ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຄງການ ຢູນິໂດ (UNIDO)

          ພິທີມອບ-ຮັບເຄື່ອງມືອຸປະກອນຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ຕຸລາ 2022 ຢູ່ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Jossy Thomas ຜູ້ຈັດການໂຄງການຢູນິໂດ (UNIDO) ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍຜູ້ລິຫານ ແລະ ຊ່ຽວຊານຈາກ ອົງການ UNIDO ເຂົ້າຮ່ວມ.

          ເຄື່ອງອຸປະກອນທີ່ ໂຄງການຢູນິໂດ (UNIDO) ນໍາມາມອບຄັ້ງນີ້ ເປັນອຸປະກອນເພື່ອນໍາໃຊ້ເຂົ້າໃນການຫຼຸດຜ່ອນການປ່ອຍອ່າຍຜິດເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີການຜະລິດຊີວະມວນເມັດ ພາຍໃຕ້ໂຄງການຊ່ວຍເຫຼືອຈາກກອງທຶນສິ່ງແວດລ້ອມໂລກ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 20216 ເປັນຕົ້ນມາ. ພາຍໃຕ້ໂຄງການຮ່ວມມືດັ່ງກ່າວນີ້, UNIDO ຍັງໄດ້ຊ່ວຍເຫຼືອສ້າງຕັ້ງສູນຂໍ້ມູນຂ່າວສານ ແລະ ການຮຽນຮູ້ເຕັກໂນໂລຊີຊີວະມວນ ໃນປີ 2018 ໂດຍມີຈຸດປະສົງເພື່ອສ້າງຄວາມອາດສາມາດໃຫ້ ສູນຂໍ້ມູນຂ່າວສານ ແລະ ການຮຽນຮູ້ເຕັກໂນໂລຊີຊີວະມວນ ກາຍເປັນສູນດີເລີດໃນການສະໜອງຂໍ້ມູນ ແລະ ການບໍລິການດ້ານຊີວະມວນ ໂດຍສະເພາະແມ່ນເຕັກໂນໂລຊີອັດເມັດຊີວະມວນ ໃຫ້ແກ່ພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ. ພ້ອມກັນນີ້, UNIDO ຍັງໄດ້ຊ່ວຍສ້າງບຸກຄະລາກອນໄປຍົກລະດັບ ແລະ ທັກສະດ້ານເຕັກໂນໂລຊີ, ການກວດສອບພະລັງງານໃນໂຮງງານເກືອທີ່ດຳເນີນໂດຍ UNIDO.

           ທ່ານ Jossy Thomas ຜູ້ຈັດການໂຄງການຢູນິໂດ (UNIDO) ກ່າວວ່າ: ໃນຕໍ່ໜ້າ UNIDO ຈະສ້າງຫ້ອງທົດລອງກ່ຽວກັບເຕັກໂນໂລຊີຊີວະມວນ ພ້ອມທັງຈັດຊື້ອຸກອນຮັບໃຊ້ໂຄງການດັ່ງກ່າວນີ້ໃຫ້ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ນຳໃຊ້ຢ່າງມີປະສິດທິພາບ ປະສິດທິຜົນສູງ. ປັດຈຸນີ້, ສະຖາບັນຄົ້ນຄວ້າພະລັງງານ ແລະບໍ່ແຮ່ ມີເຄື່ອງມືທີ່ຈຳເປັນແລ້ວລວມມີ: ເຄື່ອງວັດແທກຄ່າຄວາມຮ້ອນ ແລະ ອຸປະກອນເສີມຂອງມັນ, ເຄື່ອງຜະລິດເມັດເພວເລັດຂະໜາດນ້ອຍສຳລັບການສາທິດໃນຫ້ອງຮຽນ

ພາບ ແລະ ແຫຼ່ງຂ່າວ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ