ພິທີມອບ-ຮັບໜ້າທີ່ ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ລະຫວ່າຜູ້ເກົ່າ ແລະ ຜູ້ໃໝ່

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 20 ທັນວາ 2024 ຢູ່ຫ້ອງປະຊຸມ 102 ລະຫວ່າງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດທີ III ແລະ ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດທີ IV ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ ແລະ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງທັງສອງຊຸດ.

          ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດທີ IV ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດທີ IV ສະແດງຄວາມຕ້ອນຮັບ ພ້ອມທັງລາຍງານຈຸດປະສົງຂອງພິທີ ບາງຕອນ ສະຫາຍ ໄດ້ກ່າວວ່າ: ພິທີມອບ-ຮັບໜ້າທີ່ ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ລະຫວ່າຜູ້ເກົ່າ ແລະ ຜູ້ໃໝ່ ໃນມື້ນີ້ ຈັດຂຶ້ນໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງທີ IV ທີ່ໄດ້ເປີດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າວັນທີ 28 ພະຈິກ 2024 ແລະ ປະຕິບັດຕາມມະຕິຕົກລົງຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 1056/ສຊປລ, ລົງວັນທີ 16 ທັນວາ 2024 ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງພະລັງງານ ແລະ ບໍ່ແຮ່ ຊຸດທີ IV ຈຳນວນ 25 ສະຫາຍ ແລະ ທັງເປັນການມອບວຽກງານຕ່າງໆ ທີ່ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດເກົ່າໄດ້ນຳພາ-ຊີ້ນຳ ຕະຫຼອດໄລຍະ 5 ປີຜ່ານມາ ໃຫ້ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດໃໝ່ໄດ້ສືບຕໍ່ເສີມຂະຫຍາຍໃຫ້ໄດ້ມີຜົນສຳເລັດຢ່າງຕັ້ງໜ້າກວ່າເກົ່າ. 

          ຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ຊຸດທີ III ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ ຄະນະບໍລິຫານງານ ຊຸດໃໝ່ ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກມະຫາຊົນ ເຂົ້າມາສືບຕໍ່ພາລະກິດອັນມີກຽດສະຫງ່າ ໃນການພັດທະນາວຽກງານຊາວໜຸ່ມລາວ ເວົ້າລວມ, ເວົ້າສະເພາະການພັດທະນາວຽກງານຊາວໜຸ່ມຢູ່ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ເປັນຂະບວນຟົດຟື້ນ ສົມກັບຄວາມເຊື່ອໝັ້ນຂອງຄະນະພັກ, ຄະນະນຳກະຊວງ ທີ່ຍາມໃດກໍ່ຖືເອົາຊາວໜຸ່ມປຽບເໝືອນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ. 

          ພ້ອມກັນນີ້, ສະຫາຍ ຍັງໄດ້ຊີ້ນຳເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນ ແລະ ກຳມະກອນ ຢູ່ໃນຖັນແຖວຊາວໜຸ່ມໄວໜຸ່ມ ທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຂອງພັກ, ຕໍ່ປະເທດ ແລະ ປະຊາຊົນ; ເປັນແບບຢ່າງນຳໜ້າໃນທຸກຂະບວນການທີ່ຂັ້ນເທິງໄດ້ມອບໝາຍດັ່ງກ່າວຄຳເວົ້າຂອງຜູ້ພວກເຮົາໄດ້ສັ່ງສອນໄວ້ວ່າ: ບ່ອນໃດຫຍາກຊາວໜຸ່ມຕ້ອງບຸກ ບ່ອນທຸກຊາວໜຸ່ມຕ້ອງຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຕ້ອງຂານອາສາ. 

ພາບ : ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506