ຄະນະຜູ້ແທນກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມກອງປະຊຸມສະໄໝພິເສດເຈົ້່າໜ້າທີ່ອາວຸໂສພະລັງງານອາຊຽນ (Special SOME)

          ລະຫວ່າງວັນທີ 30 ມັງກອນ ຫາ ວັນທີ 1 ກຸມພາ 2023 ນີ້, ກະຊວງ ພະລັງງານ ແລະ ບໍ່ແຮ່ ນໍາພາຄະນະໂດຍ ທ່ານ ລິດທະນູໂລດ ລາດຊະໂພ, ຫົວໜ້າພະແນກ, ກົມນະໂຍບາຍ ແລະ ແຜນພະລັງງານ, ຮອງຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ສປປ ລາວ (Alternate SOE) ພ້ອມດ້ວຍຄະນະປະສານງານທີ່ຮັບຜິດຊອບຫຼັກໃນແຕ່ລະໜ້າວຽກທີ່ຕິດພັນຂອງຂະແໜງ ພະລັງງານ ແລະ ບໍ່ແຮ່ ຈາກ 7 Sub-Sector Network ແລະ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມສະໄໝພິເສດເຈົ້່າໜ້າທີ່ອາວຸໂສພະລັງງານອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງປະຈຳປີ 2023 (Special Senior Officials Meeting) ເຊິ່ງປີນີ້ ປະເທດກຳປູເຈຍ ເປັນເຈົ້າພາບຈັດກອງປະຊຸມຜ່ານຮູບແບບ Video Conference ທີ່ຫ້ອງປະຊຸມກົມແຜນການ ແລະ ການຮ່ວມມື. 

             ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບ ແລະ ລາຍງານຄືນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດສຳເລັດໃນປີ 2022 ແລະ ບາງວຽກທີ່ຍັງຄົງຄ້າງໃນແຜນວຽກປີ 2016-2022 ລວມທັງລາຍງານແຜນວຽກບູລິມະສິດຂອງປີ 2023. ພ້ອມນີ້, ສປປ ລາວ ໄດ້ນຳສະເໜີລາຍງານຄວາມຄືບໜ້າວຽກ ASEAN Energy Regulators’ Network ໃນນາມເປັນປະທານໃນປີ 2022-2023 ລວມທັງ ການກະກຽມເປັນປະທານໃນກອງປະຊຸມ RE-SSN ຄັ້ງທີ 30 ທີ່ ສປປ ລາວ ເປັນປະທານໃນ ລະຫວ່າງ ເດືອນ ພຶດສະພາ 2023.
ນອກນີ້, ກອງປະຊຸມໄດ້ລາຍງານບາງໜ້າວຽກພົ້ນເດັ່ນເປັນຕົ້ນ: ສໍາເລັດການສ້າງບົດສືກສາ ASEAN Energy Outlook ສະບັບທີ 7 ແລະ ບົດສືກສາ Renewabla energy Outlook ສະບັບທີ 2 ເຊີ່ງໄດ້ຖືກຮັບຮອງ ແລະ ເຜີຍແຜ່ໃນກອງ ປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 40 ຜ່ານມາ; ການຈັດຕັ້ງປະຕິບັດແຜນວຽກ APAEC ໄລຍະ 2: 2021-2023. ພ້ອມນັ້ນ, ໃນການປຶກສາຫາລືກອງປະຊຸມ AMEM ຄັ້ງທີ 40 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ມີທິດທາງຕໍ່ການປ່ຽນສັນຍາໃໝ່ ແລະ/ຫຼື ແກ້ໄຂ ບັນດາຂໍ້ຕົກລົງດ້ານພະລັງງານຂອງອາຊຽນ ກ່ຽວກັບສັນຍາຄວາມໝັ້ນຄົງນໍ້າມັນເຊື້ອໄຟອາຊຽນ (APSA), ທໍ່ສູບສົ່ງອາຍແກັດອາຊຽນ (TAGP), ແລະ ຕາຂ່າຍພະລັງງານອາຊຽນ (APG) ຈະຫມົດອາຍຸໃນເດືອນມີນາ 2023, ພຶດສະພາ 2024, ແລະ ເດືອນມີນາ 2024 ຕາມລຳດັບ, ເຊິງໄດ້ປຶກສາຫາລືກ່ຽວກັບ ການຕໍ່ອາຍຸຂອງ ບົດບັນທຶກ MOU APSA ເນື່ອງຈາກວ່າສະບັບປະຈຸບັນຈະຄົບກໍານົດໃນວັນທີ 21 ມີນາ 2023 ໂດຍຜ່ານການປຶກສາຫາລືກັນຢ່າງເປີດກວ້າງໃນກອງປະຊຸມແມ່ນພິຈາລະນາກໍານົດ 1-2 ປີ ໃນຮູບແບບຕໍ່ອາຍຸສັນຍາ APSA ເປັນການຊົ່ວຄາວ ໂດຍບໍ່ມີການດັດແກ້ເນື້ອໃນອື່ນຂອງສັນຍາ.

           ວຽກງານສໍາຄັນໜຶ່ງອີກ ທີ່ໄດ້ມີການສະເໜີໃນກອງປະຊຸມ ແມ່ນວຽກຮ່ວມມືໃນຂົງເຂດພະລັງງານ ກັບຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເປັນຕົ້ນຄື: ADB, ລັດເຊຍ, ເຢຍລະມັນ, ສປ ຈີນ, ນໍເວ, ອົດສະຕາລີ, ສາຫາລະເອມາລິກາ ແລະ ອື່ນໆ. ນອກນັ້ນ ກອງປະຊຸມ ຍັງໄດ້ມີການສະເໜີ ຈາກ ປະເທດບຮູໄນ ກ່ຽວກັບການປ່ຽນແປງຮອບວຽນການເປັນປະທານອາຊຽນ ແລະ ໄດ້ທົບທວນການຈັດຕັ້ງປະຕິບັດວຽກງານອາຊຽນ ຫຼື ໂຄງການຮ່ວມມືໃນຂອບວຽກອາຊຽນກັບບັນດາປະເທດຄູ່ຮ່ວມພັດທະນາ ເພື່ອປຶກສາຫາລືກັນກ່ຽວກັບທິດທາງການຈັດຕັ້ງປະຕິບັດວຽກງານອາຊຽນໃນຕໍ່ໜ້າ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ