ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ ກ່ຽວກັບ ວຽກງານການຂຽນໂຄງການຮ່ວມມືເພື່ອການພັດທະນາ ແລະ ການເຜີຍແຜ່ບັນດາການຮ່ວມມື ໃນຮູບແບບ ສອງຝ່າຍ-ຫຼາຍຝ່າຍ

         ຊຸດຝຶກອົບຮົມ ກ່ຽວກັບ ການຂຽນໂຄງການຮ່ວມມືເພື່ອການພັດທະນາ ແລະ ການເຜີຍແຜ່ບັນດາການຮ່ວມມື ໃນຮູບແບບ ສອງຝ່າຍ-ຫຼາຍຝ່າຍ ໃນຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນທີ່ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ, ໃນລະຫວ່າງວັນທີ 26-30 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ນາງ ມາລີວັນ ພົມແສງສະຫວັນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ໂດຍມີຜູ້ຕາງໜ້າຈາກກະຊວງ ການຕ່າງປະເທດ, ກະຊວງ ແຜນການ ແລະ ການລົງທຶນ, ຫ້ອງກະຊວງ, ບັນດາກົມ-ສະຖາບັນ ພາຍໃນກະຊວງ ພບ ແລະ ພບ ແຂວງພາກກາງ ແລະ ພາກໃຕ້ ພ້ອມດ້ວຍພະນັກງານວິຊາການຈາກ ກົມແຜນການ ແລະ ການຮ່ວມມື ຈຳນວນທັງໝົດ 50 ກວ່າທ່ານ ເຂົ້າຮ່ວມ.

         ທ່ານ ຮອງຫົວໜ້າກົມ ຍັງໃຫ້ຮູ້ຕື່ມວ່າ: ຊຸດຝຶກອົບຮົມດັ່ງກ່າວແມ່ນມີຄວາມສຳຄັນຫຼາຍເຊີ່ງເປັນໜຶ່ງກິດຈະກຳທີ່ນອນຢູ່ໃນແຜນການພັດທະນາຂອງຂະແໜງ ພບ ຂອງພວກເຮົາ ທີ່ຈະຊ່ວຍເສີມສ້າງຄວາມຮູ້-ຄວາມສາມາດທາງດ້ານເຕັກນິກວິຊາການຂອງພະນັກງານ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບຮູ້ເຖິງຄວາມສຳຄັນ ແລະ ກົນໄກຂອງວຽກງານການຮ່ວມມື ໂດຍສະເພາະແມ່ນການຍາດແຍ່ງເອົາການຊ່ວຍເຫຼືອໂດຍຜ່ານຮູບແບບ ຂຽນເອົາໂຄງການຊ່ວຍເຫຼືອກັບອົງການຈັດຕັ້ງສາກົນ ແລະ ການຊ່ວຍເຫຼືອຂອງພາກພື້ນ.

          ຊຸດຝຶກອົບໄດ້ດຳເນີນໄປຢ່າງຕັ້ງໜ້າ ເປົ້າໝາຍເພື່ອໃຫ້ຂັ້ນທ້ອງຖີ່ນຮັບຮູ້ ແລະ ເຂົ້າໃຈເພີ່ມຂື້ນກ່ຽວກັບວຽກງານຮ່ວມມື ໂດຍການນຳສະເໜີຫົວຂໍ້ທີ່ສຳຄັນເປັນຕົ້ນ: 1./ ຄວາມເຂົ້າໃຈກ່ຽວກັບວຽກງານຮ່ວມມື ສອງຝ່າຍ-ຫຼາຍຝ່າຍ ລວມທັງ ຜັນຂະຫຍາຍຜົນສຳເລັດຂອງການເປັນເຈົ້າພາບຈັດກອງປະຊຸມດ້ານພະລັງງານອາຊຽນຄັ້ງທີ 42 ທີ່ ກະຊວງ ພບ ເຮົາເປັນເຈົ້າພາບ ໂດຍ ກົມແຜນການ ແລະ ການຮ່ວມມື, 2./ ວິທີການຂຽນບົດໂຄງການເພື່ອຂໍນຳໃຊ້ງົບປະມານພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ກອງທຶນຕ່າງປະເທດ ແລະ ອື່ນໆ , 3./ ການນຳສະເໜີກ່ຽວກັບວຽກງານຮ່ວມມືໃນຂອບ CLMV ແລະ ACMACS ໂດຍ ກົມເສດຖະກິດ, ກະຊວງ ການຕ່າງປະເທດ; ແລະ 4./ ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໂຄງການຊ່ວຍເຫຼືອທາງການ ແລະ ການຄຸ້ມຄອງໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ໂດຍ ກົມຮ່ວມມືສາກົນ, ກະຊວງ ແຜນການ ແລະ ການລົງທຶນ.

          ພ້ອມນີ້, ທາງຄະນະຈາກສູນກາງ ແລະ ທ້ອງຖີ່ນ ໄດ້ລົງຢ້ຽມຢາມ-ທັດສະນະໂຮງງານໄຟຟ້າຈາກກາກອ້ອຍ ຂອງບໍລິສັດ ມິດລາວ ຈຳກັດ, ຢູ່ເມືອງ ໄຊບູລີ, ແຂວງສະຫວັນນະເຂດ ເພື່ອຮັບຟັງການນຳສະເໜີຄວາມຄືບໜ້າຂອງໂຄງການລວມທັງ ຢ້ຽມຊົມຂັ້່ນຕອນໃນການນຳເອົາສີ່ງເສດເຫຼືອຈາກກາກອ້ອຍມາດຳເນີນການຜະລິດໄຟຟ້າໃຫ້ແກ່ບໍລິສັດ. ເຊີ່ງທັງເບື້ອງສູນກາງ ແລະ ຂັ້ນທ້ອງຖີ່ນ ກໍ່ໃຫ້ຄວາມສົນໃຈຕໍ່ກັບວຽກງານດັ່ງກ່າວ ເນື່ອງຈາກເປັນປະສົບການໃຫມ່ສຳລັບບາງແຂວງ ແລະ ພ້ອມທັງເປັນການຖອດຖອນບົດຮຽນໃນການເອົາໄປນຳໃຊ້ໃນແຂວງທີ່ມີທ່າແຮງໃນຕໍ່ໜ້າອີກດ້ວຍ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື
ສາຍດ່ວນ: 1506