ພ້ອມກັນນີ້, ອາດີດການນຳກະຊວງແຕ່ລະ ທ່ານ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ລັດຖະມົນຕີ ກໍ່ຄືຄະນະພັກ, ຄະນະນຳກະຊວງ ທີ່ມີຄວາມເປັນຫ່ວງເປັນໃຫຍ່ ແລະ ຢ້ຽມຢາມ ເຖິງວ່າພວກເພິ່ນຈະພັກຜ່ອນ ບໍ່ໄດ້ປະຕິບັດໜ້າທີ່ແລ້ວກໍ່ຕາມ ແຕ່ກໍ່ຍັງໃຫ້ຄວາມເຄົາລົບ ແລະ ຢື້ຢາມຖາມຂ່າວເປັນປະຈຳ.