ບໍລິສັດ ວັງຕັດ ຂຸດຄົ້ນບໍ່່ແຮ່ ຈໍາກັດ ເປັນບໍລິສັດທໍາອິດ ທີ່ໄດ້ຈັດຕັ້ງປະຕິບັດການວາງເງິນຄໍ້າປະກັນການປິດບໍ່ແຮ່

           ພິທີວາງເງິນຄໍ້າປະກັນການບູລະນະຟື້ນຟູສິ່ງແວດລ້ອມ ແລະ ປິດບໍ່ແຮ່ ຂອງບໍລິສັດ ວັງຕັດ ຂຸດຄົ້ນ ບໍ່່ແຮ່ ຈໍາກັດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 26 ເມສາ 2023 ນີ້ ກົມຄຸ້ມຄອງບໍ່່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານຂອງ ທ່ານ ຈັນທະລາ ແກ້ວຫາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ມີຜູ້ຕາງໜ້າຈາກ ບໍລິສັດ ວັງຕັດ ຂຸດຄົ້ນບໍ່່ແຮ່ ຈໍາກັດ, ຜູ້ຕາງໜ້າ ຈາກທະນາຄານພັດທະນາລາວ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້້າຮ່ວມ.
          ການຄໍ້າປະກັນການປິດບໍ່ແຮ່ ແມ່ນ ເຄື່ອງມືທາງດ້ານການເງິນເພື່ອຮັບປະກັນໃຫ້ພາກລັດມີທຶນ ຫຼື ງົບປະມານພຽງພໍນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານປິດບໍ່ແຮ່ໃຫ້ມີປະສິດທິຜົນ ໃນກໍລະນີ ບໍລິສັດລົງທຶນດ້ານບໍ່ແຮ່ ຫາກບໍ່ມີການຟື້ນຟູ ແລະ ປົວແປງສິ່ງແວດລ້ອມກ່ອນການປິດບໍ່ແຮ່ ຕາມແຜນການທີ່ໄດ້ກຳນົດໄວ້ຢູ່ໃນບົດປິດບໍ່ແຮ່ເບື້ອງຕົ້ນ ທີ່ກົມຄຸ້ມຄອງບໍ່ແຮ່ໄດ້ຮັບຮອງເອົາ. ເມື່ອບໍລິສັດໄດ້ດໍາເດີນການຟື້ນຟູ ແລະ ປົວແປງສິ່ງແວດລ້ອມ ຕາມແຜນການທີ່ໄດ້ກຳນົດ ແລະ ພາຍຫຼັງແຜນການປິດບໍ່ແຮ່ສະບັບສຸດທ້າຍ ຖືກຮັບຮອງ ເງິນຄໍ້າປະກັນທັງໝົດກໍຈະຖືກສົ່ງຄືນບໍລິສັດ.
ວົງເງິນການຄໍ້າປະກັນການປິດບໍ່ແຮ່ ແມ່ນຂຶ້ນກັບອາຍຸຂອງໂຄງການ ດັ່ງນີ້:
• ກໍລະນີອາຍຸຂອງໂຄງການ 16-20 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 15 ສ່ວນຮ້ອຍ ຂອງມູນຄ່າທີ່ກໍານົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ;
• ກໍລະນີອາຍຸຂອງໂຄງການ 10-15 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 20 ສ່ວນຮ້ອຍ ຂອງມູນຄ່າທີ່ກໍານົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ;
• ກໍລະນີອາຍຸຂອງໂຄງການ 5-9 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 25 ສ່ວນຮ້ອຍ ຂອງມູນຄ່າທີ່ກໍານົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ;
• ກໍລະນີອາຍຸຂອງໂຄງການໜ້ອຍກວ່າ 5 ປີ ຕ້ອງວາງເງິນຄໍ້າປະກັນປີທໍາອິດ 50 ສ່ວນຮ້ອຍ ຂອງມູນຄ່າທີ່ກຳນົດໄວ້ຢູ່ໃນແຜນການປິດບໍ່, ສ່ວນທີ່ເຫຼືອໃຫ້ສະເລ່ຍຈ່າຍໃນແຕ່ລະປີ;
ສໍາລັບ ບໍລິສັດ ວັງຕັດ ຂຸດຄົ້ນ ບໍ່ແຮ່ ຈໍາກັດ ແມ່ນ ບໍລິສັດທໍາອິດ ທີ່ໄດ້ຈັດຕັ້ງປະຕິບັດການວາງເງິນຄໍ້າປະກັນການປິດບໍ່ແຮ່, ຊຶ່ງອີງຕາມອາຍຸສັນຍາຂອງໂຄງການແມ່ນ 20 ປີ ບໍລິສັດຕ້ອງໄດ້ວາງເງິນຄໍ້າປະກັນໃນປີທໍາອິດ 15% ຂອງງົບປະມານໃນການປິດບໍ່ແຮ່ທັງໝົດ ທີ່ໄດ້ກຳນົດໄວ້ຢູ່ບົດແຜນການປິດບໍ່ແຮ່ ທີ່ກົມຄຸ້ມຄອງບໍ່ແຮ່ໄດ້ຮັບຮອງເອົາ, ຊຶ່ງງົບປະມານທີ່ວາງໄວ້ແມ່ນ 6.712.650 ໂດລາສະຫະລັດ, ດັ່ງນັ້ນໃນປີທໍາອິດ ບໍລິສັດຕ້ອງໄດ້ວາງເງິນຄໍ້າປະກັນແມ່ນ 1.006.898 ໂດລາສະຫະລັດ ສ່ວນທີ່ເຫຼືອແມ່ນສະເລ່ຍຈ່າຍໃນແຕ່ລະປີ.
ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ໄດ້ເປີດບັນຊີຄໍ້າປະກັນການປິດບໍ່ແຮ່ ໃນວັນທີ 21 ມີນາ 2023 ຢູ່ທະນາຄານພັດທະນາລາວ ຕາມໜັງສືຢັ້ງຢືນເລກທີ 05/ທພລ, ລົງວັນທີ 10 ເມສາ 2023.
ພາບ: ວຽງສະຫວັນ ປຣະດິດ ແລະ ລຸ້ງຟ້າ ອົບພະຈັນ
ຂ່າວ: ກົມຄຸ້ມຄອງບໍ່ແຮ່
ກວດແກ້ ແລະ ຮຽບຮຽງ: ຄຳແສງ ແກ້ວປະເສີດ