ສະຫະພັນແມ່ຍິງ ກະຊວງ ສະຫຼຸບການເຄື່ອນໄຫວຂໍ້ແຂ່ງຂັນ 3 ດີ ທ້າຍສະໄໝ (2021-2025)

          ໃນຕອນເຊົ້າວັນທີ 10 ມັງກອນ 2025. ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກກະຊວງ, ສະຫະພັນແມ່ຍິງ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ທ້າຍສະໄໝ (2021-2025) ຂື້ນ, ໂດຍໃຫ້ກຽດໂອ້ລົມ ແລະ ເປັນປະທານ ຂອງ ສະຫາຍ ຈັນທະບູນ ສຸກອາລຸນ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ; ມີ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ພະລັງງານ ແລະ ບໍ່ແຮ່. ນອກຈາກນີ້, ຍັງມີຕາງໜ້າຈາກອົງການຈັດຕັ້ງ ກໍາມະບານ, ຊາວໜຸ່ມ, ປະທານ, ຮອງປະທານໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນກະຊວງ ກໍ່ໄດ້ເຂົ້າຮ່ວມ.

          ສະຫາຍ ນາງ ແສງເດືອນ ວົງອິນ ໄດ້ລາຍງານໃຫ້ຮູ້ວ່າ: ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ມີສະມາຊິກແມ່ຍິງທັງໝົດ ຈຳນວນ 850 ສະຫາຍ ກວມເອົາ 99% ຂອງແມ່ຍິງທັງໝົດ (ສາມາດຂະຫຍາຍສະມາຊິກໃໝ່ໄດ້ 23 ສະຫາຍ), ໃນນັ້ນເປັນສະມາຊິກພັກ ຈຳນວນ 314 ສະຫາຍ ເທົ່າກັບ 27,2% ຂອງຈໍານວນສະມາຊິກພັກທັງໝົດ (ສະມາຊິກພັກສົມບູນ 277 ສະຫາຍ ແລະ ສຳຮອງ 37 ສະຫາຍ) ທຽບໃສ່ 2020 ເພີ່ມຂື້ນ 26 ສະຫາຍ;
            ສະຫາຍ ປະທານຄະນະບໍລິຫານງານສະຫະພັນກະຊວງ ຍັງໄດ້ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ປາຖະກະຖາເອກະສານສໍາຄັນຕ່າງໆ ເຊັ່ນ: ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນແມ່ຍິງລາວທົ່ວປະເທດ, ແຜນພັດທະນາແມ່ຍິງແຫ່ງຊາດ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວໃນແຕ່ລະຄັ້ງ; ເອກະສານຂໍ້ແຂ່ງຂັນວຽກງານ 3 ດີ, ເລົ່າມູນເຊື້ອວັນແມ່ຍິງສາກົນ, ວັນສ້າງຕັ້ງສະຫະພັນແມ່ຍິງລາວໄດ້ທັງໝົດ 13 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 9,720 ເທື່ອສະຫາຍ, ກວມ 89% ຂອງສະມາຊິກແມ່ຍິງທັງໝົດ. ພ້ອມນັ້ນ, ຍັງໄດ້ປຸກລະດົມໃຫ້ໜ່ວຍສະຫະພັນແມ່ຍິງທີ່ຂຶ້ນກັບຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງແມ່ຍິງເປັນຕົ້ນ: ກົດໝາຍວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງ ແລະ ກົດໝາຍອື່ນໆ.

          ຜ່ານການເຄື່ອນໄຫວຢ່າງຫ້າວຫັນຂອງເອື້ອຍນ້ອງແມ່ຍິງ ຕະຫຼອດໄລຍະ 5 ປີຜ່ານມາ, ແມ່ຍິງໄດ້ຮັບນະໂຍບາຍຕ່າງໆ ຈາກອົງການປົກຄອງ ໃນການເລື່ອນຊັ້ນ-ຂັ້ນ ແລະ ການຍ້ອງຍໍໃນລະດັບຕ່າງໆ ເຊັ່ນ: ເອື້ອຍນ້ອງໄດ້ຮັບການຍ້ອງຍໍຜົນງານດີເດັ່ນຫ້າວຫັນໃນການເຄື່ອນໄຫວວຽກງານແມ່ຍິງ ຮອບດ້ານ 5 ປີ (2016-2020 ມອບຮັບໃນປີ 2022) ຈໍານວນ 624 ສະຫາຍ ແລະ ຍ້ອງຍໍການປະກອບສ່ວນໃນຂະບວນສະເຫຼີມສະຫຼອງວັນສໍາຄັນ ຕ່າງໆ ຂອງຊາດ ແລະ ການປະກອບສ່ວນຊ່ວຍເຫຼືອງສັງຄົມ, ການຍ້ອງຍໍໃນການປະຕິບັດວຽກງານວິຊາສະເພາະເຊັ່ນ: ຫຼຽນໄຊແຮງງານ ຊັ້ນ I ມີ 5 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ II ມີ 23 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ມີ 84 ສະຫາຍ, ຫຼຽນກາແຮງງານມີ 144 ສະຫາຍ, ໃບຍ້ອງຍໍຂັ້ນລັດຖະບານ 242 ສະຫາຍ ແລະ ໃບຍ້ອງຍໍຂັ້ນກະຊວງ 144 ສະຫາຍ; ໄດ້ເລື່ອນຈາກຂັ້ນຮອງຫົວໜ້າກົມ ຂຶ້ນເປັນຫົວໜ້າກົມ ຈໍານວນ 02 ສະຫາຍ; ຈາກຫົວໜ້າພະແນກຂື້ນເປັນຮອງຫົວໜ້າກົມ ຈໍານວນ 8 ສະຫາຍ; ຂື້ນເປັນ ຫົວໜ້າພະແນກ ຈໍານວນ 6 ສະຫາຍ, ຮອງພະແນກ 15 ສະຫາຍ ; ໃນພາກລັດວິສາຫະກິດ ໄດ້ເລື່ອນຕໍາແໜ່ງເປັນຫົວໜ້າຝ່າຍ 1 ສະຫາຍ, ຮອງຫົວໜ້າຝ່າຍ 5 ສະຫາຍ. ພ້ອມກັນນັ້ນ, ຍັງໄດ້ຮັບຕໍາແໜ່ງພັກ ຈໍານວນ 16 ສະຫາຍຄື: ຄະນະປະຈໍາພັກກະຊວງ 01 ສະຫາຍ; ເລຂາໜ່ວຍພັກ 1ສະຫາຍ, ຮອງເລຂາ 9ສະຫາຍ, ຄະນະໜ່ວຍ 6 ສະຫາຍ.

          ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງກະຊວງ ໃນ 2 ໄລຍະ ຜ່ານມາ ສາມາດຄັດເລືອກໄດ້ແມ່ຍິງ 3 ດີຄື:
 ໄລຍະທີ I ປີ (2021-2022) ສາມາດຕີລາຄາຈັດປະເພດບຸກຄົນ 3 ດີປະເພດ I ມີ 819 ຄົນກວມ 98.75% ແລະ ປະເພດ II ມີ 10 ຄົນ ກວມ 1.20%; ໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ I ຈໍານວນ 17 ໜ່ວຍ ເທົ່າກັບ 100% ແລະ ສາມາດຄັດເລືອກໄດ້ບຸກຄົນ 3 ດີຕົວແບບທາງດ້ານການສ້າງເສດຖະກິດຄອບຄົວໄດ້ 1 ຄົນ.
 ໄລຍະທີ II ປີ (2023-2024) ສາມາດຕີລາຄາຈັດປະເພດບຸກຄົນ 3 ດີປະເພດ I ຈໍານວນ 809 ຄົນ, ເທົ່າກັບ 96.88 %; ປະເພດ II ຈໍານວນ 26 ຄົນ, ເທົ່າກັບ 3.11 %; ໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ I ຈໍານວນ 17 ໜ່ວຍ ເທົ່າກັບ 100% ແລະ ສາມາດຄັດເລືອກໄດ້ ບຸກຄົນ 3 ດີຕົວແບບທາງດ້ານການສ້າງເສດຖະກິດຄອບຄົວ ໄດ້ 4 ສະຫາຍ ຕື່ມອີກ.
ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506