
ໃນຕອນເຊົ້າຂອງວັນທີ 20 ພະຈິກ 2024 ຜ່ານມານີ້, ກົມທໍລະນີສາດ ແລະ ແຮ່ທາດ ໄດ້ເປີດຊຸດຝຶກອົບຮົມພາກທິດສະດີ ແລະ ລົງຝຶກອົບຮົມຢູ່ພາກສະໜາມຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ່າງໆ ຂອງກົມທໍລະນີສາດ ແລະ ແຮ່ທາດ ຢູ່ທີ່ຫ້ອງວ່າການປົກຄອງແຂວງ ແຂວງບໍລິຄຳໄຊ ໃຫ້ແກ່ພະນັກງານ-ວິຊາການ ຫ້ອງການ ພບ ເມືອງ ແລະ ພະນັກງານຂະແໜງທໍລະນີສາດ ແລະ ແຮ່ທາດ ພບ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.
ໃຫ້ກຽດເຂົ້າຮ່ວມເປີດກອງປະຊຸມຝຶກອົບຮົມຂອງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ສຸກສາຄອນ ບົວທອງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ, ມີນັກສຳມະນາກອນຈາກຫ້ອງການ ພບ ເມືອງ ແລະ ນັກສຳມະນາກອນ ຈາກຂະແໜງທໍລະນີສາດ ແລະ ແຮ່ທາດ ຂອງ3ແຂວງ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ໂດຍສະເພາະຂະແໜງທໍລະນີສາດ ແລະ ແຮ່ທາດ ຜູ້ທີ່ຍັງບໍ່ທັນມີຄວາມຊໍານານກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານເຕັກນິກວິທີການເກັບກຳຂໍ້ມູນພາກສະໜາມ; ເຕັກນິກວິທີການບັນທຶກຂໍ້ມູນ ທໍລະນີສາດພາກສະໜາມ; ຄຳແນະນຳຂຽນບົດລາຍງານເກັບກຳຂໍ້ມູນພາກສະໜາມ; ວິທີ ແລະ ຮູບແບບການເຜີຍແຜ່ສັນຍາ; ເຕັກນິກການປັກຫຼັກໝາຍເຂດສຳປະທານ; ເຕັກນິກການຊອກຄົ້ນ ແລະ ສຳຫຼວດແຮ່ທາດ; ເຕັກນິກການຕິດຕາມ, ຄຸ້ມຄອງ ແລະ ລາຍງານວຽກງານຊອກຄົ້ນ ແລະ ສຳຫຼວດແຮ່ທາດ ໃຫ້ມີຄວາມຊໍານານໃນຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ໄດ້ຮັບຜົນດີ.
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506