ທ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ປະເທດ ກູເວດ

      ຕອນບ່າຍ ວັນທີ 17 ພຶດສະພາ 2022, ທີ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະ ທ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ປະເທດ ກູເວດ ພ້ອມທັງຮັບຜິດຊອບບັນດາປະເທດ ໃນຂົງເຂດຕາເວັນອອກກາງ ດັ່ງນີ້: ຊາອຸດິດ, ອາຣັບບີ, ກາຕາ, ສະຫະນະຄອນ ເອເມຮັດ ອາອັບ, ປະເລັດສະຕິນ, ອິດສະຣາແອນ, ໂອມານ, ຊິຮິ, ອີຮັກ, ເຢເມນ, ບາເຣນ ແລະ ຊອກດານີ (ຊອກດານີ ຍັງບໍ່ມີສາຍພົວພັນການທູດນຳກັນ), ເຊິ່ງມີແຜນເດີນທາງໄປຮັບໜ້າທີ່ດັ່ງກ່າວ ເພື່ອສາມາດຕອບສະໜອງໄດ້ແນວທາງການສ້າງສາພັດທະນາປະເທດຊາດ ຂອງພັກ-ລັດຖະບານ

ແລະ ທັງເປັນການສົ່ງເສີມ ສາຍພົວພັນທະມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງຊາດລາວ-ກູເວດ ແລະ ບັນດາປະເທດຕ່າງໆ ຢູ່ໃນຄວາມຮັບຜິດຊອບຂອງ ສະຖານທູດລາວ ປະຈຳ ກູເວດ ສະນັ້ນຈຶ່ງຂໍເຂົ້າພົບການນຳຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອຮັບການຊີ້ນຳກ່ຽວກັບທິດທາງ ແລະ ແຜນການໃນການສົ່ງເສີມການຮ່ວມມື ລະຫວ່າງ ສປປ ລາວ ແລະ ລັດ ກູເວດ ລວມທັງປະເທດທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບ.

ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ