
ຈຸດປະສົງ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ ທາງດ້ານເຕັກນິກ-ວິຊາການ ແລະ ລະບຽບການ ທີ່ກ່ຽວຂ້ອງກ່ຽວກັບວຽກງານບໍ່ແຮ່.
ຊຶ່ງໄດ້ມີຄະນະພະແນກ ແລະ ວິຊາການຈາກແຕ່ລະພະແນກພາຍໃນກົມຄຸ້ມຄອງບໍ່ແຮ່ ທີ່ລົງມາເຜີຍແຜ່, ແລກ ປ່ຽນຄວາມຮູ້ທາງດ້ານເຕັກນິກວິຊາການ ແລະ ລະບຽບການຕ່າງໆ ກ່ຽວກັບວຽກງານຄຸ້ມຄອງບໍ່ແຮ່ ເພື່ອຊ່ວຍໃຫ້ພະນັກ ງານຢູ່ຂັ້ນທ້ອງຖິ່ນຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕື່ມ, ຊຶ່ງການຝຶກອົບຮົມໃນຄັ້ງນີ້ ແມ່ນແຜນວຽກໜຶ່ງທີ່ນອນໃນແຜນ ການສ້າງ ແລະ ຍົກລະດັບວິຊາສະເພາະໃຫ້ກັບພະນັກງານຂອງຂະແໜງຄຸ້ມຄອງບໍ່ແຮ່ ທີ່ໄດ້ກໍານົດໄວ້ ໃນວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດຮອດປີ 2030. ບັ້ນຝຶກອົບຮົມຄັ້ງນີ້ ຈະໃຊ້ເວລາ 1 ມື້ ເຄິ່ງ ຊຶ່ງປະກອບມີທັງໝົດ 7 ຫົວຂໍ້ ດັ່ງນີ້:

1) ການຄົ້ນຄວ້າເອກະສານປະກອບຄໍາເຫັນ ແລະ ການຄຸ້ມຄອງເຂດສໍາປະທານ
2) ການຄຸ້ມຄອງໂຮງງານປຸງແຕ່ງແຮ່ທາດ;
3) ຂັ້ນຕອນການສະເໜີ, ການພິຈາລະນາ ແລະ ການຄຸ້ມຄອງວຽກງານການ ຊື້ ຂາຍ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ;
4) ການເກັບກໍາຂໍ້ມູນສະຖິຕິ ແລະ ການລາຍງານ;
5) ວຽກງານກວດກາປະເມີນຜົນ;
6) ວຽກງານປິດບໍ່ແຮ່
7) ການນໍາໃຊ້ Agisoft Metashape ສໍາລັບການສ້າງ Model 3D ຄິດໄລ່ບໍລິມາດແຮ່
