ຊຸດຝືກອົບຮົມກ່ຽວກັບການເງີນ ໂຄງການ , ການວີເຄາະໂຄງສ້າງລາຄາໄຟຟ້າ ແລະ ການຄິດໄລ່ລາຄາໄຟຟ້າສະເລັ່ຍດຸ່ນດ່ຽງ ຂອງໂຄງການພາກເອກະຊົນ ຫຼື IPP

          ປະຈຸບັນ ສປປ ລາວ ເຮົາແມ່ນມີທ່າແຮງໃນດ້ານການລົງທືນຫລາຍດ້ານ ໂດຍສະເພາະ ປະເທດລາວມີສາຍແມ່ນ້ຳ ລຳເຊທີມີຫລາຍສະນັ້ນ ການລົງທືນ ການສ້າງໂຄງການ ໄຟຟ້າ ໃນລາວມີຫລາຍໂຄງການ ເຊີ່ງ ການລົງທືນໃສ່ແຕ່ລະໂຄງການໃດໜື່ງຕ້ອງໄດ້ມີການລົງທືນເປັນຈຳນວນຫລວງຫລາຍໃນນີ້ການ ຄິດໄລ່ ການເງີນໂຄງການ ແລະ ການວີເຄາະໂຄງສ້າງລາຄາໄຟຟ້າຕ້ອງໄດ້ມີການຄິດໄລ່ຢ່າງຄົບຖ້ວນ ສະນັ້ນ ໃນຕອນເຊົ້າວັນທີ 30 ກັນຍາ 2022 ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ ກົມທຸລະກິດພະລັງງານ ກະຊວງພະລັງງານແລະບໍ່ແຮ່ ໄດ້ຈັດກອງປະຊຸມເຝິກອົບຮົມກ່ຽວກັບການເງິນໂຄງການ , ການວີເຄາະໂຄງສ້າງລາຄາໄຟຟ້າ ແລະ ການຄິດໄລ່ລາຄາໄຟຟ້າສະເລ່ຍດຸ່ນດຽງ ຂອງໂຄງການ IPP (Independent Power Producer)

           ພາຍໃຕ້ການເປັນປະທານຂອງ ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ, ກະຊວງ ພະລັງງານ ແລະ ບໍແຮ່ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ຄໍາໃສ ວໍລະເພັດ ຮອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ, ນອກຈາກນີຍັງມີ ຫົວໜ້າພະແນກ, ຮອງພະແນກ, ວີຊາການ ຈາກ ຫ້ອງການກະຊວງ ,ກົມຈັດຕັ້ງ, ກວດກວດ ແລະ ກົມ ທຸລະກິດພະລັງງານ ເຂົ້າຮ່ວມຍ່າງພ້ອມພຽງ

          ຈຸດປະສົງໃນການຈັດການເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມອາດສາມາດໃຫ້ບັນດາວິຊາການພາຍໃນກົມ ແລະ ພາກສ່ວນຕ່າງໆໃນກາານ ແລກປ່ຽນຄວາມຮູ້ທາງດ້ານການເງິນໂຄງການ ,ການວິເຄາະລາຄາໄປຟ້າ ແລະ ການຄິດໄລ່ລາຄາໄຟຟ້າສະເລ່ຍດຸ່ນດຽງ ຂອງໂຄງການ IPP(Independent Power Producer) ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບໂຄງສ້າງ ແລະ ເຕັກນິກ ພື້ນຖານ ໃນການິດໄລ່ການເງີນ ໃນຄັ້ງນີ້, ຈຶ່ງເຫັນວ່າມີຄວາມຈໍາເປັນ ແລະ ສໍາຄັນເປັນຢ່າງຍິ່ງທາງດ້ານວິຊາການຂອງຂະແໜງພະລັງງານ ແລະ ເປັນເງື່ອນໄຂຈັດຕັ້ງການຝຶກອົບຮົມໂດຍແນໃສ່ເພື່ອເຮັດໃຫ້ພະນັກງານຂອງລັດທີ່ເຮັດວຽກງານຄຸ້ມຄອງໂຄງການລົງທຶນດ້ານພະລັງງານ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອມີຄວາມເຂົ້າໃຈຢ່າງເລິກເຊິ່ງ.

            ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ, ກະຊວງ ພະລັງງານ ແລະ ບໍແຮ່ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ລ້ວນແຕ່ແມ່ນເຕັກນິກກ່ຽວກັບການເງິນໂຄງການ ,ການວິເຄາະລາຄາໄຟຟ້າ ແລະ ການຄິດໄລ່ລາຄາໄຟຟ້າສະເລ່ຍດຸ່ນດຽງ ຂອງໂຄງການ IPP(Independent Power Producer) ເຫັນວ່າມີຄວາມສໍາຄັນຫຼາຍ ເພື່ອເຮັດໃຫ້ນັກສໍາມະນາກອນຮັບຮູ້ເຖິງວິທີການວ່າງແຜນໃນການຄິດໄລ່ໂດຍໃຫ້ຖືກຕ້ອງຕາມເຕັກນິກ, ນຳໃຊ້ໃນວຽກງານຢ່າງເໝາະສົມ

          ຜ່ານການຝຶກອົບຮົມຄັ້ງນີ້ພວກເຮົາມີຄວາມຄາດຫວັງວ່າຈະເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກພາກລັດທີ່ເຮັດວຽກຄຸ້ມຄອງໂຄງການໄຟຟ້າ, ໄດ້ມີຄວາມຮູ້ພື້ນຖານ ກ້າວໄປເຖິງຄວາມເຂົ້າໃຈ ໃນທາງເລິກຫຼາຍຂື້ນ ໂດຍສະເພາະ ກ່ຽວກັບ ໂຄງສ້າງ ແລະ ເຕັກນິກ ພື້ນຖານການເງິນໂຄງການ ,ການວິເຄາະລາຄາໄຟຟ້າ ແລະ ການຄິດໄລ່ລາຄາໄຟຟ້າສະເລ່ຍດຸ່ນດຽງ ຂອງໂຄງການ IPP(Independent Power Producer).

ໂດຍ: ປະສົງໄຊ ໂຄດໂຍທາ