ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບສູນພະລັງງານອາຊຽນ ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2025 ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC). ຕາງໜ້າ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມກ່າວຄຳເຫັນໃນພິທີຂອງ ທ່ານ ນາງ ສັນຕິສຸກ ພິມພະຈັນ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ແລະ ທ່ານ Aldilla Noor Rakhiemah ຜູ້ຈັດການໂຄງການປ່ຽນແປງດິນຟ້າອາກາດ ແລະ ພະລັງງານອາຊຽນ (ACCEPT). ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງ ສປປລາວ ແລະ ສະມາຊິກອາຊຽນ ບວກ ຕີມໍເລດສະເຕ.

          ທ່ານ ນາງ ສັນຕິສຸກ ພິມພະຈັນ ໄດ້ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອສະແດງເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການນໍາພາພາກພື້ນກ້າວເຂົ້າສູ່ຄວາມຍືນຍົງ ແລະ ປ່ອຍກາກບອນຕໍ່າໃນອະນາຄົດ. ບົດບາດສໍາຄັນ ຂອງສູນພະລັງງານອາຊຽນ ແນໃສ່ສົ່ງເສີມການຮ່ວມມື ລະດັບພາກພື້ນໃນຂະແໜງພະລັງງານ ຄຽງຄູ່ກັບຂໍ້ຄິດລິເລີ່ມ ໃນການປ່ອຍກາກບອນຕໍ່າອື່ນໆ, ເຊິ່ງມີຄວາມສໍາຄັນໃນການບັນລຸເປົ້າໝາຍດ້ານດິນຟ້າອາກາດ ແລະ ພະລັງງານຂອງພວກເຮົາ ຜົນການຄົ້ນພົບຈາກບົດສຶກສາ AEO8 ຈະຖືກນໍາມາເຜີຍແຜ່ຜ່ານງານກິດຈະກໍາລະດັບຊາດ ໃນທົ່ວປະເທດສະມາຊິກອາຊຽນ (AMS), ເພື່ອສະໜັບສະໜູນໃຫ້ມີການແບ່ງປັນຄວາມຮູ້ ແລະ ການສ້າງຄວາມສາມາດໃນທົ່ວພາກພື້ນ. ສໍາລັບ ສປປ ລາວ ເຊິ່ງເປັນປະເທດທໍາອິດທີ່ຮ່ວມມືກັບ ACE ໃນການພັດທະນາບົດສຶກສາລະດັບຊາດຮ່ວມກັນ ກ່ຽວກັບເສັ້ນທາງສູ່ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ໂດຍສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງແຮງກ້າຂອງ ACE ໃນການຫັນປ່ຽນດ້ານພະລັງງານ ແລະ ການສົ່ງເສີມນະວັດຕະກໍາ ເພື່ອອະນາຄົດທີ່ຍືນຍົງ.

          ຂະນະທີ່ ທ່ານ ດຣ. Zulfikar Yurnaidi ຜູ້ຈັດການພະແນກສ້າງແບບຈໍາລອງພະລັງງານ ແລະ ການວາງແຜນນະໂຍບາຍ (MPP) ຂອງ ACE ໄດ້ກ່າວວ່າ: ບົດສຶກສາທ່າອ່ຽງ ດ້ານພະລັງງານອາຊຽນ ສະບັບທີ 8 ໄດ້ນໍາສະເໜີກ່ຽວກັບສະພາບຄວາມເປັນກາງຂອງກາກບອນ (CNS) ໃນລະດັບພາກພື້ນ, ເຊິ່ງປັດຈຸບັນໄດ້ຖືກຫັນປ່ຽນເປັນແຜນງານສະເພາະຂອງປະເທດ ໂດຍມີ ສປປ ລາວ ເປັນຄູ່ຮ່ວມງານລາຍທໍາອິດ ຜ່ານບົດສຶກສາ AEO ແລະ ບົດສຶກສາການປ່ອຍແກັສເຮືອນແກ້ວສຸດທິເປັນສູນລະດັບຊາດ, ACE ມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນ ປະເທດສະມາຊິກອາຊຽນ ໃນການຊຸກຍູ້ການຮ່ວມມືລະດັບພາກພື້ນ ເພື່ອບັນລຸເປົ້າໝາຍດ້ານພະລັງງານ ແລະ ດິນຟ້າອາກາດຮ່ວມກັນ. ທ່ານ Aldilla Noor Rakhiemah ຜູ້ຈັດການໂຄງການປ່ຽນແປງດິນຟ້າອາກາດ ແລະ ພະລັງງານອາຊຽນ (ACCEPT) ໄດ້ກ່າວວ່າ: ການເປີດໂຕ ແຜນງານພັດທະນາຂະແໜງພະລັງງານສໍາລັບການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຖືເປັນບາດກ້າວສໍາຄັນ ໃນການຫັນປ່ຽນດ້ານພະລັງງານຂອງ ສປປ ລາວ. ACCEPT ມີບົດບາດສໍາຄັນໃນການເສີມສ້າງຄວາມເຂັ້ມແຂງ ດ້ານການເຊື່ອມໂຍງ ລະຫວ່າງ ພະລັງງານ ແລະ ການປ່ຽນແປງດິນຟ້າອາກາດ ຜ່ານການສຶກສາວິເຄາະທີ່ຂັບເຄື່ອນດ້ວຍຂໍ້ມູນ ພ້ອມທັງເລັ່ງການຮ່ວມມືໃນລະດັບພາກພື້ນ ໂດຍສ້າງຄວາມສາມາດໃນລະດັບພາກພື້, ເຊິ່ງສິ່ງດັ່ງກ່າວສອດຄ່ອງກັບເປົ້າໝາຍໄລຍະຍາວ ຂອງ ACCEPT ທີ່ໃຫ້ການສະໜັບສະໜູນບັນດາປະເທດສະມາຊິກອາຊຽນ ໃນການຫັນປ່ຽນສູ່ລະບົບພະລັງງານກາກບອນຕໍ່າ ແລະ ບັນລຸເປົ້າໝາຍການປ່ອຍແກັສອາຍພິດສຸດທິເປັນສູນ.

          ຂະແໜງພະລັງງານ ແມ່ນໜ່ວຍງານໜຶ່ງທີ່ສໍາຄັນທີ່ສຸດໃນການປະກອບສ່ວນ ສະໜັບສະໜູນການປ່ຽນແປງດິນຟ້າອາກາດ ບົດສຶກສາກ່ຽວກັບການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງລາວ ສະບັບດັ່ງກ່າວ ໄດ້ສຶກສາສໍາຫລວດແນວທາງທີ່ເປັນໄປໄດ້ ໃນການຫລຸດຜ່ອນການປ່ອຍແກັສເຮືອນແກ້ວໃນລະດັບຊາດ ຜ່ານການນໍາໃຊ້ເຕັກໂນໂລຊີດ້ວຍວິທີການຕ່າງໆ ລວມທັງພະລັງງານທົດແທນ ແລະ ເຕັກໂນໂລຊີກາກບອນຕໍ່າທີ່ກໍາລັງເກີດຂຶ້ນ. ບົດສຶກສາສະບັບນີ້, ຖືເປັນເອກະສານລະດັບຊາດສະບັບທໍາອິດ ຂອງສູນພະລັງງານອາຊຽນ ໃນການສ້າງແຜນງານ ເພື່ອບັນລຸເປົ້າໝາຍການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງປະເທດ. ບົດສຶກສາທ່າອ່ຽງດ້ານພະລັງງານອາຊຽນ ສະບັບທີ 8 (AEO8) ເຊິ່ງເປັນເອກະສານສິ່ງພິມສໍາຄັນ ຂອງສູນພະລັງງານອາຊຽນ ໂດຍຈັດຂຶ້ນພ້ອມກັບການເປີດໂຕບົດສຶກສາຢ່າງເປັນທາງການ ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ພາບ ແລະ ແຫຼ່ງຂໍ້ມູນ: ກົມນະໂຍບາຍ ແລະ ແຜນພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506