ກົມຄຸ້ມຄອງບໍ່ແຮ່ ເຜີຍແຜ່ເນື້ອໃນສັນຍາສຳປະທານການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ ເມືອງເຟືອງ ແຂວງວຽງຈັນ

         ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະບານ ໃນການພັດທະນາໂຄງການບໍ່ແຮ່ ໂດຍສະເພາະແມ່ນໂຄງການທົດລອງຂຸດຄົ້ນແຮ່ຄຳຕົກຂ້ອນ ເຊິ່ງເປັນໜຶ່ງໃນນະໂຍບາຍຂອງລັດຖະບານ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ປະເທດພວກເຮົາ. ມາໃນວັນທີ 26 ຕຸລາ 2022 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງວ່າການເມືອງເຟືອງ, ແຂວງວຽງຈັນ ກົມຄຸ້ມຄອງບໍ່ແຮ່ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານຂຸດຄົ້ນຄໍາຕົກຂ້ອນ ແບບທົດລອງ ຢູ່ເຂດບ້ານນາກາງ, ເມືອງເຟືອງ, ແຂວງວຽງຈັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ສົມວິຈິດ ຂຸດຄົ້ນບໍ່ແຮ່ ຈໍາກັດ ເຊິ່ງລົງນາມໃນວັນທີ 23 ສິງຫາ 2022, ໃນເນື້ອທີ່ 2 ເຮັກຕາ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອາດ ວິໄລພົນ ຫົວໜ້າຫ້ອງວ່າການປົກຄອງເມືອງເຟືອງ ແລະ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ມີຜູ້ຕາງໜ້າຈາກ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ບ້ານທີ່ໂຄງການຕັ້ງຢູ່ ແລະ ບໍລິສັດເຂົ້າຮ່ວມ. ສ່ວນໃນການປັກຫຼັກໝາຍນັ້ນແມ່ນພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ເປັນຜູ້ຈັດຕັ້ງປະຕິບັດ.

          ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເຮັດໃຫ້ ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ມີຄວາມເຂົ້າໃຈ ຕໍ່ໂຄງການ; ເສີມສ້າງການມີສ່ວນຮ່ວມ ຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບ່ອນໂຄງການຕັ້ງຢູ່ ເຂົ້າໃນໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ; ສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ ແລະ ເຮັດໃຫ້ບໍລິສັດ ດຳເນີນໂຄງການຂອງຕົນ ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ, ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ/ແຜນການ ທີ່ກຳນົດໄວ້.
ພາບ ແລະ ແຫຼ່ງຂ່າວ: ກົມຄຸ້ມຄອງບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ