽນຂອງບັນດາປະເທດແມ່ນໍ້າຂອງ ໂດຍສະເພາະປະເທດໄທ ແລະ ຂອງ ສ ເກົາຫຼີ ເພື່ອນຳມາດັດປັບໃຫ້ເຂົ້າກັບສະພາບເງື່ອນໄຂຂອງປະເທດ ແລະ ປັບເຂົ້າກັບຄຸນລັກສະນະການອົບແຫ້ງຂອງຜະລິດຕະພັນແຕ່ລະຊະນິດ ເພື່ອໃຫ້ເກີດປະສິດທີພາບ ແລະ ປະສິດທີຜົນສູງສຸດ, ທັງທາງດ້ານການນຳໃຊ້ພະລັງງານ ແລະ ຄວາມຄຸ້ມຄ່າທາງດ້ານເສດຖະກິດ.

          ປະຈຸບັນ ລັດຖະບານ ກຳລັງສຸມໃສ່ການຈັດຕັງປະຕິບັດໂຄງການຄໍ້າປະກັນສະບຽງອາຫານແລະ ການຜະລິດເປັນສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ. ບັນຫາສຳຄັນທີ່ເປັນສິ່ງທ້າທ້າຍໃຫ້ສິນຄ້າລາວເຮົາເພື່ອໃຫ້ເປັນທີ່ຍອມຮັບຂອງຕະຫຼາດ ແລະ ຂໍ້ອ້າງໃນການກີດກັນ, ແຂ່ງຂັນ ຫຼື ຍາດແຍ່ງຕະຫຼາດກັບຕ່າງປະເທດ ແມ່ນບັນຫາເລື່ອງຄຸນະພາບ, ຄວາມສະອາດ ແລະ ມາດຕະຖານຂອງສິນຄ້າ. ສຳລັບຜົນຜະລິດກະສີກຳ ຄວາມຊຸ່ມເປັນບັນຫາສຳຄັນຕໍ່ຄຸນະພາບ ແລະ ການເກັບຮັກສາ, ນອກຈາກນີ້ຜະລິດຕະພັນອົບແຫ້ງ ຍັງໄດ້ເອົາໃຈໃສ່ເລື່ອງຄວາມສະອາດ ປາສະຈາກສິ່ງປົນເປື້ອນ ແລະ ຖຶກຫຼັກອະນາໄມ.

          ວິທີການອົບແຫ້ງ ຫຼື ຕາກແຫ້ງ ໄດ້ຖືກນຳໃຊ້ມາເປັນເວລາດົນນານແລ້ວ ເພື່ອຊ່ວຍຫຼຸດຜ່ອນຄວາມຊຸ່ມໃນວັດຖຸ ຫຼື ຜົນຜະລິດກະສີກຳ ເຮັດໃຫ້ເກັບຮັກສາໄວ້ໄດ້ດົນ, ຊ່ວຍແກ້ບັນຫາການເຊື່ອມຄຸນນະພາບ, ເຊື່ອມລາຄາຂອງຜົນຜະລິດ ແລະ ແກ້ໄຂບັນຫາຜົນຜະລິດລົ້ນຕະຫຼາດ ໃນລະດູເກັບກຽ່ວ. ນອກຈາກນັ້ນຍັງແປຮູບເປັນຜະລິດຕະພັນອົບແຫ້ງເປັນສິນຄ້າ ເພື່ອເພີ່ມມູນຄ່າ ແລະ ສ້າງລາຍຮັບໄດ້ອີກທາງໜຶ່ງ. ເຕັກນິກການອົບແຫ້ງສ່ວນໃຫຍ່ແມ່ນນຳໃຊ້ວິທີການແບບທຳມະຊາດ ໂດຍສະເພາະການຕາກແດດໂດຍກົງ ເພາະເປັນວິທີທີ່ງ່າຍ ແລະ ມີຕົ້ນທຶນຕໍ່າ, ແຕ່ຈະໄດ້ຜົນຜະລິດທີ່ມີຄຸນນະພາບຕໍ່າ ແລະ ມີບັນຫາເລື່ອງຄວາມສະອາດ ເພາະວ່າມີການປົນເປື້ອນຂີ້ຝຸ່ນ, ສັດ, ແມງໄມ້, ແມງວັນລົບກວນ. ນອກຈາກນີ້ການຕາກແຫ້ງຍັງຂຶ້ນກັບສະພາບອາກາດ ຖ້າຟ້າບົດ ຫຼື ຝົນຕົກເຮັດໃຫ້ວັດຖຸທີ່ຕາກບໍ່ແຫ້ງດີ ເກີດຄວາມສ່ຽງ ເຮັດໃຫ້ເກີດເຊຶ້ອລາ ແລະ ເນົ່າເສຍ. 

          ໂຄງການດັ່ງກ່າວໄດ້ມີການອອກແບບ ແລະ ພັດທະນາເຄື່ອງອົບແຫ້ງໃຫ້ແທດເໝາະກັບການອົບແຫ້ງຜະລິດຕະພັນກະສີກຳແຕ່ລະຊະນິດ ໂດຍນໍາໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ແນ່ໃສ່ຫຼຸດຜ່ອນຕົ້ນທຶນ ແລະ ຊາວກະສິກອນສາມາດຜະລິດໃຊ້ເອງໄດ້, ສົ່ງເສີມການນຳໃຊ້ເຕັກໂນໂລຊີອົບແຫ້ງໃຫ້ແກ່ຊາວກະສິກອນ ເພື່ອຫຼຸດຜ່ອນການສູນເສຍ, ການເຊື່ອມຄຸນນະພາບ ແລະ ການເຊື່ອມມູນຄ່າຂອງຜົນຜະລິດກະສີກຳ ຫຼັງການເກັບກ່ຽວ, ເພີ່ມມູນຄ່າໃຫ້ຜົນຜະລິດກະສີກຳດ້ວຍການແປຮູບເປັນສິນຄ້າ. ນອກຈາກນັ້ນ, ຍັງເປັນການສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການທ້ອງຖິ່ນໃນການບໍລິການໃຫ້ຄຳປືກສາ, ອອກແບບເຄື່ອງອົບແຫ້ງ ແລະ ບໍລິການຕິດຕັ້ງເຄື່ອງອົບທີ່ແທດເໝາະກັບຄວາມຕ້ອງການຢູ່ທ້ອງຖິ່ນຂອງຕົນ.

ພາບ: ສົມສະໜຸກ
ຂ່າວ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່