ພະນັກງານໃນຖັນແຖວຊາວໜຸ່ມອ້ອມຂ້າງກະຊວງ ໄດ້ຮັບຟັງການຫວນຄືນເລົ່າມູນເຊື້ອ 2 ວັນປະຫວັດສາດ ຄົບຮອບ 70 ປີ.

          ຕອນບ່າຍວັນທີ 17 ມີນາ 2025 ນີ້, ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ 1955 ແລະ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ວັນທີ 14 ເມສາ 1955 ຄົບຮອບ 70 ປີທີ່ໝູນວຽນມາບັນຈົບຄົບຮອບໃນປີ 2025 ນີ້ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ມອນໄຊ ລາວມົວຊົ່ງ, ກຳມະການສໍາຮອງສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຊາຊົນປະຕິວັດລາວ; ສະຫາຍ ປອ ຄໍາມອນ ຈັນທະຈິດ ກຳມະການຄະນະພັກ, ຮອງປະທານ, ຜູ້ປະຈຳການສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານ ຊປປລ ກະຊວງ; ມີບັນດາ ສະຫາຍ ເລຂາ-ຮອງເລຂາ-ຄະນະພັກຮາກຖານ/ໜ່ວຍພັກຮາກຖານ; ເລຂາ-ຮອງເລຂາ, ຄະນະບໍລິຫານງານ ຊປປລ ກະຊວງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຮັບຟັງທັງໝົດ 500 ສະຫາຍ.

          ສະຫາຍ ໂພໄຊ ໄຊຍະສອນ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວເປີດພິທີວ່າ: ການຈັດຕັ້ງພິທີ ຮັບຟັງປາຖະກະຖາເລົ່າຄືນມູນເຊື້ອ 2 ວັນປະຫວັດສາດໃນມື້ນີ້ ແມ່ນເປັນການອຸ່ນຄືນຄວາມຮັບຮູ້, ເປັນການປັບ ປຸງຄຸນທາດການເມືອງ ແລະ ຄຸນສົມບັດປະຕິວັດໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ໄວໜຸ່ມໃນທົ່ວກະ ຊວງພະລັງງານ ແລະບໍ່ແຮ່, ປະກອບສ່ວນຮ່ວມກັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາ ທີ່ພວມເປີດຂະບວນການ ແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນ ວັນປະຫວັດສາດຂອງພັກ ແລະ ຂອງຊາດສໍາລັບປີ 2025 ຄື : ວັນສ້າງຕັ້ງພັກຄົບ ຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົວລມວິຫານຄົບຮອບ 105 ປີ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກເພື່ອກ້າວສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຊຶ່ງພ່ວມດຳ ເນີນໄປຢ່າງເປັນຂະບວນກວ້າງຂວາງ, ຟົດຟື້ນ, ມີຊີວິດຊີວາ ແລະ ຕໍ່ເນື່ອງຢູ່ໃນປັດຈຸບັນ, ໂດຍມີຄະະນະພັກ, ຄະນະນໍາ, ຄະນະຊາວໜຸ່ມພ້ອມດ້ວຍສະມາຊິກຊາວໜຸ່ມ ແລະ ໄວໜຸ່ມໃນທົ່ວກະຊວງເຂົ້າຮ່ວມຈໍານວນ 500 ກວ່າ ສະຫາຍ.

           ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຊາຊົນປະຕິວັດລາວ ໄດ້ຍົກໃຫ້ເຫັນມູນເຊື້ອອັນພິລະອາດຫານຂອງຊາວໜຸ່ມລາວ ໃນຂະບວນການຕໍ່ສູ້, ກູ້ຊາດ ແລະ ຍາດຄວາມເປັນເອກະລາດຈາກຈັກກະພັດຜູ້ຮຸກຮານ ບາງຕອນ ສະຫາຍ ໄດ້ກ່າວວ່າ: ຂະບວນການຕໍ່ສູ້ຕ້ານຈັກກະພັດໃນແຕ່ລະໄລຍະກໍ່ມີກຳລັງສູ້ຮົບຂອງກອງເຈົ້າໄຊ ຈັກກະພັດ, ກອງເຈົ້າຟ້າປັດໃຈ, ກອງລາດຊະວົງ ແລະ ກອງກຳລັງອື່ນໆ ນັ້ນແມ່ນຊາວໜຸ່ມມາຈາກກໍາລັງປະກອບອາວຸດເອີ້ນວ່າ: ຄະນະຊາວໜຸ່ມຕະລຸມບອນ ເຊິ່ງໄດ້ມີບົດບາດຕະລຸມບອນໄດ້ບໍ່ວ່າແນວໜ້າ ຫຼື ແນວຫຼັງກໍລ້ວນມີກຳລັງຂອງຊາວໜຸ່ມ. ສະນັ້ນ, ພາຍຫຼັງພັກໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 1 ໄດ້ກຳນົດ ເອົາວັນທີ 22 ມີນາ 1955 ເປັນມື້ສ້າງຕັ້ງພັກ ຍ້ອນເຫັນໄດ້ບົດບາດຄວາມສໍາຄັນຂອງຊາວໜຸ່ມແຕ່ລະໄລຍະ ພັກຈຶ່ງໄດ້ກໍານົດເອົາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນວັນທີ 14 ເມສາ 1955.

          ສະຫາຍ ເລຂາຄະນະບໍລິຫານງານ ສຊປລ ໄດ້ກ່າວຕື່ມວ່າ: ມູນເຊື້ອຂອງ ຄຊປປລ ແມ່ນເປັນມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ເຊິ່ງຍາມໃດກໍຕິດພັນ ກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະ ທ້ອງຖິ່ນ ເພາະວ່າ ທຸກຍຸກທຸກສະໄໝ ຊາວໜຸ່ມລາວແມ່ນມີບົດບາດຕັດສິນ ແລະ ເປັນກຳລັງແຮງອັນໃຫຍ່ຫຼວງໃຫ້ແກ່ທຸກຍຸກ ທຸກສະໄໝ ດັ່ງນັ້ນ ຄຊປປລ ຈຶ່ງມີຄວາມສໍາຄັນຄື: ໄດ້ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນຕໍ່ມູນເຊື້ອຂອງ ຄຊປປລ ແນໃສ່ ເຮັດໃຫ້ຊາວໜຸ່ມທຸກເພດ, ເຜົ່າ, ສາຂາອາຊີບມີນໍ້າໃຈຮັກຊາດອັນດູດດົມມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ, ມີສະຕິຕໍ່ການຈັດຕັ້ງ, ສະຕິສັງຄົມ ແລະ ມີຄວາມຮັບຜິດຊອບສູງ. ໄດ້ເຕົ້າໂຮມ ແລະ ປຸກລະດົມກຳລັງແຮງສັງລວມ ຂອງຊາວໜຸ່ມເຂົ້າໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ. ໄດ້ຝຶກຝົນຫຼໍ່ຫຼອມຄວາມຮູ້ຄວາມສາມາດ ແລະ ຄຸນທາດການເມືອງໃຫ້ຊາວໜຸ່ມ ແນໃສ່ກາຍເປັນ ຜູ້ສືບທອດພາລະກິດຂອງພັກໃນໄລຍະໃໝ່ ແລະ ຍາວນານ.

          ສະຫາຍ ປອ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເລົ່າຄືນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ນັບແຕ່ມື້ໄດ້ຮັບການສ້າງຕັ້ງ ຈົນຮອດປັດຈຸບັນ. ສະຫາຍ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ກ່າວບາງຕອນວ່າ: ໃນວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຈຶ່ງໄດ້ເປີດຂຶ້ນ ຢູ່ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ໂດຍເອີ້ນຊື່ວ່າ: “ພັກປະຊາຊົນລາວ” ປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນເລຂາຄະນະຊີ້ນຳສູນກາງ (ເລຂາທິການໃຫຍ່) ພ້ອມທັງໄດ້ວາງແຜນດຳເນີນງານຂອງພັກ 12 ຂໍ້ ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ I ຂອງພັກ ໃນວັນທີ 22 ມີນາ 1955 ເປັນໂຄງການການເມືອງສະບັບທໍາອິດ ເພື່ອແນໃສ່ເຮັດຫຼ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ເຮັດໃຫ້ປະເທດລາວເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ.

          ນັບແຕ່ປີ 1975 ເປັນຕົ້ນມາ ພັກເຮົາ ໄດ້ເປັນພັກກຳອຳນາດ ແລະ ສ້າງຕັ້ງອຳນາດການປົກຄອງໃໝ່ຂຶ້ນ ພັກເຮົາໄດ້ເອົາໃຈໃສ່ນຳພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລຶບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສຳເລັດເປັນກ້າວໆ; ສືບຕໍ່ນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີໜຶ່ງ (1981-1985) ສໍາເລັດໂດຍພື້ນຖານ. ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (1986) ພັກໄດ້ກໍານົດແນວທາງປ່ຽນແປ່ງໃໝ່ ໂດຍເລີ່ມຈາກການປ່ຽນແປງໃໝ່ດ້ານເສດຖະກິດ, ເປັນຕົ້ນແມ່ນການປ່ຽນແປງໃໝ່ດ້ານນະໂຍບາຍເສດຖະກິດ; ຮັບຮູ້ ແລະ ນຳໃຊ້ເສດຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ, ເພິ່ງຕົນເອງ, ກຸ້ມຕົນເອງ ໄປສູ່ເສດຖະກິດສິນຄ້າ; ກອງປະຊຸມຄັ້ງທີ V, VI, VII, VIII, IX, X ແລະ ຄັ້ງທີ XI ຂອງພັກ ໄດ້ສືບຕໍ່ນຳພາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ດ້ວຍການກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງໃນແຕ່ລະໄລຍະຢ່າງເປັນລະບົບ, ຕໍ່ເນື່ອງ ທັງປັບປຸງຍົກລະດັບເປັນກ້າວໆ ເຮັດໃຫ້ແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ນັບມື້ນັບບໍລິບູນຂຶ້ນເລື້ອຍໆ. ປັດຈຸບັນ, ສປປ ລາວ ມີສາຍພົວພັນການທູດກັບ 149 ປະເທດ, ມີສຳນັກງານຜູ້ຕາງໜ້າການທູດ ຂອງ ສປປ ລາວ ຢູ່ຕ່າງປະເທດ 42 ແຫ່ງ; ມີສໍານັກງານຜູ້ຕາງໜ້າຂອງຕ່າງປະເທດ ປະຈໍາຢູ່ ສປປ ລາວ ມີ 33 ແຫ່ງ, ພົວພັນກັບພັກການເມືອງຫຼາຍກວ່າ 140 ພັກ ແລະ ພົວພັນດ້ານເສດຖະກິດກັບຫຼາຍກວ່າ 50 ປະເທດ. ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 70 ປີຜ່ານມາ ພັກເຮົາ ຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ; ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ພາບ: ຄະນະບໍລິຫານງານ ຊປປລ ກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506