ຄະນະທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມໂຄງການເຂື່ອນໄຟຟ້າ ນ້ຳເທີນ 2 ທີ່ແຂວງຄຳມ່ວນ

          ໃນວັນທີ 17 ກຸມພາ 2022, ທາງຄະນະທ່ານນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມໂຄງການເຂື່ອນໄຟຟ້າ ນ້ຳເທີນ 2 ທີ່ແຂວງຄຳມ່ວນ, ໃນການໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະໃນຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ການຕ້ອນຮັບຈາກຄະນະອຳນວຍການ ແລະ ພະນັກງານຂອງບໍລິສັດບໍລິສັດ ນ້ຳເທີນ 2 . ພ້ອມກັນນີ້, ກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ສະພາບການຈັດຕັ້ງປະຕິບັດຂອງແຕ່ລະໂຄງການຈາກຜູ້ບໍລິຫານຂອງບໍລິສັດ.

          ທ່ານ Marc Antoine RUPP ອຳນວຍການໃຫຍ່ເຂື່ອນໄຟຟ້າ ນ້ໍາເທີນ 2: ໄດ້ລາຍງານສະພາບການຈັດຕັ້ງປະຕິບັດຂອງໂຄງການວ່າ: ໂຄງການນ້ຳເທີນ 2 ຕັ້ງຢູ່ແຂວງຄຳມ່ວນ ພາກກາງຂອງ ສປປ ລາວ, ໂຄງການປະກອບດ້ວຍເຂື່ອນຕັນສາຍນໍ້າເທີນ 2, ທີ່ເປັນນໍ້າສາຂາໄລປ່ອງໃສ່ແມ່ນໍ້າຂອງ, ມີກຳລັງຕິດຕັ້ງ 1.080 MW, ສາມາດຜະລິດໄຟຟ້າໄດ້ 6.000 GWh ຕໍ່ປີ ໃນນັ້ນ 95% ແມ່ນສົ່ງຂາຍໃຫ້ປະເທດໄທ. ສ່ວນທີ່ເຫຼືອ 5% ໄວ້ເພື່ອຊົມໃຊ້ພາຍໃນປະເທດ. ໂຄງການນ້ຳເທີນ 2 ໄດ້ຮັບການອອກແບບ ໂດຍເຊື່ອມໂຍງແຜນງານທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ ເພື່ອຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນທ້ອງຖິ່ນ, ລະບົບນິເວດວິທະຍາ ແລະ ປັບປຸງມາດຕະຖານການດຳລົງຊີວິດຂອງປະຊາຊົນໃນເຂດໂຄງການຢ່າງທົ່ວເຖິງ. ໂຄງການດັ່ງກ່າວເປັນໂຄງການບູລິມະສິດຂອງລັດຖະບານລາວ ຊຶ່ງມີເປົ້າໝາຍສຳຄັນໃນການສະໜອງພະລັງງານໄຟຟ້າທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ-ສັງຄົມ ເພື່ອສົ່ງຂາຍໄຟຟ້າໄປຍັງປະເທດເພື່ອນບ້ານ ແລະ ຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ. ແຜນງານເຫຼົ່ານີ້ໄດ້ກວມເອົາເຂດອ່າງໂຕ່ງ, ເຂດອ່າງເກັບນ້ຳ ແລະ ເຂດເບື້ອງລຸ່ມຂອງແມ່ນ້ຳ, ຊຶ່ງໄດ້ຮັບການອອກແບບໂດຍການປຶກສາຫາລືກັບຊຸມຊົນທ້ອງຖິ່ນ, ພາຍໃຕ້ຂໍ້ກຳນົດ ແລະ ຄຳແນະນຳຂອງບັນດາສະຖາບັນການເງິນສາກົນຕ່າງໆ.

ໂຕເຂື່ອນສູງ 39 ແມັດ, ຍາວ 436 ແມັດ, ເປັນເຂື່ອນເບຕົງອັດແໜ້ນ (RCC) ທີ່ປະກອບມີປະຕູປ່ອຍນ້ຳ; ອ່າງເກັບນ້ຳ 450 ກມ2 (ໃນລະດັບນ້ຳສູງສຸດ) ພ້ອມທັງປະລິມານນໍ້າທີ່ກັກເກັບໄວ້ໃຊ້ງານ (active storage) 3.530 ລ້ານແມັດກ້ອນ; ເຂດພື້ນທີ່ອ່າງໂຕ່ງ 4.039 ກມ2; • ຄວາມສູງລະຫວ່າງອ່າງເກັບນ້ຳ ແລະ ເຮືອນຈັກ ໂດຍສະເລ່ຍ 348 ແມັດ; ໂຮງໄຟຟ້າ ປະກອບມີ ຈັກປັ່ນໄຟ 4 x 250 MW (ສຳລັບສະໜອງພະລັງງານໄຟຟ້າໃຫ້ແກ່ EGAT) ແລະ ຈັກປັ່ນໄຟ ເພັນຕັນ 2 x 37,5 MW (ສຳລັບສະໜອງພະລັງງານໄຟຟ້າໃຫ້ແກ່ EDL); ລະບົບສາຍສົ່ງ ວົງຈອນຄູ່ 115 kV ສົ່ງໄຟຟ້າໄປຫາມະຫາໄຊ ຢູ່ ສປປ ລາວ; •ລະບົບສາຍສົ່ງວົງຈອນຄູ່ 500 kV ຄວາມຍາວ 138 ກິໂລແມັດ ສົ່ງໄຟຟ້າໄປຫາຊາຍແດນໄທ

ໂຄງການໄຟຟ້ານ້ຳເທີນ 2 ເປັນໂຄງການໜຶ່ງທີ່ມີຄວາມສຳຄັນໃນການພັດທະນາ ສປປ ລາວ ແລະ ຄາດວ່າຈະສ້າງລາຍຮັບ ເຂົ້າງົບປະມານລັດຖະບານ ປະມານ 2 ຕື້ໂດລາ ສະຫະລັດ ໃນໄລຍະສຳປະທານ 25 ປີ. ໂຄງການກໍ່ໄດ້ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນ ໃນການສ້າງອາຊີບ, ວຽກເຮັດງານທຳ, ການປູກຝັງ-ລ້ຽງສັດ, ຊ່ວຍບຳລຸງຮັກວັດວາອາຣາມ, ສຸກສາລາປະຈຳເມືອງ ຖະໜົນ-ຫົນທາງ, ໂຮງຮຽນ ແລະ ສິ່ງອຳນວຍຄວາມສະດວກອື່ນໆໃຫ້ແກ່ທ້ອງຖິນ ຢ່າງເປັນປົກກະຕິ.
ພ້ອມນັ້ນ, ຍັງໄດ້ລົງຕິດຕາມປະຕູລະບາຍນໍ້າ ຊົນລະປະທານ ປະຕູທີ 1 ແລະ ປະຕູທີ 5 ຈາກລຸ່ມເຮື່ອນຈັກຂອງເຂື່ອນ, ເພື່ອສະໜອງນໍ້າໃຫ້ແກ່ພື້ນທີ່ທຳການຜະລິດຂອງເຂດເມືອງຍົມມະລາດ ແລະ ອື່ນໆ.

ພາຍຫຼັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດກິດຈຳການຂອງທັງສອງບໍລິສັດແລ້ວ, ທ່ານນາຍົກລັດ ຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ແລະ ການພັດທະນາກິດຈະການຂອງຕົນ ເຮັດໃຫ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດ ຕາມແຜນການທີ່ໄດ້ກຳນົດໄວ້. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາໃຫ້ໃຫ້ໂຄງການ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ: (1) ໃຫ້ບໍລິສັດ ສືບຕໍ່ການຈັດຕັ້ງປະຕິບັດວຽກງານຂອງຕົນ ເຊັ່ນ: ວຽກງານການກໍ່ສ້າງ ແລະ ປັບປຸງບຳລຸງຮັກສາເຂື່ອນ, ສະເໜີໃຫ້ບໍລິສັດຄົ້ນຄວ້າໃນການເສີມຂະຫຍາຍປັບປຸງໃນເຂດພັກນ້ຳຂອງເຂື່ອນ(ອ່າງດັດສົມນໍ້າ),

ລວມທັງແຜນການໃນອານາຄົດ ໂດຍສະເພາະບັນຫາ ທີທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຂຶ້ນ ອັນໃດເຮັດໄດ້ແລ້ວ, ອັນໃດຍັງຄົງຄ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂອງໂຄງການຖືກຕ້ອງ ແລະ ສອດຄ່ອງກັບສັນຍາສຳປະທານ, ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ຮັບປະກັນການປະຕິບັດສິດ ແລະ ພັນທະຢ່າງຄົບຖ້ວນ ເພື່ອນຳເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ, ປະຊາຊົນ ແລະ ບໍລິສັດຜູ້ລົງທຶນ ຢ່າງສົມສ່ວນ ຕາມທີ່ກຳນົດໄວ້. ພ້ອມທັງ ໄດ້ຊີ້ນຳໃຫ້ບໍລິສັດ ປະຕິບັດພັນທະຕ່າງໆ ໂດຍຫັນການສຳລະຜ່ານລະບົບທະນາຄານພາຍໃນ ສປປ ລາວ.
ຂ່າວ-ພາບ: ສົມສະນຸກ