
ວັນທີ 25 ມີນາ 2025 ນີ້ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ທີ່ຫ້ອງປະຊຸມລັດວິຊາຫະກິດໄຟຟ້າລາວ ສາຂາ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ. ມີເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຫ້ອງການ ພະລັງງານ ແລະ ບໍ່ແຮ່ 7 ເມືອງ, ຜູ້ປະກອບການດ້ານພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຊາຍແສງ ຈິດດາວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີທີ່ຜ່ານມາ ທົ່ວແຂວງມີແຫຼ່ງຜະລິດໄຟຟ້າ 4 ແຫ່ງ, ມີກຳລັງຕິດຕັ້ງ ທັງໝົດ 52,085 ເມກາວັດ, ສາມາດຜະລິດພະລັງງານໄດ້ເຖິງ 217,59 ກິກາວັດໂມງຕໍ່ປີ. ໂຄງການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າຢູ່ໃນຂັ້ນຕອນ MOU, PDA ແລະ CA ມີທັງໜົດ 12 ໂຄງການ ມີກໍາລັງຕິດຕັ້ງທັງໜົດ 6.500 ກວ່າເມກາວັດ. ໃນນີ້ ຂັ້ນສູນກາງອະນຸມັດ ມີ 7 ໂຄງການ ພະລັງງານແສງຕາເວັນ 5 ໂຄງການ ແລະ ພະລັງງານລົມ 1 ໂຄງການ ມີກໍາລັງຕິດຕັ້ງ 6.470 ເມກາວັດ ເຊິ່ງຖືວ່າເປັນແຫຼ່ງຜະລິດພະລັງງານຂະໜາດໃຫຍ່ຂອງປະເທດ ເມື່ອບັນດາໂຄງການເຫຼົ່ານັ້ນໄດ້ຮັບການພັດທະນາສຳເລັດ. ນອກຈາກນີ້, ຍັງມີໂຄງການຂັ້ນແຂວງອະນຸມັດອີກ 5 ໂຄງການ ມີກໍາລັງຕິດຕັ້ງ 30 ເມກາວັດ. ມີສະຖານີໄຟຟ້າແຮງສູງ 11 ແຫ່ງ. ໃນນີ້ ສະຖານີ 230 ກິໂລໂວນ 1 ແຫ່ງ ແລະ 115 ກິໂລໂວນ 10 ແຫ່ງ, ມີລະບົບສາຍສົ່ງໄຟຟ້າຂະໜາດ 230, 115, 22, 12,7 ແລະ 0,4 ກິໂລໂວນ ມີຄວາມຍາວທັງໜົດ 2.800 ກວ່າກິໂລແມັດວົງຈອນກິໂລແມັດວົງຈອນ.

ທ່ານ ກ່າວຕື່ມວ່າ: ມາຮອດປັດຈຸບັນ ອັດຕາການເຂົ້າເຖິງໄຟຟ້າ 100% ຂອງເມືອງເທສະບານ ມີໄຟຟ້າຊົມໃຊ້ແລ້ວ 95% ຂອງຈໍານວນບ້ານ ແລະ 95% ຂອງຈໍານວນຄົວເຮືອນມີໄຟຟ້າຊົມໃຊ້ແລ້ວ. ມີບໍລິສັດທີ່ເຄື່ອນໄຫວດໍາເນີນທຸລະກິດໄຟຟ້າ ພາຍໃນແຂວງ ທັງໜົດ 18 ບໍລິສັດ. ໄດ້ສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດພື້ນຖານ ສໍາເລັດແລ້ວ 100% ຂອງເນື້ອທີ່ທົ່ວແຂວງ. ປັດຈຸບັນ ການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດພື້ນຖານ ມາດຕາສ່ວນ 1/200.000 ສໍາເລັດ 100% ຂອງເນື້ອທີ່ທົ່ວແຂວງ. ໄດ້ພົບຈຸດປະກົດແຮ່ທາດ ພ້ອມທັງໄດ້ເກັບຕົວຢ່າງ ແລະ ຄ່າພິກັດ ທັງໝົດ 74 ຈຸດ ມີແຮ່ທາດ 16 ຊະນິດ ຄື: ແຮ່ເຫຼັກ, ແຮ່ທອງ, ຖ່ານຫີນ, ແຮ່ອັງຕິມອນ, ແຮ່ຄຳເຄົ້າ, ແຮ່ຄໍາຕົກຂ້ອນ, ແຮ່ຊືນ, ແຮ່ສັງກະສີ, ເກືອກິນ, ແຮ່ພາຍຣາຍ, ຫີນປູນ, ດິນໜຽວ, ຫີນກາວ, ຫີນບາຣິດ, ຊີລີຄອນ ແລະ ແຮ່ຊາຍ.

ທົ່ວແຂວງ ມີບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດທີ່ຂັ້ນສູນກາງ ແລະ ຂັ້ນແຂວງ ອະນຸມັດ ທັງໜົດ 50 ບໍລິສັດ, ມີ 57 ກິດຈະການ ໃນນັ້ນ ປະຕິບັດວຽກງານຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ມີ 6 ໂຄງການ ແລະ 1 ໂຄງການຮ່ວມມືຂັ້ນສູນກາງອະນຸມັດ. ໂຄງການທີ່ດໍາເນີນການຂຸດຄົ້ນ, ປຸງແຕ່ງ-ຈຳໜ່າຍ ແຮ່ທາດ ມີ 44 ບໍລິສັດ ມີ 51 ກິດຈະການ. ໃນນີ້ ຂັ້ນສູນກາງອະນຸມັດ ໃນການຂຸດຄົ້ນ ມີ 9 ບໍລິສັດ ມີ 13 ກິດຈະການ, ຂັ້ນແຂວງ-ເມືອງ ອະນຸມັດ ແຮ່ທາດອະໂລຫະ (ຫີນປູນ, ບາຣິດ) ມີ 35 ບໍລິສັດ ມີ 38 ກິດຈະການ. ຜ່ານການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ 4 ປີ ທີ່ຜ່ານມາ ທຽບໃສ່ແຜນການ 5 ປີ, ເຊິ່ງປະກອບມີ 5 ເປົ້າໝາຍລວມ, ມີ 8 ຄາດໝາຍຕົ້ນຕໍ ແລະ ມີ 25 ວຽກຈຸດສຸມ, ມີ 55 ໂຄງການ, ມີ 3 ນະໂຍບາຍ, 4 ກົນໄກ ແລະ 12 ມາດຕະການຈັດຕັ້ງປະຕິບັດ. ສາມາດຕີລາຄາ ແລະ ຢັ້ງຢືນ ໄດ້ວ່າ: ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແມ່ນເຮັດຖືກຕ້ອງຕາມທິດທາງ, ແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ກົດໝາຍຂອງລັດ ແລະ ມີຫຼາຍໜ້າວຽກດຳເນີນໄປຕາມແຜນ ແລະ ບັນລຸເກີນແຜນການ.

ກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນໃນບົດລາຍງານ ແລະ ຄຳສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ ພ້ອມມອບໃບຍ້ອງຍໍຂັ້ນແຂວງ, ຂັ້ນກົມກອງ ໃຫ້ຜູ້ທີ່ມີຜົນງານດີເດັ່ນ.ພ້ອມກັນນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານການເຄື່ອນໄຫວເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຕື່ມອີກ.

ພາບ ແລະ ແຫຼ່ງຂ່າວ: ພບ ແຂວງອຸດົມໄຊ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506