
ໃນວັນທີ 13 ທັນວາ 2024, ທີ່ຜ່ານມາ, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ທີ່ມາຈາກ ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ບໍ່ແຮ່ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ໂຄງການລົງທຶນຂຸດຄົ້ນ ແລະ ປຸງແຕງເກືອໂປຣຕາສ ຂອງບໍລິສັດ ບໍ່ແຮ່ປຸຍກາລີ ລາວ-ຈີນ ຢູ່ບ້ານທົ່ງມັງ, ເມືອງໄຊຖານີ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ລິວຊິ້ງຈຽງ ປະທານ ບໍລິສັດ ພ້ອມດ້ວຍຄະນະອຳນວຍການ ແລະ ພະນັກງານປະຈຳພາກສະໜາມ.
ທ່ານ ລິວຊິ້ງຈຽງ ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໂຄງການວ່າ: ບໍລິສັດ ບໍ່ແຮ່ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວ ໄດ້ເຊັນສັນວ່າດ້ວຍການຂຸດຄົ້ນ ແລະ ຜະລິດເກືອໂປຕາສ ຢູ່ເຂດບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ກັບ ລັດຖະບານແຫ່ງ ສປປ ລາວ ສະບັບລົງວັນທີ 29 ພະຈິກ 2004, ອາຍຸສັນຍາ 30 ປີ (ໝົດອາຍຸວັນທີ 28 ພະຈິກ 2034), ໃນເນື້ອທີ່ 78 ກມ2 (ເຂດບ້ານທົ່ງມັ່ງ 48 ກມ2 ແລະ ເຂດບ້ານນາຕານ 30 ກມ2). ບໍລິສັດ ໄດ້ເລີ່ມດໍາເນີນການຜະລິດທົດລອງ ໃນປີ 2010 ແລະ ສາມາດຜະລິດ ປຸຍກາລີ (KCL) ໄດ້ທັງໝົດ 5,008.57 ໂຕນ, ສົ່ງອອກຈໍາໜ່າຍຕ່າງປະເທດໄດ້ ໃນປີ 2012-2014 ໄດ້ຈໍານວນ 8,450 ໂຕນ, ລວມມູນຄ່າ 2,935,540 ໂດລາສະຫະລັດ ມາຮອດກາງ ປີ 2014 ບໍລິສັດໄດ້ໂຈະການຜະລິດຊົ່ວຄາວ ຍ້ອນລາຄາເກືອໂປຕາສໃນຕະຫຼາດໂລກຕົກຕໍ່າ ແລະ ໄດ້ປັບປຸງດ້ານເຕັກນິກການຂຸດຄົ້ນ ຂອງບໍລິສັດຄືນໃໝ່. ມາຮອດວັນທີ 18 ກັນຍາ 2020 ບໍລິສັດ ບໍ່ແຮ່ປຸ່ຍກາລີລາວ-ຈີນ ຈໍາກັດຜູ້ດຽວ ແລະ ບໍລິສັດ ຫຍຸູ້ຍຢວນເກືອໂປຕາສອຸດົມສົມບູນ ຈໍາກັດ ໄດ້ເຊັນສັນຍາ ຮ່ວມກັນ ໂດຍຕົກລົງມອບໃຫ້ ບໍລິສັດ ຫຍຸູ້ຍຢວນເກືອໂປຕາສອຸດົມສົມບູນ ຈໍາກັດ ເປັນຜູ້ຮັບຜິດຊອບລົງທຶນກໍ່ສ້າງໂຮງງານປຸງແຕ່ງເກືອໂປຕາສຄືນໃຫມ່, ຊຶື່ງໄດ້ວາງແຜນຂະຫຍາຍກໍາລັງການຜະລິດຈາກ 50,000 ໂຕນ/ປີ ມາເປັນ 500,000 ໂຕນ/ປີ.
ພາຍຫຼັງໄດ້ຮັບຟັງການລາຍງານຈາກບໍລິສັດແລ້ວ, ທ່ານ ລັດຖະມົນຕີພ້ອມຄະນະກໍ່ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການກໍ່ສ້າງໂຮງງານປຸງແຕ່ງເກືອໂປຕາສ (ໂຄງການພາກຂະຫຍາຍ 4 ລ້ານໂຕນ/ປີ ເພື່ອໃຫ້ໄດ້ຜະລິດຕະພັນ 5 ແສນໂຕນ/ປີ) ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຢູ່ເຂດບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຂອງບໍລິສັດ ບໍ່ແຮ່ປຸຍກາລີ ລາວ-ຈີນ ຈຳກັດຜູ້ດຽວ ຢູ່ພາກສະໜາມ.
ຜ່ານການຕິດຕາມກວດກາ ເຫັນວ່າ ບໍລິສັດ ໄດ້ດຳເນີນການກໍ່ສ້າງໂຮງງານປຸງແຕ່ງເກືອໂປຕາສ ແລະ ໂຄງສ້າງພື້ນຖານຢ່າງເປັນລະບົບຕາມເຕັກນິກວິຊາການ. ນອກຈາກນັ້ນ ບໍລິສັດ ໄດ້ລາຍງານກ່ຽວກັບແຜນການຂຸດຄົ້ນ, ແຜນການຜະລິດເກືອໂປຕາສ, ແຜນການປິດບໍ່ແຮ່ ແລະ ຟື້ນຟູສິ່ງແວດລ້ອມ ຢ່າງເປັນລະບົບ ພ້ອມທັງໄດ້ມີການວາງໂດຍການນຳໃຊ້ເຂດດັ່ງກ່າວເພື່ອພັດທະນາເສດຖະກິດຂອງຊຸມຊົນແບບຍືນຍົງ ພາຍຫຼັງການປິດບໍ່ແຮ່ຂອງໂຄງການ.
