
ໃນໂອກາດທີ່ເດີນທາງໄປຮ່ວມພິທີເປີດງານມະຫາກຳບຸນຊ້າງ ປະຈຳປີ 2023 ນີ້, ຕອນເຊົ້າວັນທີ 17 ກຸມພາ 2023 ທ່ານ ທອງພັດ ອິນທະວົງ ຮອງລັດພະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄຳເຫລັກ ແກ້ວວິໄລພອນ ກຳມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມດ້ວຍຄະນະນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຄຳເຫລັກ ແກ້ວວິໄລພອນ ຕາງໜ້າໃຫ້ຄະນະພັກ, ຄະນະພະແນກ ແລະ ພະນັກງານລັດຖະກອນ ພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະລີ ສະແດງຄວາມຕ້ອນຮັບ ແລະ ຍິນດີ ທີ່ ການນຳກະຊວງພະລັງງານ ແລະ ບໍ່ແຮ່ ໂດຍສະເພາະແມ່ນ ທ່ານ ຮອງລັດຖະມົນຕີ ທີ່ໄດ້ມາຢ້ຽມຢາມ ແລະ ພົບປະໂອ້ລົມໃນຄັ້ງນີ້ ເຊິ່ງສະແດງເຖິງຄວາມເປັນຫ່ວງເປັນໃຫຍ່ຂອງການນຳກະຊວງ. ພ້ອມກັນນີ້ ທ່ານ ຫົວໜ້າພະແນກຍັງໄດ້ລາຍງານຫຍໍ້ສະພາບທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງໄຊຍະລີ.
