ການນໍາກະຊວງພະລັງງານແລະບໍ່ແຮ່ເຂົ້າອວຍພອນ ການນຳກະຊວງ ປ້ອງກັນປະເທດ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023

          ວັນທີ 18 ມັງກອນ 2023, ທ່ານ ນາງ ຈັນສະຫວາດ ບຸບຜາ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໄດ້ນຳພາຄະນະປະກອບດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຜູ້ອຳນວຍການລັດວິສາຫະກິດ ອ້ອມຂ້າງ ກະຊວງ ພະລັງງານ ແລະ ບໍ່ແຮ່ ນຳເອົາຂອງຂັວນ ແລະ ປັດໃຈຈຳນວນໜຶ່ງ ໄປມອບ ແລະ ອວຍພອນໃຫ້ການນຳກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໄດ້ ໝູນວຽນມາອີກວາລະໜຶ່ງ ຄົບຮອບ 74 ປີ ຄື ແຕ່ວັນທີ 20 ມັງກອນ 1949 ເຖິງ ວັນທີ 20 ມັງກອນ 2023 ໂດຍໄດ້ຮັບກຽດໃຫ້ການຕ້ອນຮັບຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະນະການນຳ ຢູ່ທີ່ ຫ້ອງຮັບແຂກກະຊວງດັ່ງກ່າວ.

          ໃນຄະນະທີ່ເຂົ້າອວຍພອນ, ທ່ານ ນາງ ຈັນສະຫວາດ ບຸບຜາ ໄດ້ກ່າວຄຳຍ້ອງຍໍຊົມເຊີຍຢ່າງສູງ ຕໍ່ ກະຊວງ ປ້ອງກັນປະເທດ ທີ່ໄດ້ປົກປັກຮັກສາ ປະເທດຊາດໄດ້ຢ່າງໝັ້ນຄົງ ເຮັດໃຫ້ປະເທດມີສັນຕິພາບ ແລະ ຄວາມສະຫງົບ ປະຊາຊົນຍູ່ທ່າງທຳມາຫາກິນ, ປະເທດຊາດພັດທະນາຈະເລີນກ້າວໜ້າ. ນອກຈາກຮັບໜ້າທີ່ອັນໃຫຍ່ຫຼວງທີ່ກ່າວມາແລ້ວ, ກອງທັບປະຊາຊົນລາວ ຍັງໄດ້ເອົາໃຈໃສ່ ປ້ອງກັນບັນດາໂຄງການພະລັງງານ ແລະ ບໍ່ແຮ່ ຢູ່ຈຸດຕ່າງໆ ໃນເຂດທຸລະກັນດານໃນທົ່ວປະເທດ ໄດ້ມີຄວາມປອດໄພ ບໍ່ມີຄົນບໍ່ດີມາທຳລາຍ. ຕໍ່ມາ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍຍັງໄດ້ຖືໂອກາດລາຍງານຫຍໍ້ ກ່ຽວກັບ ຜົນງານທີ່ສຳຄັນຂອງຂະແໜງພະລັງງານ ແລະ ບໍ່ແຮ່ໃນໄລຍະຜ່ານມາໃຫ້ ກັບ ການນຳກະຊວງປ້ອງກັນປະເທດ ຊາບ. ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ໄດ້ກ່າວຄຳອວຍພອນ ໃຫ້ກັບ ທ່ານ ລັດຖະມົນຕີ ພ້ອມດ້ວຍການນຳ, ນາຍ, ພົນທະຫານ ແລະ ທະຫານທຸກຄົນ ຈົ່ງມີສຸກຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການປົກປັກຮັກສາປະເທດຊາດ.
          ໃນການກ່າວຄຳຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ຄຳຍ້ອງຍໍຊົມເຊີຍກອງທັບປະຊາຊົນລາວ ແລະ ຕໍ່ຄະນະກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ໄດ້ສະຫຼະເວລາ ອັນມີຄ່າ ຫຼື ວຽກງານອັນໜັກໜ່ວງ ມາອວຍພອນວັນສ້າງຕັ້ງກອງທັບ ໃນຄັ້ງນີ້. ຕໍ່ມາ ທ່ານ ໄດ້ເລົ່າຄືນໂດຍຫຍໍ້ ກ່ຽວກັບ ປະຫວັດຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງມີຈຸດພິເສດໄດ້ຮັບການສ້າງຕັ້ງກ່ອນການສ້າງຕັ້ງພັກ. ນອກຈາກນີ້ ທ່ານຍັງໄດ້ຢືນຢັນຈະສືບຕໍ່ ພັດທະນາກອງທັບໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ເພື່ອປົກປັກຮັກສາປະເທດຊາດອັນແສນຮັກໃຫ້ມີຄວາມໝັ້ນຄົງຕໍ່ໄປ, ຈະສ້າງກອງທັບເຖິງຄວາມເປັນແບບຢ່າງ, ຄວາມເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ ຕໍ່ໄປ.

          ຫຼັງຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ໃນໄລຍະຜ່ານມາເຖິງປັດຈຸບັນ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ກະຊວງ ປ້ອງກັນປະເທດ ມີການພົວພັນກັນດີ ມີການປະສານສົມທົບຮ່ວມກັນດ້ານການອະນຸຍາດໂຄງການ ພະລັງງານ ແລະ ບໍ່ແຮ່ ຢ່າງໃກ້ສິດ. ກະຊວງ ປ້ອງກັນປະເທດ ບໍ່ແມ່ນ ກະຊວງ ອະນຸຍາດໂຄງການ ຕາມທີ່ມີບາງຄົນເຂົ້າໃຈຜິດ. ແຕ່ກະຊວງປ້ອງກັນປະເທດ ເຮັດໜ້າທີ່ພຽງແຕ່ ຢັ້ງຢືນຈຸດໂຄງການໃຫ້ທາງກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອບໍ່ໃຫ້ມີເຂດທັບຊ້ອນກັບເຂດທີ່ເປັນຍຸດທະສາດການທະຫານ ແລະ ປ້ອງກັນຊາດ ຂອງປະເທດ. ເນື່ອງຈາກວ່າ ທຸກໆ ປະເທດ ກໍມີເຂດດັ່ງກ່າວ ສຳລັບ ຝຶກຊ້ອມຍຸດທະວິທີ, ຊ້ອມຮົບ, ຊ້ອມຍິງປືນ ແລະ ອາວຸດຕ່າງໆ ແລະ ລົດເກາະລົດຖັງ ເພາະທະຫານຕ້ອງໄດ້ຝຶກຊ້ອມຢ່າງເປັນປົກກະຕິ ເພື່ອກຽມພ້ອມສູ້ຮົບ ແລະ ມີເຂດເນື້ອທີ່ສະເພາະ ແລະ ພຽງພໍ, ທຸກກອງທັບ ຕ້ອງມີເຂດແນວຫລັງເມື່ອເກີດມີສົງຄາມ, ຕ້ອງມີສາງອາວຸດຍຸດໂທກອນ. ດັ່ງນັ້ນ ພວກເຮົາທັງສອງກະຊວງ ຕ້ອງໄດ້ອະທິບາຍໃຫ້ສັງຄົມ ແລະ ນັກທຸລະກິດເຂົ້າໃຈ. ທ່ານ ໄດ້ກ່າວຕື່ມວ່າ ຜ່ານມາ ກະຊວງ ພະລັງງານ ແລະ ບໍ່ແຮ່ ກ່ອນຈະພັດທະນາໂຄງການຕ່າງໆ ກໍໄດ້ສະເໜີຂໍຄຳເຫັນມາຍັງກະຊວງພວກເຮົາທຸກຄັ້ງ ແລະ ພວກເຮົາກໍໄດ້ມອບໃຫ້ບັນດາກົມກອງຕ່າງໆ ກວດກາ ຊຶ່ງສ່ວນໃຫຍ່ ກໍຜ່ານໝົດ. ຖ້າບໍ່ມີການກວດກາກ່ອນ ສຳພັດ ພັດທະນາໂຄງການໃດໜຶ່ງ ຢູ່ໃນ ຫຼື ໃກ້ກັບ ເຂດການທະຫານ ເມື່ອກອງທັບພວກເຮົາມີການຊ້ອມຮົບ ກໍຈະເຮັດໃຫ້ໃຫ້ໂຄງການບໍ່ມີຄວາມປອດໄພໄດ້.
ການເຂົ້າອວຍພອນ ຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດແບບສະໜິດສະໜົມ ແລະ ຮັກແພງ.

ພາບ: ນາງ ລຸ້ງຟ້າ

ຂ່າວ ພະແນກ ປະຊາສຳພັນ ແລະ ໄອທີ