ກອງປະຊຸມເຜີຍແຜ່ເຜີຍສັນຍາສຳປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ (ແບບທົດລອງ) ຢູ່ແຂວງ ເຊກອງ Post author:mem admin Post published:28/12/2022 Post category:ກົມຄຸ້ມຄອງບໍ່ແຮ່ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາວ່າດ້ວຍການສຳປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ (ແບບທົດລອງ) ໃນເນື້ອທີ 300 ເຮັກຕາ ຢູ່ເຂດຫ້ວຍໃບ, ບ້ານບ້ຣອງນ້ອຍ, ເມືອງດາກຈຶງ, ແຂວງເຊກອງ ຂອງບລິສັດ ດາກຈຶງ ຂຸດຄົ້ນແຮ່ຫາຍາກ ຈຳກັດຜູ້ດຽວ ຂຶ້ນໃນຕອນເຊັ້າວັນທີ 22 ທັນວາ 2022 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ແກ້ວສະຫງວນ ວິນນາລາດ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ຄຳແສນ ພະສະແຫວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ວິແຊມ ໄຊສຶກສາ ຮອງຫົວໜ້າຫ້ອງວ່າການແຂວງເຊກອງ, ມີຜູ້ຕາງໜ້າຈາກ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ,ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ ບ້ານທີ່ໂຄງການຕັ້ງຢູ່ ເຂົ້າໃນໂຄງການ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ, ເພື່ອສ້າງຄວາມເຂັ້ມແຂງດ້ານຂອດການປະສານງານ ເຊິ່ງກັນ ແລະ ກັນ ແລະ ເຮັດໃຫ້ບໍລິສັດ ດຳເນີນໂຄງການຂອງຕົນມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ, ລະບຽບການ, ສັນຍາ ແລະ ຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ຕາມແຜນທີ່ໄດ້ກຳນົດໄວ້. ພາບ-ຂ່າວ: ກົມຄຸ້ມຄອງບໍ່ແຮ່ You Might Also Like ທ່ານ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ-ປຸງແຕງແຮ່ທອງ-ຄຳ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ 17/02/2025 ເຜີຍແຜ່ເນື້ອໃນສັນຍາການສຳຫຼວດ ແລະ ຂຸດຄົ້ນທົດລອງແຮ່ຫາຍາກ ຢູ່ແຂວງ ຊຽງຂວາງ 05/05/2022 ບໍລິສັດ ວັງຕັດ ຂຸດຄົ້ນບໍ່່ແຮ່ ຈໍາກັດ ເປັນບໍລິສັດທໍາອິດ ທີ່ໄດ້ຈັດຕັ້ງປະຕິບັດການວາງເງິນຄໍ້າປະກັນການປິດບໍ່ແຮ່ 27/04/2023
ທ່ານ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ-ປຸງແຕງແຮ່ທອງ-ຄຳ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ 17/02/2025
ບໍລິສັດ ວັງຕັດ ຂຸດຄົ້ນບໍ່່ແຮ່ ຈໍາກັດ ເປັນບໍລິສັດທໍາອິດ ທີ່ໄດ້ຈັດຕັ້ງປະຕິບັດການວາງເງິນຄໍ້າປະກັນການປິດບໍ່ແຮ່ 27/04/2023