ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 113 ປີ ປະຈຳປີ 2023, ສະຫາຍ ເລຂາຄະນະພັກກະຊວງ ເນັ້ນໃຫ້ ສະຫະພັນແມ່ຍິງກະຊວງ ຍົກສູງດ້ານການເມືອງ-ແນວຄິດ, ແບບແຜນວິທີນຳພາ ແລະ ການແລກປ່ຽນວຽກແມ່ຍິງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ

          ສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ພົບປະ, ໂອ້ລົມ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໃນຕອນເຊົ້າວັນທີ 6 ມີນາ 2023 ໂດຍມີ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາ ສະຫາຍ ຮອງປະທານ, ຄະນະບໍລິຫານງານ ແລະ ຄະນະໜ່ວຍແມ່ຍິງອ້ອມຂ້າງກະຊວງ ເຂົ້າຮ່ວມ.

          ສະຫາຍ ນາງ ແສງເດືອນ ວົງອິນ ຕາງໜ້າໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ລາຍງານວ່າ: ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປະກອບມີ 13 ສະຫາຍ ໃນນັ້ນ ຈາກພາກສ່ວນລັດບໍລິຫານຈໍານວນ 8 ສະຫາຍ ແລະ ພາກລັດວິສາຫະກິດຈໍານວນ 5 ສະຫາຍ, ມີໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງຈໍານວນ 17 ໜ່ວຍໃນນັ້ນ ມີໜ່ວຍ ສະຫະພັນແມ່ຍິງພາກລັດບໍລິຫານຈໍານວນ 12 ໜ່ວຍ ແລະ ພາກລັດວິສາຫະກິດ ຈໍານວນ 5 ໜ່ວຍ; ມີສະມາຊິກແມ່ຍິງທັງໝົດ 837 ສະຫາຍ ( ຕົວເລກສະຫຼຸບປີ 2022), ໃນນັ້ນລວມມີ ພະນັກງານສັນຍາຈ້າງ ແລະ ອາສາສະໝັກ ຈໍານວນ 36 ສະຫາຍ, ເປັນພະນັກງານລັດຖະກອນ ຈໍານວນ 158 ສະຫາຍ ແລະ ລັດວິສາຫະກິດລວມສັນຍາຈ້າງຈໍານວນ 679 ສະຫາຍ.

          ສະຫາຍ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ລາຍງານໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຮອດໄລຍະກາງສະໄໝ ຂອງກອງປະຊຸມໃຫຍ່ສະຫະພັນແມ່ຍິງສະໄໝທີ III ມີຫຼາຍດ້ານໄດ້ຮັບຜົນສຳເລັດ ເປັນຕົ້ນແມ່ນ: ການສຶກສາອົບຮົມແນວຄິດການເມືອງ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງ ເອື້ອຍນ້ອງແມ່ຍິງກໍ່ຄືສະມາຊິກແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຢ່າງເປັນປົກກະຕິ ໂດຍຜ່ານຂະບວນການເຜີຍແຜ່ ເຊືອມຊືມ ບັນດາເອກະສານທີ່ກ່ຽວຂ້ອງກັບວຽກງານຂອງພັກ ແລະ ສະຫະພັນແມ່ຍິງ; ສໍາເລັດການປັບປຸງ ແລະ ຂະຫຍາຍການຈັດຕັ້ງຂອງໜ່ວຍສະຫະພັນແມ່ຍິງອ້ອມຂ້າງຕາມການປັບປຸງໂຄງປະກອບການຈັດຕັ້ງຂອງກະຊວງ, ສາມາດຂະຫຍາຍໜ່ວຍສະຫະພັນແມ່ຍິງຈາກ 10 ໜ່ວຍມາເປັນ 17 ໜ່ວຍສະຫະພັນແມ່ຍິງ; ສໍາເລັດການສ້າງແຜນພັດທະນາແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025); ເອົາໃຈໃສ່ ຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດຂອງເອື້ອຍແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ; ສະຫະພັນແມ່ຍິງກະຊວງ ໄດ້ຮັບທຸງໄຊ 3 ດີ ແລະ ສາມາດຮັກສາທຸງໄຊ 3 ດີ ໄລຍະ ( 2016-2020); ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມເຊັ່ນ: ເຂົ້າຮ່ວມບໍລິຈາກເລືອດຊ່ວຍສັງຄົມ; ບໍລິຈາກເຄື່ອງຊ່ວຍເຫຼືອຊ່ວງໄລຍະພະຍາດລະບາດໂຄວິດ-19, ຊ່ວຍເຫຼືອອຸທົກກະໄພນໍ້າຖ້ວມ ແລະ ໄພທໍາມະຊາດ, ຊ່ວຍເຫຼືອອ້າຍນ້ອງທະຫານເຂດຫ່າງໄກສອກຫຼີກ, ຜູ້ທີ່ທີ່ຖືກຜົນກະທົບຈາກໄພທໍາມະຊາດ ແຂວງພາກເໜືອ, ລວມເປັນເງິນທັງໝົດ 21.300.000 ກີບ ແລະ ເຂົ້າຮ່ວມຂະບວນການອື່ນໆ

           ພາຍຫຼັງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂດຍຫຍໍ້ຂອງ ສະຫະພັນແມ່ຍິງກະຊວງແລ້ວ, ສະຫາຍ ເລຂາຄະນະພັກກະຊວງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະນໍາແມ່ຍິງກະຊວງ ກ່ອນອື່ນ ສະຫາຍ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ເອື້ອຍນ້ອງແມ່ຍິງຍາດມາໄດ້ໃນໄລຍະຜ່ານມາ. ຢ່າງໃດກໍ່ຕາມ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານຂອງແມ່ຍິງກະຊວງໃນຕໍ່ໜ້າ ສະຫາຍ ເລຂາຄະນະພັກກະຊວງ ໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນແມ່ນ ການສຶກສາອົບຮົມການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍິງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ນະໂຍບາຍຂອງພັກ, ລັດຖະບານ ໃນການຊຸກຍູ້, ສົ່ງເສີມແມ່ຍິງລາວ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ປັບປຸງກົນໄກ, ແບບແຜນວິທີ່ການເຮັດວຽກ ໃຫ້ມີຄວາມວ່ອງໄວ, ທັນສະໄໝ; ເຊີດຊູ່ບົດບາດການເປັນແມ່ຍິງລາວທີ່ມີເອກະລັກສະເພາະ ໃນນີ້ໃຫ້ຖືເອົາການຮັກສາຮີດຄອງປະເພນີ ເຊັ່ນ: ການນຸ່ງສິ້ນ, ເກົ້າຜົມ, ບ່ຽງແພ, ຄວາມອ່ອນນ້ອມ ເປັນກົກ ໃນການສ້າງພະນັກງານເພດຍິງ ໃຫ້ກາຍເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສິນທໍາປະຕິວັດ ແລະ ເປັນຜູ້ສືບທອດພາລະກິດຂອງພັກຂອງຊາດລາວເຮົາໄວ້ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ພາບ ແລະ ຂ່າວ: ສະຫະພັນແມ່ຍິງກະຊວງ