ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020

          ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ມີນາ 2023 ທີ່ຜ່ານມາ ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ, ມີ ສະຫາຍ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ນອກຈາກນີ້ ຍັງມີຄະນະພັກຮາກຖານ, ຄະນະໜ່ວຍພັກຂຶ້ນກັບ, ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການ ພະລັງງານ ແລະ ບໍ່ແຮ່ ປະຈຳ 7 ເມືອງ, ລັດວິສາຫະກິດໄຟຟ້າລາວ ປະຈຳແຂວງ, ຫົວໜ້າສູນໄຟຟ້າ 7 ເມືອງ, ອາດີດການນຳ ຕະຫຼອດຮອດພະນັກງານລັດຖະກອນ ແລະ ກຳມະກອນທີ່ຂຶ້ນກັບຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ. 

          ກອງປະຊຸມ ໄດ້ຮັບຟັງການລາຍງານບົດສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການແຕ່ 2021-2025 ທີ່ສະເໜີໂດຍ ສະຫາຍ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່. ຫຼັງຈາກນັ້ນ, ກໍ່ໄດ້ມີພິທີປະດັບຫຼຽນໄຊແຮງງານ, ມອບໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຂອງ ທ່ານ ເຈົ້າແຂວງ ໃຫ້ບຸກຄົນດີເດັ່ນ ໃນໄລຍະ 5 ປີຜ່ານມາ. ໃນນີ້, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 1 ຈຳນວນ 1 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ 2 ຈໍານວນ 3 ສະຫາຍ ແລະ 1 ກົມກອງ, ຫຼຽນໄຊແຮງງານຊັ້ນ 3 ຈໍານວນ 1 ສະຫາຍ, ໃບຍ້ອງຍໍລັດຖະບານ ຈໍານວນ 14 ສະຫາຍ ແລະ ໃບຍ້ອງຍໍ ທ່ານ ເຈົ້າແຂວງ ຈຳນວນ 13 ສະຫາຍ. ໂດຍໃຫ້ກຽດປະດັບຫຼຽນ ແລະ ມອບໃບຍ້ອງຍໍ ຂອງ ສະຫາຍ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ.

          ຕອນທ້າຍຂອງ ພິທີ ສະຫາຍ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆ ອຸດົມໄຊ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນ ສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະນຳທຸກຂັ້ນທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ຍາດມາໄດ້ ໂດຍສະເພາະແມ່ນຄວາມເອົາໃຈໃສ່ເຂົ້າໃນການປະຕິບັດວຽກງານໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມກັນນີ້, ສະຫາຍ ຍັງເນັ້ນໃຫ້ ພະແນກພະລັງງານ ແລະ ບໍ່ແຮ່ ເພີ້ມທະວີ ດ້ານການເມືອງ-ແນວຄິດ, ການປັບປຸງກົງຈັກການຈັດຕັ້ງ, ການເພີ້ມທະວີວຽກງານກວດກາ, ປັບປຸງແບບແຜນການນໍາພາ-ຊີ້ນຳ ຂອງຄະນະພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງ, ນຳພາວຽກງານພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງການຕົ້ນຕໍ່ ແລະ ສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຫຍາກຂອງປະຊາຊົນ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ພາບ ແລະ ແຫຼ່ງຂ່າວ: ສະຖານີວິທະຍຸ ແຂວງອຸດົມໄຊ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ