ທ່ານ ລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ

           ໃນວັນທີ 15 ກຸມພາ 2023 ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່ ທ່ານ ປອ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະ ທ່ານ JUNG Yung Soo ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນ ໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທູດ ພ້ອມຄະນະທີ່ໄດ້ຢ້ຽມຢາມ ແລະ ພົບປະກັບກະຊວງ ພະລັງງານ ແລະ ບໍ່ແຮ່.

          ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິ່ງໃຈຕໍ່ການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ພະລັງງານ ແລະ ບໍ່ແຮ່ ຂອງ ລັດຖະບານ ສາທາລະນະລັດ ເກົາຫຼີ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບສືບຕໍ່ຊຸກຍູ້, ສະຫນັບສະຫນູນ ແລະ ຊ່ວຍເຫຼືອໃນອະນາຄົດຕື່ມອີກ.
ທ່ານ JUNG Yung Soo ໄດ້ລາຍງານຈຸດປະສົງຂອງການເຂົ້າພົບ ແລະ ຢ້ຽມຂໍ່າ ນັບ ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້, ກໍ່ເພື່ອເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແຫນ້ນການຮ່ວມມືລະຫວ່າງສອງຝ່າຍໃນຕໍ່ຫນ້າໃຫ້ແຫນ້ນແຟ້ນກວ່າເກົ່າ.
          ທ່ານ ທູດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນ ບົດບາດສໍາຄັນຂອງຂະແຫນງການພະລັງງານ ແລະ ບໍ່ແຮ່ ຕໍ່ ລະບົບເສດຖະກິດແຫ່ງຊາດ ແລະ ການແກ້ໄຂຄວາມທຸກຍາກຢູ່ ສປປລາວ. ທ່ານ ທູດຕີລາຄາສູງຕໍ່ຜົນສໍາເລັດຂອງຂະແຫນງການ ພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ຈະສືບຕໍ່ຮ່ວມ ມືກັບ ລັດຖະບານ ລາວ ໃນການຊຸກຍູ້, ສົ່ງເສີມ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ຂະແຫນງພະລັງງານ ແລະ ບໍ່ແຮ່ ໃນຕໍ່ຫນ້າຕື່ມອີກ.
ໂດຍ: ປະສົງໄຊ ໂຄດໂຍທາ