ເຜີຍແຜ່ເນື້ອໃນສັນຍາສໍາປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຂອງບໍລິສັດ ອາວີ ບົວລະພາ ມາຍນິ້ງ ຈຳກັດຜູ້ດຽວ

          ໃນວັນທີ 30 ຕຸລາ 2024 ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ. ກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ. ກອງປະຊຸມເຜີຍແຜເນື້ອໃນສັນຍາສໍປະທານພັດທະນາບໍ່ແຮ່ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ໃນເນື້ອທີ່ 5.2 ກມ2 ຢູ່ເຂດບ້ານປ່າກ້ວຍ, ເມືອງບົວລະພາ, ແຂວງຄໍາມ່ວນ ຂອງບໍລິສັດ ອາວີ ບົວລະພາ ມາຍນິ້ງ ຈຳກັດຜູ້ດຽວ, ທີ່ເມືອງທ່າແຂກ, ແຂວງຄໍາມ່ວນ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານກອງປະຊຸມຮ່ວມຂອງທ່ານ ປອ ວົງຄໍາ ຈະເລີນສຸກ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ຄໍາປ່ຽນ ມະນີຄໍາ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ ແລະ ທ່ານ ພູວຽງ ສີສູນທອນ ຮອງເຈົ້າເມືອງ ເມືອງບົວລະພາ, ແຂວງຄໍາມ່ວນ. ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງຂອງການເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຂະແໜງການກ່ຽວຂ້ອງຂອງທ້ອງຖິ່ນ ກໍ່ຄືປະຊາຊົນທີ່ອາໄສຢູ່ໄກ້ເຂດໂຄງການຕັ້ງຢູ່ໄດ້ເຂົ້າໃຈເລິກເຊິ່ງເຖິງຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານການພັດທະນາບໍ່ແຮ່ຂອງໂຄງການດັ່ງກ່າວ. ພາຍຫລັງສຳເລັດການເຜີຍແຜ່ສັນຍາບັນດາໂຄງການດັ່ງກ່າວ ທາງຄະນະວິຊາການຂອງກົມຄຸ້ມຄອງບໍ່ແຮ່ກໍ່ໄດ້ລົງປັກຫລັກໝາຍຂອບເຂດເນື້ອທີ່ສຳປະທານເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ພາກສະໜາມຕົວຈິງ.

ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506