
ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ເຂົ້າຮ່ວມ ເວທີສົນທະນາ ຫົວຂໍ້ ການປະຕິບັດທີ່ດີຂອງສາກົນ ໃນການພັດທະນາແຮ່ທາດແບບຍືນຍົງ International Best Practice in Mining Sustainableດ, ໃນວັນທີ 27 ພະຈິກ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ຈັດໂດຍ ສະພາການຄ້າປະເທດອົດສະຕາລີ ຮ່ວມກັບ ບໍລິສັດລ້ານຊ້າງມິເນໂຣນ. ເວທີສົນທະນາດັ່ງກ່າວເປັນໂອກາດອັນດີ ໃຫ້ກະຊວງພະລັງງານ ກໍຄືກົມຄຸ້ມຄອງບໍ່ແຮ່ ທີ່ຈະໄດ້ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດທີ່ດີຂອງສາກົນ ໃນການພັດທະນາແຮ່ທາດແບບຍືນຍົງ ເພືື່ອມາໜູນໃຊ້, ດັດປັບໃຫ້ເຂົ້າກັບສະພາບການລົງທຶນ ແລະ ການຄຸ້ມຄອງ ຂະແໜງການບໍ່ແຮ່ ຢູ່ ສປປ ລາວ ໃຫ້ນັບມື້ເຂັ້ມແຂງ.
