
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:50.000 ຢູ່ ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ໃນເນື້ອທີ່ 1.454,73 ກິໂລຕາແມັດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ພະແນກທໍລະນີສາດ ແຂວງເຫີໜານ ສປ ຈີນ ຜ່ານລະບົບອອນລາຍຈັດຂຶ້ນວັນທີ 23 ທັນວາ 2024 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ຝ່າຍລາວ ລົງນາມໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ລົງນາມເປັນພະຍານ ໂດຍ ທ່ານ ສູນທອນ ລາວໂລ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ທ່ານ ນາງ ມາລີວັນ ພົມແສງສະຫວັນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຝ່າຍ ສປ ຈີນ ລົງນາມໂດຍ ທ່ານ ສື ຢິງຈຸນ ຫົວໜ້າພະແນກ ທໍລະນີສາດ ແຂວງເຫີໜານ, ລົງນາມເປັນພະຍານໂດຍ ທ່ານ ຖັງ ຈີ້ຈົ່ງ ຮອງຫົວໜ້າພະແນກທໍລະນີສາດ ແຂວງເຫີໜານ ແລະ ທ່ານ ຫຼີ ຢວນ ເລຂາພັກສູນສຳຫຼວດຊັບພະຍາກອນແຮ່ທາດ ພະແນກທໍລະນີສາດ ແຂວງເຫີໜານ ໂດຍການເປັນສັກຂີ່ພິຍານການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພບ ແລະ ທ່ານ ຫຼີວ ຢຸ້ຍຈຽງ ຮອງເຈົ້າແຂວງເຫີໜານ ສປ ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ສປປ ລາວ ແລະ ສປ ຈີນ ມີສາຍພົວພັນອັນດີງາມມາແຕ່ດົນນານ ເຊິ່ງຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ຈົນຮອດປະຈຸບັນ ການພົວພັນຂອງສອງປະເທດໄດ້ຮັບການເສີມຂະຫຍາຍ ແລະ ຮັດ ແໜ້ນຢ່າງບໍ່ຢຸດຢັ້ງ ບົນພື້ນຖານການສືບທອດຈິດໃຈມິດຕະພາບທີ່ເປັນມູນເຊື້ອຂອງການນໍາແຕ່ລະຮຸ່ນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງຝ່າຍລາວ-ຈີນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ ໃນປີ 2009 ສປປ ລາວ ແລະ ສປ ຈີນໄດ້ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ຄື: ເພື່ອນບ້ານທີ່ດີ ສະຫາຍທີ່ດີ ເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ ມາຮອດປີ 2019

ຜູ້ນໍາສູງສຸດຂອງສອງພັກ-ສອງລັດ ໄດ້ຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ຈີນ-ລາວ ເຊິ່ງໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: ການພົວພັນຂອງສອງປະເທດ ໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່ທີ່ດີທີ່ສຸດໃນປະຫວັດສາດແຫ່ງການພົວພັນຂອງສອງຊາດລາວ-ຈີນ ມາຮອດຍຸກປະຈຸບັນ ການພົວພັນຮ່ວມມືຂອງສອງປະເທດເຮົາ ນັບມື້ນັບຫຼາຍຂຶ້ນໃນທຸກຂົງເຂດວຽກງານ ໂດຍສະເພາະດ້ານວຽກງານທໍລະນີສາດ ແລະ ແຮ່ທາດ ແມ່ນນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢັ້ງ.

ການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:50.000 ໃນຄັ້ງນີ້ ນອກຈາກຈະເປັນການຮ່ວມມືສຶກສາທາງດ້ານທ່າແຮງກ່ຽວກັບຊັບພະຍາກອນແຮ່ທາດແລ້ວ ຍັງເປັນການຊຸກຍູ້ສົ່ງເສີມ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ແລກປ່ຽນບົດຮຽນດ້ານວິຊາການທໍລະນີສາດ ແລະ ແຮ່ທາດ ຂອງສອງຊາດ ລາວ-ຈີນ ໂດຍສະເພາະ ພະແນກທໍລະນີສາດ ແຂວງເຫີໜານ ສປ ຈີນ ກັບ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໃຫ້ເຂັ້ມແຂງ ແລະ ກວ້າງຂວາງຫຼາຍຂຶ້ນ ທັງເປັນການຊຸກຍູ້ ການຈັດຕັ້ງແຜນຍຸດທະສາດການພັດທະນາແຮ່ທາດຮອດປີ 2030 ແລະ ສອດຄ່ອງຕາມວິໃສທັດການພັດທະນາແຮ່ທາດຂອງລາວຮອດ ປີ 2040 ເປັນການຈັດຕັ້ງຜັນຂະຫຍາຍສາຍພົວພັນມິດຕະພາບສອງຊາດ ລາວ-ຈີນ ຈີນ-ລາວ ໂດຍສະເພາະການຊຸກຍູ້ສົ່ງເສີມນະໂຍບາຍ ສ້າງໜຶ່ງແລວໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ ໃຫ້ຖືກຈັດຕັ້ງຜັນຂະຫຍາຍໃນທຸກຂົງເຂດການຮ່ວມມືວຽກງານສອງຊາດລາວ-ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
Website: www.mem.gov.la