
ໃນວັນທີ 12 ມີນາ 2025 ທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ກົມແຜນການ ແລະ ການຮ່ວມມື ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ປຶກສາຫາລື (ຮ່າງ) ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ 5 ປີ ຄັ້ງທີ Ⅸ (2021-2025) ແລະ ສ້າງແຜນການ 5 ປີ ຄັ້ງທີⅩ(2026-2030) ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່. ມີຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ ແລະ ຄະນະອຳນວຍການອ້ອມຂ້າງກະຊວງ ເຂົ້າຮ່ວມ.

ທ່ານ ນາງ ໂຄຕະມີ ຈັນທະມາລິນ ຮັກສາການ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ສະເໜີໃຫ້ເຫັນເຖິງພາບລວມ, ທ່າແຮງອັນສຳຄັນ ແລະ ບາງຕົວເລກການປະເມີນປະລິມານຊັບພະຍາກອນໃນປັດຈຸບັນ, ການປະຕິບັດຍຸດທະສາດ ແຮ່ທາດ 2030, ວິໄສທັດ 2040; ໝາກຜົນຂອງຂະແໜງການທີ່ໄດ້ຈັດຕັ້ງປະຕິບັດແຜນພັດທະນາ ພະລັງງານ ແລະ ບໍ່ແຮ່ ປະຈຳປີ 2024 ຂະແໜງພະລັງງານໄຟຟ້າ ແລະ ຂະແໜງບໍ່ແຮ່; ສິ່ງທີ່ພົ້ນເດັ່ນວຽກງານກົງຈັການຈັດຕັ້ງຂັ້ນສູນກາງ ແລະ ດ້ານນິຕິກຳ, ຍຸດທະສາດ ແລະ ບັນດານິຕະກຳ; ຄຽງຄູ່ກັນນັ້ນຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ມີເປົ້າໝາຍສຸມໃສ່ຈັດຕັ້ງປະຕິບັດບັນດາວຽກ ຈຸດສຸມທີ່ນອນຢູ່ໃນ 12 ເປົ້າໝາຍ ຂອງແຜນພັດທະນາຂະແໜງການ5 ປີ ຄັ້ງທີ IX (2021-2025) ເປັນຕົ້ນແມ່ນ ພັດທະນາການສະໜອງພະລັງງານໄຟຟ້າ ໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງ, ສົມຄູ່ກັບຄວາມຕ້ອງການນໍາໃຊ້ພາຍໃນ ແລະ ການສົ່ງອອກ, ພັດທະນາລະບົບສາຍສົ່ງໄຟຟ້າສໍາລັບການສະໜອງໄຟຟ້າພາຍໃນ ແລະ ສົ່ງອອກ. ການພັດທະນາລະບົບຈໍາໜ່າຍ ແລະ ການບໍລິການໄຟຟ້າ. ຂະຫຍາຍການຊົມໃຊ້ໄຟຟ້າສູ່ຊົນນະບົດດ້ວຍຫຼາຍຮູບແບບ. ສົ່ງເສີມການນຳໃຊ້ພະລັງງານສະອາດເຂົ້າໃນການຄົມມະນາຄົມ ແລະ ຂົນສົ່ງ. ສົ່ງເສີມການປະຢັດ ແລະ ອານຸລັກພະລັງງານ. ສໍາຫຼວດສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະ ແຮ່ທາດ ແລະ ປະເມີນ ຊັບພະຍາກອນແຮ່ທາດທົ່ວປະເທດ. ການກໍານົດນະໂຍບາຍການບໍລິຫານຈັດການ/ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ. ການພັດທະນາກົນໄກບໍລິຫານຈັດການ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການບັງຄັບໃຊ້ກົດໝາຍ. ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແຮ່ທາດ. ສ້າງຄວາມເຂັ້ມແຂງໃຫ້ບັນດາລັດວິສາຫະກິດອ້ອມຂ້າງກະຊວງ. ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການເຕີບໂຕສີຂຽວ (GG) ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ.

ຫຼັງຈາກນັ້ນກໍໄດ້ສັງເກດຕີລາຄາ ຈຸດແຂງ/ຈຸດດີ, ຈຸດອ່ອນ/ດ້ານຄົງຄ້າງ, ກາລະໂອກາດ, ສິ່ງທ້າທາຍ/ກີດຂວາງ, ທິດທາງແຜນການ ປີ 2025 ແລະ ມາດຕະການໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນສືບຕໍ່ເອົາໃຈໃສ່ສຶກສາອົບຮົບການເມືອງແນວຄິດ; ສ້າງ ແລະ ປັບປຸງພັກ ໃຫ້ໜັກແໜ້ນເຂັ້ມແຂງທຸກດ້ານ; ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກທຸກຂັ້ນໃຫ້ມີຄວາມໂປ່ງໃສ. ຊີ້ນຳ-ນໍາພາ ຂະແໜງການ ຕ້ອງສົ່ງເສີມການນໍາໃຊ້ພະລັງງານ ຄຽງຄູ່ກັບການພັດທະນາ ອຸດສາຫະກຳປຸງແຕ່ງ ແລະ ຫຼອມແຮ່ທາດ ພາຍໃນປະເທດ: ສ້າງນະໂຍບາຍ ແລະ ແຜນການລະອຽດ ເພື່ອຊຸກຍູ້ການສ້າງຕັ້ງໂຮງງານປຸງແຕ່ງແຮ່ ຫຼື ຫຼອມແຮ່ທາດ ທີ່ເຮົາມີທ່າແຮງຢູ່ພາຍໃນ ເພື່ອຫຼຸດຜ່ອນການສົ່ງອອກແຮ່ດິບ, ນໍາໃຊ້ພະລັງງານໄຟຟ້າ ທີ່ເຮົາມີທັງເປັນການສ້າງມູນຄ່າເພິ່ມ ແລະ ຖານລາຍຮັບໃຫ້ລັດຖະບານ (ໂຮງງານປຸງແຕ່ງແຮ່ທາດຊີລີຄອນ, ເຫຼັກ, ອາລູມີນຽມ ແລະ ອຶ່ນໆ) ພ້ອມທັງ, ວາງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ບໍລິສັດວິສາຫະກິດ ມີບົດບາດນໍາພາໃນດ້ານນີ້.
