ທ່ານ ລັດຖະມົນຕີ ເຂົ້າຮ່ວມພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາ

          ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກາດຜົນ ຂອງການຄົ້ນຄວ້າວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາ ຂຶ້ນໃນວັນທີ 22 ທັນວາ ນີ້ ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເປັນປະທານກອງປະຊຸມ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

         ການຈັດກອງປະຊຸມໃນຄັ້ງນີ້, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ, ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິ ຫານ ໃຫ້ເຂົ້າສູ່ລວງເລິກ, ໄປພ້ອມກັບການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ.
ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາ ລວມມີ 8 ເຫຼັ້ມ ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບພັກປະຊາຊົນ ປະຕິວັດລາວ ໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານ ໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດອໍານາດແຫ່ງລັດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຊາດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ ຊຶ່ງ ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າ, ຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວໃນການຄົ້ນຄວ້າ ຂອງແຕ່ລະຂົງເຂດນັບແຕ່ເລີ່ມຕົ້ນຈົນສໍາເລັດ.

          ສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວບາງຕອນທີ່ສໍາຄັນວ່າ: “ການເປີດຜະລິດຕະພັນປຶ້ມແນວຄິດໄກສອນ ພົມວິຫານ ຈໍານວນ 8 ເຫຼັ້ມ ໃນຄັ້ງນີ້ ເປັນຂີດໝາຍສໍາຄັນ ຂອງວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ, ເປັນການເພີ່ມເຕີມຄັງສາງທິດສະດີຂອງພັກ, ປະກອບສ່ວນບູລະນະແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ໃຫ້ນັບມື້ນັບສົມບູນ, ທັງເປັນການສ້າງເງື່ອນໄຂໃຫ້ພະນັກງານ, ສະມາຊິກພັກ ແລະ ກໍາລັງປະກອບອາວຸດ ມີໂອກາດໄດ້ຄົ້ນຄວ້າ, ໝູນໃຊ້ຢ່າງປະດິດສ້າງແນວຄິດໄກສອນ ພົມວິຫານ ເຂົ້າໃນຊີວິດຕົວຈິງ, ທັງເປັນການສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ແກ່ສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເຮັດໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດຢ່າງຕັ້ງໜ້າ ດ້ວຍເຫດຜົນທັງໝົດທີ່ໄດ້ກ່າວມາຂ້າງເທິງນັ້ນ, ໄດ້ຕີລາຄາສູງ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນວ່າ ພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາໃນເທື່ອນີ້ ແມ່ນພິທີທີ່ມີຄວາມໝາຍສໍາຄັນທັງໃນດ້ານທິດສະດີ, ພຶດຕິກໍາ ແລະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມ ເພື່ອຈະນໍາເອົາຜະລິດຕະພັນດັ່ງກ່າວໄປເຜີຍເເຜ່ ແລະ ຜັນຂະຫຍາຍຢູ່ບັນດາກະຊວງ, ອົງການ ນັບທັງສູນກາງ ແລະ ທ້ອງຖິ່ນ”.

ພາບ ແລະ ແຫຼ່ງຂ່າວ: ປະຊາຊົນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ