ໃນລະຫວ່າງ ວັນວັນທີ 18-19 ມີນາ 2023 ຜ່ານມານີ້, ກົມທຸລະກິດພະລັງງານ ໄດ້ຈັດພິທີຊຸດຝຶກອົບຮົມໃນຫົວຂໍ້ກ່ຽວກັບ ພາວະການເປັນຜູ້ນຳ ເເລະ ທັກສະການເວົ້າໃນທີ່ປະຊຸມ, ການສື່ສານເພື່ອເຮັດວຽກຮ່ວມກັນໃຫ້ມີບັນຍາກາດດີ ຢູ່ເມືອງ ວັງວຽງ, ເເຂວງ ວຽງຈັນ ໂດຍໃຫກຽດເປັນປະທານກ່າວເປີດພິທີຂອງ ທ່ານ ເສີມສິດທິ ສຸມຸນທາ ຮອງຫົວໜ້າກົມທຸລິດພະລັງງານ. ມີນັກສຳມະນາກອນທີ່ມາຈາກຫ້ອງການກະຊວງ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານໜຸ່ມນ້ອຍຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ເຂົ້າຮ່ວມ.
ທ່ານ ເສີມສິດທິ ສຸມຸນທາ ຮອງຫົວໜ້າກົມທຸລິດພະລັງງານ ໄດ້ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ພວກເຮົາມີຄວາມຈຳເປັນຈະຕ້ອງໄດ້ພ້ອມກັນຍົກສູງຄວາມຮູ້, ຄວາມສາມາດຂອງພະນັກງານ-ລັດຖະກອນ ໂດຍສະເພາະພະນັກງານໜຸ່ມນ້ອຍ ເຊິ່ງເປັນຜູ້ສືບທອດພາລະກິດຂອງປະເທດຊາດ ໄດ້ຮັບການຍົກລະດັບທາງດ້ານວິຊາສະເພາະ, ທັກສະການປາກເວົ້າ ແລະ ການສື່ສານຢ່າງຮອບດ້ານ. ສະນັ້ນ, ເພື່ອເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ຮຽກຮ້ອງໃຫ້ນັກສຳມະນາກອນ ເອົາໃຈໃສ່ສຶກສາຄົ້ນຄວ້າ ແລະ ຍາດເອົາຄວາມຮູ້ນຳອາຈານທີ່ໄດ້ສິດສອນຖ່າຍທອດບົດຮຽນດ້ວຍຄວາມຮັບຜິດຊອບ ແລະ ຕັ້ງໃຈ.